ຄຳວ່າ “ເກີດ” ແລະ “ກໍາເນີດ” ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍ​ຄວາມໝາຍ​ຂອງ​ຄຳ​ວ່າ “ເກີດ” ແລະ ກໍາເນີດ”.

ຄໍາວ່າ ​“ເກີດ” ແລະ ​“ກໍາເນີດ” ມີທັງຄວາມໝາຍຄືກັນ ແລະ ມີຄວາມໝາຍເປັນຢ່າງອື່ນອີກດ້ວຍ. ຄໍາວ່າ ​“ເກີດ” ໝາຍເຖິງສິ່ງທີ່ເກີດຂຶ້ນເຊັ່ນ: ເກີດລູກ, ກໍາເນີດ, ເກີດຂຶ້ນ, ເກີດຈາກ, ເກີດເຫດ (ບໍ່ແມ່ນກໍາເນີດເຫດ), ເກີດໄພພິບັດ (ບໍ່ແມ່ນກໍາເນີດໄພພິບັດ), ເກີດສົງຄາມ (ບໍ່ແມ່ນກໍາເນີດສົງຄາມ), ເກີດການຕໍ່ສູ້ (ບໍ່ແມ່ນກໍາເນີດການຕໍ່ສູ້). ສ່ວນຄໍາວ່າ ​“ກໍາເນີດ” ໝາຍເຖິງ ການເກີດ, ສີ່ງທີ່ເປັນກົກເຄົ້າເທື່ອທໍາອິດ, ການເລີ່ມຕົ້ນສີ່ງໃໝ່ຄັ້ງທໍາອິດ.

ເພື່ອ​ໃຫ້ເຂົ້າໃຈຄວາມໝາຍຂອງການນນຳ​ໃຊ້​ໃຫ້ໃຫ້ກວ້າງຂວາງຂຶ້ນ​ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງ ດັ່ງລຸ່ມນີ້:

SA Game
DooDiDo

ຄວາມໝາຍຄຳ​ວ່າ “ເກີດ”.

“ເກີດ” (1. ຄຳກິລິຍາ) ມີຂຶ້ນ, ເປັນຂຶ້ນ, ອາການທີ່ຄົນ ຫຼື ສັດອອກຈາກທ້ອງແມ່.

ຕົວ​ຢ່າງ:

  • ລາວເກີດລູກ (ກໍາເນີດລູກ) ໄດ້ອາທິດນຶ່ງແລ້ວ ແຂງແຮງທັງແມ່ທັງລູກ. ປະຈຸບັນ ບໍ່ໄດ້ນອນຢູ່ໂຮງໝໍແລ້ວ ເພາະໄດ້ກັບໄປກໍາເດືອນຢູ່ເຮືອນຂອງລາວ.
  • ໄດ້ເກີດເຫດໄຟໃໝ້ຮ້ານຊັບພະສິນຄ້າ (ບໍ່ແມ່ນກໍາເນີດເຫດໄຟໃໝ້) ດີແຕ່ລະບົບປ້ອງກັນໄພຂອງ ຕຶກດັ່ງກ່າວດີ ຈິ່ງເຮັດໃຫ້ບໍ່ເສຍຫາຍຫຼາຍ.
  • ໄດ້ເກີດເຫດລົດຕໍາກັນ (ບໍ່ແມ່ນກໍາເນີດເຫດຕໍາກັນ) ຢູ່ໃກ້ກັບປະຕູໄຊ ແຕ່ບໍ່ມີຄົນບາດເຈັບ ມີແຕ່ລົດເປ່ເພເລັກນ້ອຍ.

ຄວາມໝາຍຄຳ​ວ່າ “ກໍາເນີດ”.

“ກໍາເນີດ” (1. ຄໍາກິລິຍາ) ເກີດ. (2. ຄໍານາມ) ຄວາມເກີດ, ຊື່ພະຍາດແນວນຶ່ງມັກເປັນແຕ່ເດັກນ້ອຍທີ່ເກີດໃໝ່. ກົກເຄົ້າ, ເລີ່ມຕົ້ນ.

ຕົວ​ຢ່າງ:

  • ໄດ້ມີການສັນນິຖານວ່າຄົນເຮົາກໍາເນີດມາຈາກລິງ ແລະ ເກີດມີການວິວັດທະນາການແຕກຕ່າງກັນອອກໄປ ຈຶ່ງເຮັດໃຫ້ບໍ່ຄືກັນ.
  • ຕົ້ນກໍາເນີດ ຫຼື ການເກີດຂອງຈັກກະວານ ແມ່ນສັນນິຖານວ່າເກິີດຈາກການລະເບີດຄັ້ງໃຫຍ່ ຫຼື ພາສາອັງກິດເອີ້ນ Big ban.
  • ລາວໃຫ້ກໍາເນີດບຸດ ເປັນຜູ້ຊາຍ ໜ້າຕາເປັນຕາແພງ ນໍ້າໜັກໄດ້ ສາມ ກິໂລກະລາມ.
  • ການກໍາເນີດ ຫຼື ເກີດສັດສາຍພັນໃໝ່ສາຍພັນນຶ່ງບໍ່ແມ່ນເລື່ອງງ່າຍດາຍ ຕ້ອງໄດ້ອິງໃສ່ຫຼາຍປັດໃຈຂອງ ສະພາບແວດລ້ອມທີ່ເອື້ອຍອໍານວຍທີ່ສຸດ.

ສະ​ຫຼຸບ.

ຄຳ​ວ່າ “ເກີດ” ແລະ “ກໍາເນີດ” ແມ່ນຄືກັນ ແລະ ຕ່າງກັນບາງປະການ ເພາະຄຳ​ວ່າ “ເກີດ” ແມ່ນການເກີດ, ແມ່ນເຫດທີ່ເກີດ ຫຼື ມີສິ່ງທີ່ເປັນຂຶ້ນ. ສ່ວນຄຳ​ວ່າ “ກໍາເນີດ” ແມ່ນໝາຍເຖິງການເກີດ ແລະ ການ ມີສິ່ງໃໝ່ໆສິ່ງໃດສິ່ງນຶ່ງທີ່ບໍ່ເຄີຍມີມາກ່ອນປະກົດຂຶ້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo