ຄຳວ່າ “ຮ່າງ” ແລະ “ຮາງ” ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຄື​ກັນ ແລະ ຕ່າງ​ກັນ ຂອງ​ຄຳ​ວ່າ ຮ່າງ” ແລະ “ຮາງ”.

ແນ່ນອນຄຳວ່າ “ຮ່າງ” ແລະ “ຮາງ” ມີຄວາມໝາຍຄົນລະຢ່າງ ແຕ່ການອອກສຽງພັດໃກ້ຄຽງກັນມີ ພຽງການເນັ້ນສຽງສູງກັບສຽງຕໍ່າ ເພື່ອເປັນ​ການ​ນຳ​ໃຊ້​ໃຫ້​ຖືກ​ຕ້ອງວ່າໂດຍສະເພາະແມ່ນການຂຽນນັ້ນເຮົາຈະ​ຕ້ອງໄດ້ມີຄວາມເຂົ້າໃຈກ່ອນ.

ຄຳວ່າ “ຮ່າງ” ໝາຍເຖິງຮູບຮ່າງ ຫຼື ຕົວຕົນ ເລົາຄິງຂອງຄົນ, ສັດ ແລະ ສິ່ງຂອງ ວ່າມີຂະໜາດ ນ້ອຍ ໃຫຍ່ ປານໃດ. ນອກຈາກນັ້ນ, ຍັງໝາຍເຖິງການກະກຽມເອກະສານທີ່ຍັງບໍ່ທັນເອົາມາໃຊ້ເປັນທາງການ ຫຼື ນໍາມາໃຊ້ເທື່ອ.

ຄຳວ່າ “ຮາງ” ໝາຍເຖິງສິ່ງໄມ ຫຼື ໂລຫະ ເປັນຮ່ອງຍາວສໍາລັບໄວ້ໃຫ້ນໍ້າໄຫຼ ຫຼື ເປັນອ່າງສໍາລັບໄວ້ເກືອ ສັດເຊັ່ນ: ຮາງໝູ, ຮາງໄກ່ ເປັນຕົ້ນ. ໃນສະໄໝກ່ອນ ຍັງເປັນຊື່ຫົວໜ່ວຍເງິນຕາທີ່ເປັນໂລຫະ. ນອກ ຈາກນັ້ນ, ຍັງໃຊ້ເອີ້ນເຂົ້າອີກຊະນິດນຶ່ງຄື ເຂົ້າຮາງ ຊຶ່ງແມ່ນການນໍາເອົາເຂົ້າຂຽວ ທີ່ເມັດໃຫຍ່ເຕັມໃກ້ຈະແກ່ ຫຼື ມີສີຂຽວແດ່ເຫຼືອງແດ່ແລ້ວ ໃສ່ໝໍ້ຕົ້ມໃຫ້ສຸກ ຫຼັງຈາກນັ້ນກໍເອົາອອກມາຕາກ ຫຼື ຢ້າງໄຟໃຫ້ແຫ້ງ ແລ້ວນຳເອົາໄປຕຳເຮັດເປັນເຂົ້າສານທົ່ວໄປ ຕ່າງແຕ່ເມັດເຂົ້າສານເພາະມີສີຂຽວ ວິທີການກິນຕ້ອງໝ່າເຂົ້າໃຫ້ໃສ່ນໍ້າພໍປະມານ ບໍໃສ່ຫຼາຍເພາະຈະເຮັດ ເຂົ້າເປື່ອຍ ແຊ່ໄວ້ບໍ່ດົນພໍໃຫ້ນ້ຳຊຶມເຂົ້າເມັດເຂົ້າ ແລ້ວເອົາໄປໜຶ້ງໃຫ້ສຸກ. ເຂົ້ານາງນິຍົມກັນເອົາໄປເຮັດເຂົ້າສັງຂະຫຍາ, ນ້ຳຫວານ ແລະ ອື່ນໆ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈເລີກຊຶ່ງກວ່າເກົ່າ ແລະ ເປັນໄປຕາມຫຼັກໄວຍະກອນ ເຮົາມາເບີ່ງລາຍລະອຽດດັ່ງລຸ່ມນີ້:

ຄວາມໝາຍຄຳ​ວ່າ “ຮ່າງ”:

“ຮ່າງ” (1.ຄໍານາມ) ຮູບ, ຕົວຕົນ, (1.ຄໍານາມ) ແຕ່ງຂໍ້ຄວາມ ຫຼື ເລື່ອງທົດລອງເບີ່ງ.

ຕົວ​ຢ່າງ:

  • ນັກມວຍປໍ້າ ສ່ວນໃຫຍ່ມີແຕ່ຄົນຮ່າງໃຫຍ່ຮ່າງສູງ ແລະ ແຂງແຮງ ມີກ້າມເປັນມັດໆ ບາງຄົນ ໃຫຍ່ຄືຍັກເບີ່ງແລ້ວ ເປັນຕາເກງຂາມ.
  • ນັກມວຍຊູໂມຍີ່ປຸ່ນ ແມ່ນຄົນທີ່ຮູບຮ່າງອ້ວນ ແລະ ໃຫຍ່ ຫຼັກການໃນການຫຼິ້ນກະແຕກຕ່າງຈາກ ມວຍທົ່ວໄປ.
  • ຄົນຢູໂລບເປັນຄົນຮ່າງໃຫຍ່ ແລະ ສູງ ແຕກຕ່າງຈາກຄົນອາຊີ ຊຶ່ງສ່ວນໃຫຍ່ຄິງບາງຮ່າງນ້ອຍ.
  • ການກະກຽມກອງປະຊຸມໃດນຶ່ງ ອານຸກໍາມະການດ້ານເນື້ອໃນເປັນຜູ້ຮ່າງເອກະສານ ແລະ ກະກຽມ ບົດຕ່າງໆ.

