ຄໍາວ່າ “ແພ້” ມີຄວາມໝາຍໃນພາສາລາວແນວໃດ?

SA Game

DooDiDo

ອະທິບາຍຄໍາວ່າ “ແພ້” ມີຄວາມໝາຍແນວໃດ?

​ຄໍາວ່າ “ແພ້” ໃນພາສາລາວແຕ່ເດີມດາເຄົ້າແມ່ນມີຄວາມໝາຍວ່າ ‘ຊະນະ, ຜາບໄດ້ (ແຕ່ນິຍົມເວົ້າປາບ ໄດ້ ຫຼື ປາບແພ້), ສູ້ໄດ້’ ເຊິ່ງມາຮອດປັດຈຸບັນ ລວມທັງພົດຈະນານຸກົມພາສາລາວອິສານ-ໄທ-ອັງກິດ ແລະ ພົດຈະນານຸກົມພາສາທ້ອງຖິ່ນພາກເໜືອຂອງໄທ ກໍຍັງບັນທຶກໄວ້ວ່າ ‘ແພ້’ ແມ່ນ ‘ຊະນະ, ສູ້ໄດ້, ທົນໄດ້, ເຮັດໄດ້’. ສ່ວນໃນພາສາໄທນັ້ນ ສະໄໝບູຮານກໍມີຄວາມໝາຍວ່າຊະນະເຊັ່ນກັນ ພ້ອມທັງນຳໃຊ້ເປັນຄຳຊ້ອນກັນກັບຄຳວ່າ ‘ພ່າຍ’ ເປັນ ‘ພ່າຍແພ້’ ເຊິ່ງມີຄວາມໝາຍວ່າ ‘ໜີຈາກຄວາມຊະນະ’.

ແຕ່ຜ່ານການນຳໃຊ້ເປັນເວລາເຫິງນານ, ຄຳວ່າ ‘ພ່າຍແພ້’ ຈຶ່ງຍັງເຫຼືອແຕ່ ‘ແພ້’ ແຕ່ຊ້ຳຜັດຍັງນຳໃຊ້ຄວາມໝາຍເດີມຂອງຄຳວ່າ ‘ພ່າຍແພ້’. ດັ່ງນັ້ນ, ມາຮອດສະໄໝປັດຈຸບັນ ຄຳວ່າ ‘ແພ້’ ໃນພາສາໄທ ຈຶ່ງກາຍມາເປັນ ‘ສູ້ບໍ່ໍ່ໄດ້, ບໍ່ຊະນະ’. ສວ່ນໃນລາວຄົນສ່ວນໃຫຍ່ຍັງຮັກສາເດີມ ຊຶ່ງເຮົາເຫັນໄດ້ຈາກການທີ່ມັກເວົ້າວ່າ “ກູ ແພ້ ມືງ ແລະ ບໍ່ແພ້ກູ, ຍົກເປົາເຂົ້າແພ້ບໍ່” ເປັນຕົ້ນ. ແຕ່ໃນປະຈຸບັນ ຄົນວຽງຈັນ ຫຼື ໃກ້ໆກັບໄທ ໂດຍ ສະເພາະຄົນຮຸ່ນໃໝ່ ໄດ້ຮັບອິດພົນຈາກການບໍລິໂພກສື່ໄທ ເລີຍນໍາຈະໃຊ້ຄໍາວ່າ “ແພ້”  ທີ່ມີຄວາມໝາຍ ວ່າເສຍໄປນໍາເຂົາເຈົ້າ. ສະນັ້ນ, ການຈະນໍາໃຊ້ຄໍານີ້​ໃຫ້​ຖືກ​ຕ້ອງ​ຕາມຫຼັກ​ໄວ​ຍະກອນ​ຂອງ​ພາ​ສາ​ລາວ​ນັ້ນ​ເຮົາ​ຈະ​ມາ​ຮູ້​ຈັກ​ຄຳ​ນີ້​ນຳ​ກັນ.

SA Game
DooDiDo

ຄຳວ່າ “ແພ້”.

“ແພ້” (1. ຄໍາກິລິຍາ) ຜາບໄດ້. ຊະນະ. ສູ້ໄດ້ ແພ້ທ້ອງ, ກີນຂາດ (2. ຄໍາຄຸນສັບ ຫຼື ກິລິຍາວິເສດ)  ອາການ ຂອງຜູ້ຍິງທີ່ປ່ຽນແປງໃນເວລາຕັ້ງຄັນມີລູກ, ແພ້ຜົວ (3. ຄໍາຄຸນສັບ ຫຼື ກິລິຍາວິເສດ) ມີຜົວຕາຍແລ້ວ ຫຼາຍຄົນ. ແພ້ຜົມ, (2. ຄໍາຄຸນສັບ ຫຼື ກິລິຍາວິເສດ) ມີຜົມຫງອກງ່າຍ. ແພ້ເມຍ, (3. ຄໍາຄຸນສັບ ຫຼື ກິລິຍາວິເສດ) ມີເມຍຕາຍແລ້ວຫຼາຍຄົນ.

ຕົວ­ຢ່າງ: 

  • ສຸພາສິດລາວໄດ້ກ່າວໄວ້ວ່າ “ຄວາຍຊົນຄວາຍ ແພ້ຫຍ້າແພດ ແດດອອກ ແພ້ພູເຂົາ” ໝາຍ ຄວາມວ່າເຖິງຄວາຍຈະຕໍ່ສູ້ກັນດົນປານໃດກໍ່ຕາມແຈ່ສຸດທ້າຍກະເສຍໃຫ້ຫຍ້າແຜດທີ່ອອກຕາມທໍາມະຊາດຄືເກົ່າ ແລະ ແດດກໍ່ສາມາດສ່ອງໄດ້ທົ່ວພູເຂົານັ້ນເອງ.
  • ເຈົ້າຫາເງິນບໍ່ສູ້ລາວດອກ ເພາະລາວມີຮ້ານຢູ່ບ່ອນຊຸມຊົນ ແລະ ຄົນສ່ວນໃຫຍ່ກະມີກໍາລັງຊື້.
  • ລາວອາລົມບໍ່ດີຍ້ອນລາວຫຼີ້ນເກມບໍ່ແພ້ໝູ່ ເຮັດໃຫ້ລາວເສຍເງິນພະນັນຫາຍແສນ ນອກຈາກນັ້ນ, ແມ່ລາວຮູ້ແມ່ລາວກະຮ້າຍໃຫ້ລາວອີກ.
  • ລາວຍົກເປົາເຂົ້າສານໜັກ 100 ກິໂລ ແພ້ເສີຍ ລາວບໍ່ຢ້ານເຈັບຫຼັງເຈັບແອວບໍ່ນໍ.

ສະຫຼຸບ.

ຄໍາວ່າ “ແພ້”​ ມີຄວາມໝາຍເຖິງການເອົາຊະນະ ຫຼື ພາບແພ້ ນັ້ນເອງ ດັ່ງນັ້ນຈິ່ງຄວນລະວັງໃນການ ນໍາໃຊ້ ເພື່ອໃຫ້ມັນຖືກຕ້ອງຕາມຫຼັກໄວຍະກອນລາວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo