ຄວາມ​ໝາຍ​ຂອງ​ຄຳ​ວ່າ ໄກ ແລະ ໄກ່ ໃນ​ພ​າ​ສາ​ລາວ​ມີ​ຄວາມ​ໝາຍ​ແນວ​ໃດ?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຄື​ກັນ ແລະ ຕ່າງ​ກັນ ຂອງ​ຄຳ​ວ່າ ໄກ” ແລະ “ໄກ່”.

ພາ​ສາ​ລາວ​ຫຼາຍ​ຄຳທີ່ມີ​ຄວາມ​ໝາຍ​ແຕກ​ຕ່າງ​ກັນແຕ່ ການອອກສຽງແມ່ນໃກ້ຄຽງກັນ ດັ່ງ​ນັ້ນເພື່ອ​ນຳ​ໃຊ້​ໃຫ້​ຖືກ​ຕ້ອງ ແລະ ສອດຄ່ອງກັບຫຼັກໄວຍະກອນ ວ່າ​ເຮົາຄວນ​ໃຊ້​ຄຳ​ໃດ​ແທ້​ຈິ່ງ​ຈະແທດເໝາະ ແລະ ການ​ສະ​ກົດ​ຄຳ​​ໃຫ້​ຖືກ​ຕ້ອງນັ້ນ ຕ້ອງໄດ້ມີການສຶກສາໃຫ້ເຂົ້າໃຈຢ່າງລະອຽດສາກ່ອນ.

ຄຳ​ວ່າ ​“ໄກ” ແລະ “ໄກ່” ເຫັນວ່າສອງຄໍານີ້ແມ່ນມີການອອກສຽງໃກ້ຄຽງກັນ ໂດຍສະເພາະແມ່ນຊາວຕ່າງ ຊາດທີ່ເວົ້າພາສາລາວ ອາດເຮັດໃຫ້ຜູ້ຮັບຟັງຄໍາເວົ້າ ຫຼື ປະໂຫຍກນັ້ນບໍ່ແຈ້ງ ອາດເຮັດໃຫ້ມີຄວາມສັບສົນ ເພາະວ່າຄວາມແຕກຕ່າງຂອງການອອກສຽງແມ່ນຕ່າງແຕ່ສຽງສູງ ກັບສຽງຕໍ່າ. ສໍາລັບຄວາມໝາຍລວມທັງການນໍາໃຊ້ແມ່ນມີດັ່ງລຸ່ມນີ້:

SA Game
DooDiDo

ຄວາມໝາຍຄຳ​ວ່າ “ໄກ”:

“ໄກ” (1. ຄໍາຄູນສັບ ຫຼື ກິລິຍາວິເສດ)  ຫ່າງ, ຍາວ, ເຫິງ, ບໍ່ໃກ້, ກົງກັນຂ້າມກັບໃກ້, (2. ຄໍານາມ) ເດືອຍ ຫຼື ບ່ອນວັ່ນຂອງອາວຸດ ຫຼື ເຄື່ອງຈັກ.

ຕົວ​ຢ່າງ:

  • ລາວໄດ້ອົບພະຍົບໄປຢູ່ປະເທດອາເມລິກາແຕ່ນ້ອຍ ເຮັດໃຫ້ຢູ່ຫ່າງບ້ານໄກເມືອງ ດັ່ງນັ້ນລາວຈິ່ງ ຄິດຮອດບ້ານເກີດຫຼາຍ.
  • ​ການອອກກໍາລັງກາຍດ້ວຍການຍ່າງໃນໄລຍະທາງໄກໆ ເຮັດໃຫ້ເຫື່ອອອກ ແລະ ສຸຂະພາບແຂງ ແຮງ.
  • ທໍາມະຊາດງາມຫຼາຍເຖິງວ່າເສັ້ນທາງຈະລໍາບາກ ແລະ ໄກ ແຕ່ກະຄຸ້ມຄ່າ ເພາະເຮັດໃຫ້ໄດ້ປະ ສົບປະການ ທີ່ບໍ່ສາມາດເອົາເອົາເງິນ ຊື້ໄດ້.
  • ໂອຍ! ຖ້າຫາກຮູ້ວ່າເສັ້ນທາງໄກ ແລະ ສ່ຽງຕາຍປານນີ້ ເອົາຄໍາໃຫ້ສີບໂລ ຈ້າງກະບໍ່ມານໍາດອກ ເອົາຊີວິດເກືອບບໍ່ລອດ.

ຄວາມໝາຍຄຳ​ວ່າ “ໄກ່”:

“ໄກ່” (1. ຄໍານາມ) ສັດມີປີກຈໍາພວກນຶ່ງ ຕາມມໍາມະດາເປັນສັດລ້ຽງ ແລະ ມີຫຼາຍແນວ ຄື: ໄກ່ແກ້ວ (ເປັນໄກ່ທີ່ມີຂົນສີຂາວ), ໄກ່ກຸ້ມ (ໄກທີ່ມີຂົນຫາງສັ້ນ), ໄກ່ຂົວ (ໄກ່ປ່າແນວຂົນລາຍງາມ ມີຂົນເປັນຫອນຄືນົກຍຸງ), ໄກ່ງວງ (ໄກ່ແນວນຶ່ງທີ່ໂຕໃຫຍ່ ແລະ ມີຕ້າງຢ່ອນລົງຄືງວງຊ້າງ, ໄກ່ແຈ້ (ໄກ່ ແນວນ້ອຍ ແລະ ຕໍ່າ), ໄກ່ໂຈ້ນ (ໄກ່ແນວໃຫຍ່ ແລະ ສູງ ມີຂົນຫ່າງ), ໄກ່ຕະເພົາ (ໄກ່ແນວໃຫຍ່ ແລະ ມີຂົນຫຼາຍ), ໄກ່ຕີ (ໄກ່ໂຈ້ນທີ່ເກັ່ງໃນທາງຕີ), ໄກ່ຕັອກ (ໄກ່ແນວຂົນລາຍເປັນເມັດໆ), ໄກ່ເຖື່ອນ (ໄກ່ປ່າຢູ່ປ່າ), ໄກ່ນາ (ນົກແນວນຶ່ງຄືທີ່ມີໂຕຄືໄກ່ຢູ່ຕາມໜອງ), ໄກ່ຜູ້ເມຍ (ໄກ່ຜູ້ມີລັກສະນະຄືໄກ່ແມ່), ໄກ່ຍອງ (ໄກ່ແນວຂົນຫຍອງ), ໄກ່ອູ (ໄກ່ຂະໜາດໃຫຍ່ຂົນຫຼາຍຫອນສັ້ນ), ໄກ່ໂອກ (ໄກ່ຜູ້ໃຫຍ່), ໄກ່ກະດູກດໍາ (ໄກ່ທີ່ມີຊີ້ນດໍາ)

ຕົວ​ຢ່າງ:

  • ຊ່ວງນີ້ໂຄວິດ-19 ລະບາດ ລ້ຽງໄກ່ ໄວ້ກີນ ເພາະມັນບໍ່ຫຍຸ້ງຍາກໃນການເກືອເຂົ້າເກືອນໍ້າ ພ້ອມ ກັນນັ້ນ ກະຍັງລ້ຽງໄວ້ເອົາໄຂ່ມາເຮັດອາຫານກະງ່າຍ ແລະ ມີຕຸນປະໂຫຍດ.
  • ໄກ່ຂົວ ເປັນສັດໃກ້ສູນພັນ ແລະ ເປັນສັດຕ້ອງຫ້າມ ທີ່ມີເອກະລັກມັນທັງງາມ ທັງໜ້າຮັກຖ້າໃຜ ເຫັນແລ້ວຕ້ອງຢາກຖ່າຍຮູບຄູ່ກັບມັນໂລດ.
  • ການກີນໄກ່ກະດູກດໍາ ຫຼາຍຄົນວ່າມັນເປັນຢາອາຍຸວັດທະນະ ເຮັດໃຫ້ຜູ້ຊາຍມີແຮງຕໍ່ກອນກັບ ເມຍ.
  • ຊາຍຄົນນັ້ນເຮັດວຽກບໍ່ມີປະສົບປະການ ແລະ ເສຍຫົວຢູ່ເລື້ອຍໆ ຫຼາຍຄົນເວົ້າຢອກລາວວ່າ ບັກໄກ່ອ່ອນ.

ສະ​ຫຼຸບ

ການນໍາໃຊ້ຄຳທັງສອງມີຄວາມໝາຍ ແລະ ການນໍາໃຊ້ແຕກຕ່າງກັນໂດຍຄຳ​ວ່າ “ໄກ” ແມ່ນໝາຍເຖິງຫ່າງອອກໄປ. ສ່ວນຄຳ​ວ່າ “ໄກ່” ຊື່ຂອງສັດປີກທີ່ຄົນເຮົາມັກລ້ຽງເພື່ອບໍລິໂພກຊີ້ນ, ລ້ຽງໄວ້ຕີກັນ ນອກຈາກນັ້ນ, ມີໄກ່ສວຍງາມ ທີ່ລ້ຽງໄວ້ເອ້ຍ້ອງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo