ຄຳວ່າ “ແກະ” ແລະ “ແບ້” ຄື ແລະ ຕ່າງກັນແນວໃດ?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຂອງ​ຄຳ​ວ່າ “ແກະ” ແລະ ແບ້”.

ຄໍາວ່າ ​“ແກະ” ຫຼື “ໂຕແກະ” ເປັນສັດທີ່ນິຍົມລ້ຽງກັນຫຼາຍໂດຍສະເພາະໃນປະເທດທີ່ໜາວຫຼາຍ ເພາະ ແກະໃຫ້ປະໂຫຍດຫຼາຍແນວ ບໍ່ວ່າຊິເປັນນໍ້ານົມ, ຂົນ ແລະ ຊີ້ນ ຊຶ່ງມີໂພສະນາການທາງອາຫານສູງ. ນອກຈາກນັ້ນ, ຄໍາວ່າ “ແກະ” ຍັງມີຄວາມໝາຍວ່າການງັດອອກ ຫຼື ໄຂອອກ.

ສໍາລັບຄໍາວ່າ “ແບ້” ຫຼື “ໂຕແບ້” (ຊື່ວິທະຍາສາດ: Capra aegagrus hircus) ເປັນສັດສີ່ຕີນ ແບ້ບ້ານ ວິວັດທະນາການມາຈາກແບ້ປ່າໃນອາຊີຕາເວັນຕົກສຽງໃຕ້ ແລະ ເອີລົບຕາເວັນອອກ ຊຶ່ງນິຍົມລ້ຽງກີນນົມ, ກີນຊີ້ນ ແລະ ເອົາຂົນ ລວມທັງໜັງຂອງມັນ “ແບ້” ແລະ “ແກະ” ມີຄວາມໃກ້ຄຽງກັນ  ປັດຈຸບັນຄາດວ່າມີແບ້ກວ່າ 300 ສາຍພັນ. ຄົນລ້ຽງແບ້ເປັນປະສຸສັດມາຢ່າງຊ້ານານ. ເພື່ອໃຫ້ເຂົ້າໃຈ ແລະ ສາມາດແຍກໄດ້ ລະອຽດລະຫວ່າງສັດສອງແນວນີ້ ພວກເຮົາມາເບີ່ງລາຍລະອຽດນໍາກັນດັ່ງລຸ່ມນີ້:

SA Game
DooDiDo

ຄວາມໝາຍຄຳ​ວ່າ “ແກະ”:

“ແກະ” (1. ຄໍານາມ) ໂຕແກະ, ເປັນສັດສີ່ຕີນແນວນຶ່ງ ເປັນສັດຄ້ຽວເອື້ອງ ຕົວຂະໜາດງົວນ້ອຍລ້ຽງ ໄວ້ເອົານໍ້ານົມ, ຂົນ ແລະ ເອົາຊີ້ນເພື່ອບໍລິໂພກ. ສັດສີ່ຕີນແນວນຶ່ງທີ່ມີຂະໜາດ ແລະ ຮູບຮ່າງຄ້າຍ ຄືແບ້ ແຕ່ມີຂົນຍາວກວ່າ. (2. ຄໍາກິລິຍາ) ແກະ. ການແກະ. ການງັດ. ການໄຂ.

ຕົວ​ຢ່າງ:

  • ເມືອງສັງທອງເໝາະສົມແກ່ການເຮັດຟາມລ້ຽງແກະ ເພາະມີຄັງ ຫຼື ໂນນພູກວ້າງ ແລະ ມີແມ່ນໍ້າ ເຮັດໃຫ້ສາມາດປູກຫຍ້າລ້ຽງສັດໄດ້ຕະຫຼອດປີ ພ້ອມທັງອາກາດກໍ່ເຢັນສົດຊື່ນ.
  • ຮ້ານອາຫານແຫ່ງນຶ່ງຢູ່ໃນເມືອງມີເມນູອາຫານຊີ້ນແກະນໍາເຂົ້າຈາກຕ່າງປະເທດ ຫຼາຍຄົນທີ່ໄປ ກິນເຂົາວ່າແຊບຫຼາຍ ຂ້ອຍກະຢາກໄປລອງຊີມເບີ່ງຈັກເທື່ອມັນແຊບດັ່ງເຂົາວ່າແທ້ບໍ່.
  • ເວລາກິນຫອຍແຄງຕ້ອງໄດ້ແກະເປືອກມັນອອກກ່ອນຈິ່ງກິນ ມັນຕ່າງກັບຫອຍບ້ານເຮົາ ເພາະ ໄດ້ຈູບໄດ້ດູູດ ຈິ່ງກີນໄດ້.
  • ວານນີ້ຕອນຂ້ອຍໄປເຮັດວຽກຢູ່ຫ້ອງການມີຂີ້ຂະໂມຍງັດແງະ ມາແກະປ່ອງຢ້ຽມເຮືອນຂ້ອຍ ດີແຕ່ມີເຫຼັກກັນຂະໂມຍ ເລີຍເຮັດໃຫ້ມັນເຂົ້າເຮືອນບໍ່ໄດ້ ແລະ ບໍ່ມີເຄື່ອງເສຍ.

ຄວາມໝາຍຄຳ​ວ່າ “ແບ້”:

“ແບ້” (1. ຄໍານາມ) ໂຕແບ້, ເປັນສັດສີ່ຕີນແນວນຶ່ງ ເປັນສັດຄ້ຽວເອື້ອງ ຕົວຂະໜາດງົວນ້ອຍລ້ຽງໄວ້ ເອົານໍ້ານົມ ເພື່ອດື່ມ ແລະ ເອົາຊີ້ນເພື່ອບໍລິໂພກ. (2. ຄໍານາມ) ສັດສີ່ຕີນແນວນຶ່ງທີ່ຮ້ອງສຽງແບ້ໆ ຂະໜາດ ແລະ ຮູບຮ່າງ ຄ້າຍຄືແກະ ແຕ່ຂົນສັ້ນກວ່າ. (3. ຄໍານາມ) ມະແມ (ຄົນເກີດປີມະ ແມ).

ຕົວ​ຢ່າງ:

  • ການລ້ຽງແບ້ແມ່ນຕ້ອງໄດ້ເອົາໃຈໃສ່ພິເສດ ເພາະມັນເປັນສັດຕີນມີກີບຄືກັບງົວ ແລະ ຄວາຍ ດັ່ງນັ້ນຈໍາເປັນຕ້ອງມີຄອກ ແລະ ສັກຢາກັນພະຍາດປາກເປື່ອຍລົງເລັບ. ສິ່ງທີ່ຕ້ອງໄດ້ລະວັງອີກ ປະການນຶ່ງ “ແບ້” ເປັນສັດທີ່ຂີ້ດື້ທັງກິນທັງຢ່າງໄປຕ້ອງໄດ້ລ້ອມໄວ້ຖ້າບໍ່ດັ່ງນັ້ນຈະໄປເຂົ້າສວນ ຄົນອື່ນ.
  • ໃກ້ກັບມະຫາວິທະຍາໄລແຫ່ງຊາດ ມີຮ້ານປີ້ງແບ້ຮ້ານນຶ່ງແຊບຫຼາຍ ໃນແຕ່ລະມື້ລາວຂາຍປີ້ງແບ້ ໝົດຮອດສາມໂຕເຮັດໃຫ້ລາວມີກໍາໄລດີພໍສົມຄວນ.
  • ເຂົາເຈົ້າມັກເວົ້າຢອກກັນວ່າ ຄົນທີ່ເກີດປີມະແມ ຫຼື ປີແບ້ ຫຼາຍຄົນວ່າມັກລອຍນໍ້າບໍ່ເປັນ ສາເຫດ ເພາະແບ້ຢ້ານນໍ້ານັ້ນເອງ.

ສະ​ຫຼຸບ

“ແກະ” ແລະ “ແບ້” ແມ່ນສັດສີ່ຕີນທີ່ມີຮູບຮ່າງລັກສະນະ, ພຶດຕິກໍາ ແລະ ການກິນໄກ້ຄຽງກັນ ແຕກຕ່າງແຕ່ “ແກະ” ມີຂົນຍາວກວ່າແບ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo