ຄຳວ່າ “ຮໍາ” ແລະ “ຫໍາ” ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຄື​ກັນ ແລະ ຕ່າງ​ກັນ ຂອງ​ຄຳ​ວ່າ ຮໍາ” ແລະ “ຫໍາ”.

ຄຳວ່າ “ຮໍາ” ໝາຍເຖິງອາຫານສັດທີ່ນີຍົມກັນເອົາໄປລ້ຽງ ເປັດ, ໄກ່ ແລະ ໝູ ເກີດຂຶ້ນເມື່ອນໍາເຂົ້າເປືອກ ໄປສີແລ້ວຈິ່ງໄດ້ຮໍາ “ຮໍາ” ຈະນ້ອຍ ຫຼື ອ່ອນກວ່າແກບ. ພ້ອມນັ້ນ ຍັງໃຊ້ເວລາຖືກຝົນຕົກໃສ່ ຊຶ່ງເອີ້ນ ວ່າຝົນຕົກຮໍາ, ຮໍາຝົນ. ນອກຈາກນັ້ນ ຍັງໝາຍເຖິງການມ້ວນ ຫຼື ຫໍ່ສິ່ງໃດສິ່ງນຶ່ງເຂົ້າ.

ຄຳວ່າ “ຫໍາ” ໝາກຫໍາ, ປະກອບມີໝາກອັນທະສອງໜ່ວຍ (ສອງແກ່ນ) ຫຼື ນິຍົມເອີ້ນກັນວ່າ ພວງສະ ຫວັນ. ສໍາລັບມະນຸດເພດຊາຍ ແລະ ສັດໂຕຜູ້ບາງຊະນິດ ແມ່ນອາໄວຍະວະທີ່ຫ້ອຍຢູ່ຫວ່າງຂາມີອະໄວ ຍະສືບພັນຕິດຢູ່ນໍາກັນ, ເປັນບ່ອນຜະລິດນໍ້າເຊື້ອ ຫຼື ອະສຸຈິ ສໍາລັບແພ່ພັນ. ແຕ່ຖ້າເປັນສັດປີກກໍຈະແຕກ ຕ່າງອອກໄປເພາະມັນຕິດຢູ່ໂຄງກະດູກສັນຫຼັງ. ນອກຈາກນັ້ນ, ຍັງໃຊ້ເອີ້ນຊື່ໝາກໄມ້ບາງແນວອີກຕົວຢ່າງ ຫໍາໝາກມີ້. ໃນປະເທດລາວ, ມັກນິຍົມກັນຕັ້ງເປັນຊື່ ຫຼື ເອີ້ນເດັກນ້ອຍຜູ້ຊາຍອັນເປັນທີ່ຮັກແພງເປັນຕົ້ນ ລູກຊາຍ, ຫຼານຊາຍ ຕົວຢ່າງ: ບັກຫໍາໃຫຍ, ບັກຫໍານ້ອຍ, ບັກຫໍາແຫຼ້. ຫໍາຖືວ່າເປັນຈຸດສໍາຄັນຫຼາຍ ແຕ່ ໃຫ້ລະວັງກໍລະນີໃສ້ລົງຫໍາຖືວ່າເປັນເລື່ອງໃຫຍ່.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈເລີກຊຶ່ງກວ່າເກົ່າ ແລະ ເປັນໄປຕາມຫຼັກໄວຍະກອນ ເຮົາມາເບີ່ງລາຍລະອຽດດັ່ງລຸ່ມນີ້:

ຄວາມໝາຍຄຳ​ວ່າ “ຮໍາ”:

“ຮໍາ” (1.ຄໍານາມ) ເມັດເຂົ້າ ແລະ ແກບ ທີ່ມຸ່ນໆປົນກັນ ໃຊ້ເປັນອາຫານຂອງເປັນ ຫຼື ໄກ່ ຫຼື ໝູ. (2.ຄໍາກິລິຍາ) ອາການຝົນຕົກຖືກ, ຝົນຕົກໃສ ຫຼື ຝົນຕົກຮໍາ, ແຂ່ງຝົນ. (3.ຄໍາກິລິຍາ) ພັນເຂົ້າ, ມ້ວນ ເຂົ້າ, ເອົາຂອງເປັນແຜ່ນມາພັນເຂົ້າ. ກໍ້ເຂົ້າ. ຫໍ່ເຂົ້າ.

ຕົວ​ຢ່າງ:

  • ການລ້ຽງໄກ່ຖ້າຢາກໃຫ້ໃຫຍ່ໄວຕ້ອງເກືອຫົວອາຫານຫຼາຍໆ ແຕ່ຖ້າຢາກໃຫ້ແຊບແມ່ນຕ້ອງເກືອ ຮໍາ ແລະ ລ້ຽງແບບທໍາມະຊາດ.
  • ການລ້ຽງໝູຂອງຄົນສະໄໝກ່ອນແມ່ນອາໃສຮໍາເກືອເປັນຫຼັກ.
  • ການສີເຂົ້ານຶ່ງກະສອບແມ່ນຈະໄດ້ເຂົ້າສານຫຼາຍກວ່າໝູ່ຮອງລົງມາກະມີຮໍາ ແລະ ແກບ ສ່ວນທີ່ ເຫຼືອແມ່ນເຂົ້າປຽນ.
  • ມື້ນີ້ລະຫວ່າງທາງທີ່ຂ້ອຍຂີ່ລົດຈັກມາຝົນຕົກຮໍາເຮັດໃຫ້ປຽກໝົດທັງໂສ້ງ ແລະ ເສື້ອ.
  • ໝາກມ່ວງແຜ່ນເມືອງປາກເຊ ຮໍາເປັນກໍ້ຫຼາຍກໍ້ໃສ່ຖົງພ້ອມທັງຕິດກາໝາຍທີ່ມີສີສັນເຮັດໃຫ້ເບີ່ງ ງາມ ແລະ ເປັນຕາຢາກກິນ.

ຄວາມໝາຍຄຳ​ວ່າ “ຫໍາ”:

“ຫໍາ” (1.ຄໍານາມ) ໝາກອັນທະ, ລູກອັນທະ, ອາໄວຍະວະລັບບັງສ່ວນນຶ່ງຂອງເພດຊາຍ ແລະ ສັດຕົວຜູ້. ພວງສະຫວັນ.

ຕົວ​ຢ່າງ:

  • ຄວາຍເຖິກຈ່າຝູງຍ່າງນໍາໜ້າໝູ່ ເຫັນໝາກຫໍາຫ້ອຍຕ່ອງແຕ່ງຕ່ອງແຕ່ງ ເບີ່ງແລ້ວເປັນຕາຢາກຫົວ, ສ່ວນຄວາຍໂຕອື່ນໆຍ່າງນໍາຫຼັງເປັນແຖວຢ່າງເປັນລະບຽບ.
  • ພໍ່ໃຫຍ່ຮັກຫຼານຊາຍລາວແຮງ ຢາມໃດກະເອີ້ນບັກຫໍາ ມານີ້ ບັກຫໍາມນີ້ ຊິຊື້ເຂົ້າໜົມໃຫ້.
  • ວານນີ້ກີນແກງຫໍາໝາກມີ້ໃສ່ປາແດກນົວໆ ຈັ່ງແມ່ນອີ່ມສົມໃຈຢາກ.
  • ຄົນຊ່າກັນວ່າ ກີນຕົ້ມຫໍາໃກ່ແກ້ມເຫຼົ້າບອງຢາເຮັດໃຫ້ຜູ້ຊາຍມີກໍາລັງວັງຊາ ໂດຍສະເພາະຜູ້ໄກ່ບໍ່ ຂັນ.

ສະ​ຫຼຸບ

ຄຳວ່າ “ຮໍາ” ແລະ “ຫໍາ” ມີຄວາມໝາຍກະແຕກຕ່າງກັນ ເພາະຄຳວ່າ “ຮໍາ” ແມ່ນຊື່ສິ່ງນຶ່ງທີ່ໄດ້ຈາກການ ເອົາເຂົ້າໄປສີ. ນອກຈາກນັ້ນ, ຍັງຄວາມໝາຍວ່າການແຂ່ງຝົນ (ຮໍາຝົນ), ການພັນສິ່ງໃດສິ່ງໜຶ່ງໃຫ້ເປັນ ກໍ້. ສ່ວນຄຳວ່າ “ຫໍາ” ແມ່ນອາໄວຍະວະສ່ວນນຶ່ງຂອງຮ່າງກາຍມະນຸດ ແລະ ສັດ ສ່ວນໃຫຍ່ມີໄວ້ ເພື່ອ ຜະລິດນໍ້າເຊື້ອສືບພັນ.