ຄວາມໝາຍຄຳ​ວ່າ “ຮາງ”:

“ຮາງ” (1.ຄໍານາມ) ໄມ້ ຫຼື ໂລຫະທີ່ເຮັດເປັນຮ່ອງຍາວ ສໍາລັບໃຫ້ນໍ້າໄຫຼ ຫຼື ໃສ່ສິ່ງຂອງທີ່ມີນໍ້າ. ຮາງ ລິນ (1.ຄໍານາມ) ຊື່ເງິນຕາທີ່ໃຊ້ຢູ່ໃນປະເທດລາວແຕ່ສະໄໝບູຮານ, ຮາງ 1 ມີນໍ້າໜັກ 6 ຕໍາລຶງ ກັບ 6 ສະລຶງ ຄື ໜັກ 25 ບາດ 50 ສະຕາງ ຫຼື 50 ອັດ. ໃນເງິນຮາງນັ້ນມີອັກສອນຈີນ 2 ໂຕ ຕີເປັນຕາ ໝາຍໄວ້ ຈິ່ງເຂົ້າໃຈວ່າເງິນຮາງຄົງໄດ້ມາຈາກຈີນ. (2.ຄໍາກິລິຍາ) ເອົາເຂົ້າເປືອກທີ່ແກ່ພໍກະເທີນຍັງບໍ່ທັນ ແກ່ ຫຼື ແຫ້ງແທ້ ແຕ່ແກ່ກວ່າພໍເປັນເໝົ້າມາຂົ້ວໃຫ້ສຸກແລ້ວຕໍາໃຫ້ເປັນເຂົ້າສານຮຽກວ່າເຂົ້າຮາງ. (3.ຄໍານາມ) ເຂົ້າສານຊະນິດດດດດນີ້ຮຽກວ່າເຂົ້າຮາງ.

ຕົວ​ຢ່າງ:

  • ການເກືອໝູແມ່ນໃຫ້ເອົານໍ້າໃສ່ຮາງໝູພໍປະມານກ່ອນ ແລ້ວຈຶ່ງເອົາຮໍາລົງ ຈາກນັ້ນຄົນໃຫ້ຮໍາປຽກ ນໍ້າກະຖືວ່າສໍາເລັດ.
  • ວານນີ້ຝົນຕົກແຮງນໍ້າຈົນລົ້ນຮາງລິນ ເຮັດໃຫ້ຕົກເຂົ້າປຽກເຮືອນຫຼາຍພໍສົມຄວນ.
  • ຄົນສະໄໝກ່ອນຊື້-ຂາຍ ສິ່ງຂອງກັນດ້ວຍເງິນຮາງ ແຕ່ດຽວນີ້ຫຼາຍຄົນບໍ່ຮູ້ຄືກັນກັບເງິນຮ້ອຍ ເງິນ ໝັນ (ກີບຫົວໜາມ) ເພາະຫັນມາໃຊ້ເງິນເຈ້ຍ ແລະ ໃຊ້ຈ່າຍຜ່ານທາງອີເລັກໂຕຼນິກ.
  • ໃນແຕ່ລະປີພໍຕົກກາງພັນສາ ປະຊາຊົນ ນິຍົມກັນເຮັດເຂົ້າຮາງ ເພາະມີກີ່ນຫອມ ແລະ ລົດຊາດແຊບດີ.
  • ຂັ້ນຕອນການເຮັດເຂົ້າຮາງມີຫຼາຍຂັ້ນຕອນ ແຕ່ກໍ່ຄຸ້ມຄ່າເພາະສາມາດຂາຍໄດ້ລາຄາດີກວ່າເຂົ້າ ສານທົ່ວໄປຫຼາຍ.

ສະ​ຫຼຸບ

ຄຳວ່າ “ຮ່າງ” ແລະ “ຮາງ” ມີຄວາມໝາຍກະແຕກຕ່າງກັນ ຄຳວ່າ “ຮ່າງ” ແມ່ນຮູບຮ່າງ ຮູບປະພັນ ຂອງສິ່ງໃດນຶ່ງ ຫຼື ແມ່ນການຫ້າງຫາກະກຽມເອກະສານ ແຕ່ຍັງບໍ່ທັນນໍາມາໃຊ້ເທື່ອ. ສໍາລັບຄຳວ່າ “ຮາງ” ແມ່ນສິ່ງຂອງເປັນຮ່ອງຍາວໃຫ້ນໍ້າໄຫຼຜ່ານ ຫຼື ເປັນສິ່ງຂອງຊະນິດນຶ່ງສໍາລັບໄວ້ເອົາອາຫານສັດໃສ່ ເພື່ອ ເກືອພວກມັນ. ແມ່ນຊື່ເງິນຕາລາວບູຮານຊະນິດນຶ່ງ. ນອກຈາກນັ້ນ, ຍັງເປັນຊື່ເຂົ້າໂດຍການນໍາເອົາເຂົ້າຂຽວທີ່ເມັດໃຫຍ່ເຕັມໃກ້ຈະແກ່ ຫຼື ມີສີຂຽວແດ່ເຫຼືອງແດ່ແລ້ວ ມາຜ່ານຂະບວນການ ແລະ ຂັ້ນຕອນ ເຮັດໃຫ້ຫອມແຊບ ເອີ້ນວ່າເຂົ້າຮາງ ຊຶ່ງທີ່ນິຍົມກັນເຮັດໃນປະເທດລາວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo