ຄຳວ່າ “ຮ້ອຍ” ແລະ “ລ້ອຍ” ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຂອງ​ຄຳ​ວ່າ “ຮ້ອຍ” ແລະ ລ້ອຍ”.

ຄໍາວ່າ ​“ຮ້ອຍ” ແມ່ນຕົວເລກ (100) ທີ່ຢູ່ຫຼັງເລກອັນດັບເກົ້າສິບເກົ້າ ຫຼື ມີເລກ 1 ແລະ ເລກ 00 ຢູ່ນໍາ ກັນ ນໍາໃຊ້ເຂົ້າໃນການຄິດໄລ່ເລກ. ພ້ອມນັ້ນ, ຍັງມີຄວາມໝາຍການເອົາເສັ້ນສອດເຂົ້າໃນສິ່ງໃດນຶ່ງ ເຊັ່ນ ການຮ້ອຍໝາກເດືອຍຫີນ ເຮັດເປັນສາຍແຂນ, ການຮ້ອຍລູກປັດ ເພື່ອເຮັດສາຍຄໍ.

ດັ່ງ​ນັ້ນເພື່ອ​ນຳ​ໃຊ້​ໃຫ້​ຖືກ​ຕ້ອງ ແລະ ສອດຄ່ອງກັບຫຼັກການຂິດຂຽນວ່າ​ເຮົາຄວນ​ໃຊ້​ຄຳ​ໃດ​ແທ້​ຈິ່ງ​ຈະແທດເໝາະຕ້ອງໄດ້ມີການສຶກສາໃຫ້ເຂົ້າໃຈຢ່າງລະອຽດສາກ່ອນ.

ຄວາມໝາຍຄຳ​ວ່າ “ຮ້ອຍ”:

“ຮ້ອຍ” (1. ຄໍາຄູນສັບ ຫຼື ກິລິຍາວິເສດ) ຈໍານວນນັບ 10 ສິບເທື່ອ ຄືເລກ 1 ມີ 00 (ສູນ), (2. ຄໍາ ກິລິຍາ) ເອົາສິ່ງເປັນເສັ້ນສອດເຂົ້າກັນ ດັ່ງຮ້ອຍດອກໄມ້, ສອດແລ້ວຜູກໃຫ້ຕິດຕໍ່ກັນ. (3. ຄໍານາມ) ມາດຕານໍ້າໜັກເງິນບູຮານມມີນໍ້າໜັກ 10 ບາດ ເອີ້ນເງິນຮ້ອຍຮູບກ້ານສວຍເງິນຮ້ອຍປະສົມ ເນື້ອເງິນແທ້ມີພຽງ 10 ສະລຶງເທົ່ານັ້ນ.

SA Game
DooDiDo

ຕົວ​ຢ່າງ:

  • ເດັກນ້ອຍສະໄໝນີ້ເກັ່ງຫຼາຍສາມາດນັບຮອດເລກຮ້ອຍເປັນພາສາລາວ ແລະ ພາສາອັງກິດ ຄວບ ຄູ່ກັນໄປ ຕ່າງກັບສະໄໝແຕ່ກີ້ໃຫຍ່ຈົນເປັນບ່າວເລກໜຶ່ງໃຫຍ່ສໍ່າໂຕຄວາຍ ຕໍາຕາກະຍັງບໍ່ຮູ້.
  • ຄໍາສຸພາສິດລາວໄດ້ກ່າວໄວ້ວ່າ “ຢາກມີເງິນເປັນຮ້ອຍ ຢາກມີເມຍນ້ອຍເປັນພັນ”. ໝາຍເຖິງ ຄວາມຕັນຫາຂອງຜູ້ຊາຍນັ້ນເອງ.
  • ລູງທິດສີ ເປັນຄົນໃຈຮ້ອຍຫຼາຍ (ໃຈເຕັມ 100%) ສະໄໝເປັນໜຸ່ມລາວທຽວມາຕັ້ງໄກດ້ວຍການ ຂີ່ລົດຖີບ ເພື່ອມາລົມປ້າ ກ່ອນຈະໄດ້ເປັນເມຍ ສົມພໍວ່າລາວຈິ່ງຮັກເມຍລາວຂະໜາດຂັ້ນວ່າມົດບໍ່ ໃຫ້ໄຕ່ໄຮບໍ່ໃຫ້ຕອມ.
  • ສາວຄົນນັ້ນ ທັງງາມ ທັງເກັ່ງ ແລະ ມີສິນລະປະ ລາວຮ້ອຍພວງມະໄລດ້ວຍຄວາມອົດທົນ ແລະ ຜົນອອກມາແມ່ນງາມຫຼາຍ.
  • ສະໄໝບູຮານການຊື້ຂາຍ, ການສູ່ຂໍເມຍ ແມ່ນນິຍົມໃຊ້ເງິນຮ້ອຍ ແຕ່ປະຈຸບັນ ແມ່ນບໍ່ໄດ້ນໍາໃຊ້ ແລ້ວເຮັດໃຫ້ຄົນໃນສັງຄົມຍັງບໍ່ຮູ້ວ່າຮູບຮ່າງໜ້າຕາເງິນຮ້ອຍເປັນແນວໃດ ແລະ ອາດຈະຖືກລືມ ໄປຕາມການເວລາ ຖ້າຫາກບໍ່ມີການອະນຸລັກໄວ້.

ຄວາມໝາຍຄຳ​ວ່າ “ລ້ອຍ”:

“ລ້ອຍ” ແມ່ນເປັນຄໍາທີ່ເວົ້າໃນບາງເຂດແຂວງ, ບາງພາກຂອງປະເທດລາວ ແຕ່ທາງດ້ານຫຼັກການຂຽນໃນໄວຍະກອນລາວ ແມ່ນບໍ່ມີ.

ສະ​ຫຼຸບ

ຄຳ​ວ່າ “ຮ້ອຍ” ຕົວເລກ, ການຮ້ອຍສິ່ງໃດນຶ່ງດ້ວຍເສັ້ນດ້າຍ. ສ່ວນຄຳ​ວ່າ “ລ້ອຍ” ແມ່ນພຽງພາສາເວົ້າໃນບາງທ້ອງຖີ່ນ ແຕ່ດ້ານຫຼັກໄວຍະກອນແລ້ວ ການຂຽນແມ່ນບໍ່ມີ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo