ຄຳວ່າ “ຂ້າ” ແລະ “ຄ້າ” ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຂອງ​ຄຳ​ວ່າ “ຂ້າ” ແລະ ຄ້າ”.

ຄໍາວ່າ ​“ຂ້າ” ແມ່ນສັງຫານ ຫຼື ເຮັດໃຫ້ຕາຍ. ພ້ອມນັ້ນ, ຍັງມີຄວາມໝາຍຄໍາແທນຊື່ຂອງຄົນເປັນ ຕົ້ນ ຂ້າພະເຈົ້າ, ຂ້າພະບາດ, ຂ້າລາຊະການ. ນອກຈາກນັັ້ນ, ຍັງມີຄວາມໝາຍວ່າເປັນຂ້ອຍຂ້າ ມ້າຕ່າງ ຫຼື ເປັນຄົນຮັບໃຊ້ຜູ້ອື່ນນັ້ນເອງ.

ຄໍາວ່າ ​“ຄ້າ” ແມ່ນກາຕົກລົງແລກປ່ຽນສິນຄ້າ ຫຼື ບໍລິການ ຫຼື ທັງສອງຢ່າງ, ແມ່ນການຄ້າ, ການຊື້-ຂາຍ.

ເພື່ອ​ໃຫ້ເຂົ້າໃຈຄວາມໝາຍ ການນຳ​ໃຊ້ 2 ຄໍາດັ່ງກ່າວ ​ໃຫ້​ຖືກ​ຕ້ອງຕາມຫຼັກໄວຍາກອນ ຕ້ອງໄດ້ມີການສຶກສາໃຫ້ເຂົ້າໃຈກ່ອນດັ່ງລຸ່ມນີ້:

SA Game
DooDiDo

ຄວາມໝາຍຄຳ​ວ່າ “ຂ້າ”:

“ຂ້າ” (1. ຄໍາກິລິຍາ) ທໍາໃຫ້ຕາຍ, ເຮັດໃຫ້ຕາຍ. ຂ້າຟັນລັນແທງ, ສັງຫານ, ປະຫານ. ຜານຊີວິດ (2. ຄໍາແທນນາມ) ເປັນຄໍາແທນຊື່ຂອງຜູ້ເວົ້າດັ່ງ:ຂ້າ, ຂ້າພະເຈົ້າ, ຂ້າພະບາດ,ຂ້າລາຊະການ. (3. ຄໍານາມ) ຂ້ອຍ, ຄົນໃຊ້.

ຕົວ​ຢ່າງ:

  • ນັບແຕ່ມີການເຮັດລັດຖະປະຫານຢູ່ປະເມດມຽນມາ ໃນປີ ຄສ 2021 ເຮັດໃຫ້ມີການປະທ້ວງ ແລະ ມີການໃຊ້ກໍາລັງເຂົ້າປາບປາມ, ມີການຂ້າກັນເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ບໍ່ມີທ່າທີວ່າຈະ ສະຫງົບງ່າຍໆ ຄາດວ່າຍັງຈະມີການຂ້າກັນອີກຫຼາຍຮ້ອຍຄົນ.
  • ແຕ່ລະມື້ຢູ່ໂຮງຂ້າສັດ ໄດ້ຂ້າໝູ, ຂ້າງົວ ແລະ ຂ້າຄວາຍ ເປັນຈໍານວນຫຼາຍຮ້ອຍໂຕ ເພື່ອຕອບສະໜອງການບໍລິໂພກຊີ້ນ ໃຫ້ແກ່ຊາວເມືອງ.
  • ສົງຄາມກາງເມືອງມີຫຼາຍຝ່າຍໄດ້ລຸກຂຶ້ນຈັບອາວຸດສັງຫານກັນຢ່າງນອງເລືອດ, ຕ່າງຝ່າຍຕ່າງກໍ ປະຫັດປະຫານກັນຢ່າງໂຫດຫ້ຽມ.
  • ຮຽນບັນດາທ່ານທີ່ນັບຖື, ຂ້າພະເຈົ້າ ຂໍຕາງໜ້າໃຫ້ຍາດຕິພີ່ນ້ອງຂໍສະແດງຄວາມຮູ້ບຸນຄູນ ແລະ ຂອບໃຈມາຍັງທ່ານທີ່ໃຫ້ການຊ່ວຍເຫຼືອໃນຄັ້ງນີ້.
  • ການເປັນຂ້າລາຊະການ ແມ່ນຕ້ອງໄດ້ທຸ້ມເທທຸກສະຕິປັນຍາ ແລະ ເສຍສະຫຼະເພື່ອປະຊາຊົນ ຢ່າງແທ້ຈິງ ຈຶ່ງເປັນຂ້າລະຊາການທີ່ດີ.
  • ສະໄໝສັກດີນາ ແມ່ນຂ້າທາດ ເປັນຜູ້ຖືກກົດຂີ່ຂຸດຮິດ ທີ່ສຸດ ເພາະຕ້ອງຮັບໃຊ້ເຈົ້າຊີວິດ ແລະ ບັນດາຂຸນນາງ.

ຄວາມໝາຍຄຳ​ວ່າ “ຄ້າ”:

“ຄ້າ” (1. ຄໍາກິລິຍາ) ຊື້ ແລະ ຂາຍ, ຄ້າຂາຍ. ພານິດ. (2. ຄໍານາມ) ການຊື້ ແລະ ການຂາຍ. (3. ຄໍານາມ) ໄມ້ແນວນຶ່ງຈໍາພວກຫຍ້າຕົ້ນຄືຕົ້ນຂ່າບ້ານ ມັກເກີດຕາມທາມ.

ຕົວ​ຢ່າງ:

  • ປີນີ້ມູນຄ່າການຄ້າລະຫວ່າງອາຊຽນ ແລະ ຈີນ ເພີ່ມຂຶ້ນເປັນທີ່ໜ້າພໍໃຈ ແລະ ຄາດຄະເນວ່າ ປີ ໜ້າມູນຄ່າການຄ້າແຮງຈະສູງກວ່າເກົ່າ.
  • ມື້ອື່ນ ແມ່ຕູ້ສາ ມີແຜນຈະໄປຂາຍເຄື່ອງຢູ່ຕະຫຼາດເຊົ້າ ແລະ ຕອນຈະກັບເຮືອນ ມີແຜນຊື້ຊີ້ນໝູ ເພື່ອມາເຮັດແລງກີນ.
  • ຕະຫຼອດຊີວິດຂອງລາວ ລາວຄ້າຂາຍຢ່າງດຽວ ເປັນຜົນເຮັດໃຫ້ລາວມີເງິນຫຼາຍ ແຕ່ໃນທາງກົງ ກັນຂ້າມ ລາວພັດບໍ່ມີປະສົບປະການດ້ານອື່ນ.

ສະ​ຫຼຸບ

ຄຳ​ວ່າ “ຂ້າ” ແລະ “ຄ້າ” ການອອກສຽງແມ່ນໃກ້ຄຽງກັນ ແຕ່ຄວາມໝາຍແຕກຕ່າງກັນ ຄໍາວ່າ “ຂ້າ” ໝາຍເຖິງການປິດຊີວິດ ຫຼື ເຮັດໃຫ້ຕາຍ. ສ່ວນການ “ຄ້າ” ໝາຍເຖິງການແລກປ່ຽນສິນຄ້າ ຫຼື ການຊື້-ຂາຍ ນັ້ນເອງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo