ຄຳວ່າ “ເສືອ” ແລະ “ເຊື່ອ” ມີຄວາມໝາຍແນວໃດ?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຄື​ກັນ ແລະ ຕ່າງ​ກັນ ຂອງ​ຄຳ​ວ່າ ເສືອ” ແລະ “ເຊື່ອ”.

ໃນການອອກສຽງພາ​ສາ​ລາວແມ່ນມີຫຼາຍ​ຄຳສັບທີ່ມີ​ຄວາມໃກ້ຄຽງກັນ ແຕ່ຄວາມໝາຍພັດແຕກຕ່າງກັນ ໄປຄົນລະຢ່າງ ດັ່ງຄໍາວ່າ ​“ເສືອ” ແລະ “ເຊື່ອ” ເຫັນວ່າການອອກສຽງໃກ້ຄຽງກັນຫຼາຍ ຖ້າຫາກເວົ້າຄ່ອຍ ແລະ ບໍ່ເຕັບປະໂຫຍກອາດເຮັດໃຫ້ເຂົ້າໃຈຍາກ ເພາະວ່າຄວາມແຕກຕ່າງ ຂອງສຽງສູງ ກັບສຽງຕໍ່າ ແມ່ນຕ່າງກັນເລັກນ້ອຍເທົ່ານັ້ນ.

​“ເສືອ” ເປັນສັດກິນຊີ້ນ ໂດຍທົ່ວໄປຈະດຸຮ້າຍ ດັ່ງນັ້ນຜູ້ຊາຍຈໍານວນນຶ່ງຈິ່ງນິຍົມກັນໃສ່ຊື່ເສືອ ຫຼື ເອີ້ນກັນ ເປັນສາຍາ ເພື່ອໃຫ້ຜູ້ອື່ນເກງຂາມ, ລວມທັງ ສັນຍາລັກບັນດາສິນຄ້າຕ່າງໆ ທີ່ມັກໃສ່ຮູບເສືອ ເພື່ອເປັນ ທີ່ຈົດຈໍາຂອງລູກຄ້າ. ນອກຈາກນັ້ນ, ຍັງມີກຸ່ມຄົນຫຼາຍກຸ່ມ ທີ່ມັກສະສົມໜັງເສືອ ເພື່ອເປັນການໂຊຄວາມ ຫຍີ່ງໃຫຍ່ ແລະ ບາລະມີ. ສໍາລັບບາງປະເພດພັດນິຍົມເອົາຊີ້ນສ່ວນຕ່າງໆຂອງເສືອໄປປຸງຢາ ອາຫານ ຊຶ່ງເຊື່ອກັນວ່າເປັນຢ່າຊູກໍາລັງ ແລະ ຢາອາຍຸວັດທະນະ.

SA Game
DooDiDo

“ເສືອ” ລ້ຽງລູກດ້ວຍນ້ຳນົມ ເປັນວົງດຽວກັບແມວ ເສືອສ່ວນໃຫຍ່ມີຂະໜາດລຳໂຕຄ່ອນຂ້າງໃຫຍ່ ແລະອາໄສຢູ່ພາຍໃນປ່າ. ເສືອທຸກຊະນິດມີກາມທີ່ສັ້ນ ແລະ ແຂງແຮງ.​“ ເສືອ” ຈັດເປັນສັດນັກລ່າທີ່ມີຄວາມສະຫງ່າງາມໃນໂຕເອງ ໂດຍສະເພາະແມ່ນ ເສືອໂຄ່ງ ຫຼື ເສືອດາວ. ຜູ້ທີ່ພໍ້ເຫັນ​ “ເສືອ” ໃນເທື່ອທຳອິດມັກເກີດຄວາມປະທັບໃຈໃນຄວາມສະຫງ່າງາມ ແຕ່ໃນຂະນະດຽວກັນກໍເກີດຄວາມຫວາດຫວັ່ນເກງຂາມໃນພະລະອຳນາດພາຍໃນໂຕຂອງພວກມັນ. ເສືອຈັ່ງໄດ້ຮັບການຍົກຍໍໃຫ້ເປັນລາຊາແຫ່ງສັດປ່າ ແລະ ເປັນເຈົ້າແຫ່ງນັກລ່າຢ່າງແທ້ຈິງ.

ສ່ວນຄໍາວ່າ “ເຊື່ອ” ແມ່ນການເຊື່ອອົກເຊື່ອໃຈ ຫຼື ເຊື່ອຟັງ ໄວາງໃຈ ພ້ອມທີ່ຈະປະຕິບັດຕາມ. ໃນຄວາມ ໝາຍອື່ນ ແມ່ນຄວາມເຊື່ອໝາຍເຖິງເຂົ້າໃຈວ່າສິ່ງທີ່ບໍ່ເຫັນ ແລະ ຈັບຕ້ອງບໍ່ໄດ້ນັ້ນມີຢູ່ຈິງ ເຊັ່ນ: ເຊື່ອວ່າ ພະະເຈົ້າມີຈິງ, ເຊື່ອວ່າຜີ ແລະ ສິງລຶກລັບມີແທ້, ເຊື່ອວ່າມີມະນຸດຕ່າງດາວ ເປັນຕົ້ນ. ສະ​ນັ້ນ ເພື່ອ​ນຳ​ໃຊ້​ໃຫ້​ຖືກ​ຕ້ອງຕາມຫຼັກໄວຍະກອນ ຄວນມີການສຶກສາໃຫ້ເຂົ້າໃຈກ່ອນ.

ຄວາມໝາຍຄຳ​ວ່າ “ເສືອ”:

“ເສືອ” (1.ຄໍານາມ) ສັດສີ່ຕີນແນວນຶ່ງ ເປັນສັດຮ້າຍກິນສັດເປັນອາຫານ ຮູບຮ່າງຄືແມວແຕ່ສ່ວນ ຫຼາຍໂຕໃຫຍ່ກວ່າ ມີຫຼາຍຊະນິດ ຄື: ເສືອ ໂຄ່ງ ເປັນເສືອຂະໜາດໃຫຍ່, ເສືອເຫຼືອງ ເປັນເສືອຂະ ໜາດກາງ, ເສືອດາວ ເປັນເສືອຂະໜາດກາງ ແຕ່ມີຂົນລາຍເປັນຕາ ຫຼື ຄືດວງວຕາ, ເສືອແມວ ເປັນເສືອຂະໜາດນ້ອຍທໍ່ແມວ, ເສືອຂ້ຽວ ຕົວຂະໜາດເທົ່າໝາຖ່າວໆ. (2.ຄໍານາມ) ຊື່ປາແນວນຶ່ງ ເກັດສີມູມ ແລະ ເປັນລາຍຄືເສືອ. ພະຍັກ

ຕົວ​ຢ່າງ:

  • ເສືອໂຄ່ງເປັນສັດນັກລ້າທີ່ໂຕໃຫຍ່, ມີຄວາມສະຫຼາດ ແລະ ໜ້າເກງຂາມ ມັນສາມາດໄລ່ຄຸບ ໂຕກວາງ ເພື່ອກິນ ໃນເວລາອັນສັ້ນ.
  • ກຸ່ມຜູ້ຊາຍຂີ້ດື້ ເອີ້ນຫົວໜ້າແກ້ງ ວ່າອ້າຍເສືອ ສ່ວນຫົວໜ້າແກ້ງກະເອີ້ນລູກນ້ອງວ່າບັກເສືອ.
  • ການອອກແບສັນຍາລັກຂອງບໍລິສັດເບຍລາວແມ່ນແບບລຽບງ່າຍ ມີພຽງແຕ່ຫົວເສືອ ຂະໜາດນັ້ນ ຍັງໄດ້ຂາຍດີ ຖ້າອອກແບບໝົດໂຕເສືອ ຊິໄດ້ຂາຍຫຼາຍປານໃດ.
  • ເສືອໂຄ່ງເປັນສັດໃກ້ສູນພັນ ແລະ ຫາເບີ່ງໄດ້ຍາກໃນປັດຈຸບັນ.

ຄວາມໝາຍຄຳ​ວ່າ “ເຊື່ອ”:

“ເຊື່ອ” (1. ຄໍານາມ) ເຊື່ອຖື, ເຊື່ອອົກ, ເຊື່ອໃຈ  ເຊື່ອຖ້ອຍຟັງຄວາມ, ເຊື່ອຟັງ, ປະຕີບັດຕາມ.

ຕົວ​ຢ່າງ:

  • ຊ່ວງນີ້ໂຄວິດ-19 ລະບາດ ບໍສາມາດໄວ້ເນື້ອເຊື່ອໃຈໃຜໄດ້ ຕ້ອງໃສ່ຜ້າອັດປາກອັດດັງ ແລະ ຢູ່ຫ່າງກັນ 1 ແມັດ ລ້າງມືດ້ວຍເຫຼົ້າເລື້ອຍໆ.
  • ລູກໆຄວນເຊື່ອຟັງພໍ່ແມ່ ເພາະເພີ່ນເປັນຜູ້ໃຫ້ກໍາເນີດ ແລະ ຮັກລູກດ້ວຍໃຈອັນບໍລິສຸດ.
  • ໃນປະເທດດ້ອຍພັດທະນາ ຄວາມເຊື່ອຖືດ້ານສາດສະໜາ ໂດຍສະເພາະແມ່ນການຖືຜີ ແມ່ນຍັງ ເຄັ່ງຄັດ.
  • ຄວາມເຊື່ອໃນສາດສະໜາພຸດແມ່ນຖືວ່າບາບບູນຄູນໂທດ ເວນກໍາ ມີຈິງ.

ສະ​ຫຼຸບ

ຄຳ​ວ່າ “ເສືອ” ແລະ “ເຊື່ອ” ແມ່ນອອກສຽງໃກ້ຄຽງກັນແຕ່ ມີຄວາມໝາຍຕ່າງກັນ ເພາະ “ເສືອ” ແມ່ນຊື່ ສັດປະເພດນຶ່ງ . ສ່ວນຄຳ​ວ່າ “ເຊື່ອ” ແມ່ນການໄວ້ວາງໃຈ ຫຼື ເຊື່ອຖື ຕາມຄວາມຄິດນັ້ນເອງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo