ຄຳວ່າ “ໄກ” ແລະ “ໃກ້” ໃນ​ພາ​ສາ​ລາວມີຄວາມໝາຍແນວ​ໃດ?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຄື​ກັນ ແລະ ຕ່າງ​ກັນ ຂອງ​ຄຳ​ວ່າ ໄກ” ແລະ “ໃກ້”.

ຄຳ​ວ່າ ​“ໄກ” ແລະ “ໃກ້” ພາ​ສາ​ລາວ​ແມ່ນ​ມີຄວາມ​ໝາຍ​ແຕກ​ຕ່າງ​ກັນ ແລະ ກົງກັນຂ້າມກັນ ແຕ່ການອອກສຽງຊໍ້າພັດໃກ້ຄຽງກັນ ເພື່ອ​ນຳ​ໃຊ້​ໃຫ້​ເໝາະສົມ ແລະ ຖືກ​ຕ້ອງຕາມຫຼັກໄວຍະກອນ ວ່າ​ເຮົາຄວນ​ໃຊ້​ເວລາໃດ​ຈິ່ງ​ເໝາະສົມ ແລະ ການ​ສະ​ກົດ​ຄຳ​​ໃຫ້​ຖືກ​ຕ້ອງນັ້ນ ຕ້ອງໄດ້ມີຄວາມເຂົ້າໃຈຢ່າງລະອຽດສາກ່ອນ.

ການອອກສຽງໃກ້ຄຽງກັນ ໂດຍສະເພາະແມ່ນຊາວຕ່າງຊາດທີ່ເວົ້າພາສາລາວ ອາດອອກສຽງບໍ່ຖືກ ເພາະ ວ່າການອອກສຽງແມ່ນຕ່າງແຕ່ສຽງສູງກັບສຽງຕໍ່າ ອາດຈະເຮັດໃຫ້ຜູ້ຟັງເຂົ້າໃຈຄວາມໝາຍໄປຄົນລະທາງ ກັນ. ສໍາລັບຄວາມໝາຍລວມທັງການນໍາໃຊ້ແມ່ນມີດັ່ງລຸ່ມນີ້:

SA Game
DooDiDo

ຄວາມໝາຍຄຳ​ວ່າ “ໄກ”:

“ໄກ” (1. ຄໍາຄູນສັບ ຫຼື ກິລິຍາວິເສດ)  ຫ່າງ, ຍາວ, ເຫິງ, ບໍ່ໃກ້, ກົງກັນຂ້າມກັບໃກ້, (2. ຄໍານາມ) ເດືອຍ ຫຼື ບ່ອນວັ່ນຂອງອາວຸດ ຫຼື ເຄື່ອງຈັກ.

ຕົວ​ຢ່າງ:

  • ການເດີນທາງຂອງຊີວິດຄົນເຮົາມັນກະປຽບເໝືອນເສັ້ນທາງອັນຍາວໄກ ທີ່ມີຄົດໂຄ້ງ ແລະ ຊື່ເປັນ ຊ່ວງໆ ໝາຍເຖິງມີທຸກມີສຸກນັ້ນເອງ ແລະ ປະສາຈາກບໍ່ໄດ້ຄວາມເຈັບໄຂ້ໄດ້ປ່ວຍນັ້ນເອງ, ສະນັ້ນ ເຮົາຈົ່ງຢູ່ຢ່າງມີຄວາມສຸກ ຢ່າໄປຍຶດຕິດກັບສີ່ງໃດໜຶ່ງ.
  • ​ການອອກຈາກບ້ານໄປຮຽນຢູ່ຕ່າງແຂວງ ເຮັດໃຫ້ໄກພໍ່ແມ່ ແຕ່ຕ້ອງໄດ້ເຂັ້ມແຂງ ແລະ ຮຽນຮູ້ສີ່ງ ໃໝ່ໆ ເຖິງຢ່າງໃດກະດີຕ້ອງໃຫ້ຫ່າງໄກ ຈາກຢາເສບຕິດ ເພາະຈະເຮັດໃຫ້ອະນາຄົດມືດມົວ.
  •  ການເດີນທາງໄກ ດ້ວຍລົດຍົນແບບບໍ່ພັກຜ່ອນອາດເຮັດໃຫ້ອິດເມື່ອຍ ແລະ ມີຄວາມສ່ຽງໃນ ການເກີດອຸບັດຕິເຫດ ດັ່ງນັ້ນຄວນຈະພັກເປັນຊ່ວງໆ ເພື່ອໃຫ້ຮູ້ສຶກສົດຊື່ນ.

ຄວາມໝາຍຄຳ​ວ່າ “ໃກ້”:

“ໃກ້” (1. ຄໍາຄູນສັບ ຫຼື ກິລິຍາວິເສດ) ແປະ, ມໍ່, ບໍ່ຫ່າງ, ມໍ່ໆນີ້ (2. ຄໍາຄູນນາມ) ໃກ້ຄຽງ, ຈໍ້, ຢູ່ໃກ້

ຕົວຢ່າງ:

  • ຊ່ວງ ໂຄວິດ-19 ລະບາດນີ້ ລັດຖະບານໄດ້ອອກແຈ້ງການບໍ່ໃຫ້ຢູ່ໃກ້ກັນ ໃຫ້ຮັກສາໄລຍະຫ່າງ ແລະ ໝັ່ນລ້າງມີດ້ວຍ ເຈວເອວກໍຫໍ (ນໍ້າເຫຼົ້າ) ເລື້ອຍໆເພື່ອຂ້າເຊື້ອພະຍາດ.
  • ຄວາມໝາຍຂອງບ້ານໃກ້ເຮືອນຄຽງ ບ້ານພີ່ເມືອງນ້ອງ ແມ່ນຄົນທີ່ຢູ່ໃກ້ຊິດຕິດແທດ ໄປມາຫາສູ່ ຊຶ່ງກັນ ແລະ ກັນ.
  • ວານນີ້ຂ້ອຍຂີ່ລົດໄປຕະຫຼາດ ປະກົດວ່າມີລົດກະບະຄັນໜຶ່ງຂີ່ມາດ້ວຍຄວາມໄວ ແລະ ໃກ້ກັບລົດ ຂ້ອຍຫຼາຍ ເຮັດໃຫ້ຂ້ອຍຕົກໃຈ ແລະ ຢຸດລົດຂ້າງທາງແບບກະທັນຫັນ.
  • ຍັບເຂົ້າມາໃກ້ໆ ມີຄວາມລັບຊິບອກ ຖ້າຢູ່ໄກກັນຕ້ອງໄດ້ເວົ້າແຮງ ຢ້ານຄົນອື່ນໄດ້ຍີນ.

ສະ​ຫຼຸບ

ການນໍາໃຊ້ຄຳທັງສອງມີຄວາມໝາຍ ແລະ ການນໍາໃຊ້ແຕກຕ່າງກັນໂດຍຄຳ​ວ່າ “ໄກ” ແມ່ນໝາຍເຖິງບໍ່ໃກ້ ຫຼື ຫ່າງອອກໄປ ເປັນຄໍາສັບກົງກັນຂ້າມກັບຄຳ​ວ່າ “ໃກ້” ຊຶ່ງໝາຍເຖິງບໍ່ໄກ ນັ້ນເອງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo