ຈະ​ມາ​ເວົ້າ​ເຖິງ ຄໍາວ່າ “ໜຽວ” ຄວາມໝາຍໃນພາສາລາວແມ່ນ​ຫຍັງ?

SA Game

DooDiDo

ອະທິບາຍຄໍາວ່າ “ໜຽວ” ມີຄວາມໝາຍແນວໃດ?

​ຖ້າ​ຈະ​ເວົ້າ​ເຖິງຄໍາວ່າ “ໜຽວ” ແລ້ວ ຫລາຍໆ​ຄົນ​ອາດ​ຈະ​ເຂົ້າ​ໃຈ​ດີ​ຢູ່​ແລ້ວ​ແຕ່​ຈະ​ມາ​ອະ​ທິ​ບາຍ​ໃຫ້​ແຈ້ງ​ກ່ອນ​ເກົ່າ ເຊິງ​ຄຳ​ວ່າ ໜຽວ ໝາຍເຖິງສິ່ງທີ່ຢືດຫົດໄດ້ ແລະ ຂາດຍາກ, ເປັນຢາງຕິດແນວອື່ນໄດ້ ເຊັ່ນ: ດິນໜຽວ, ແປ້ງໜຽວ, ເຂົ້າໜຽວ, ເຊືອກໜຽວ, ໜັງຄວາຍໜຽວໆ, ຢາງຢືດໜຽວ, ປູນແຫຼວ, ກາວ, ທາດໜຽວ, ນໍ້າມັນກະແລັດ, ກວນໝາກໄມ້, ຢາງໄມ້, ຕັງ, ຢາງພາລາ, ຢາງຕີນລົດ ເປັນຕົ້ນ.

ນອກຈາກນັ້ນ, ຍັງໝາຍເຖິງໝັ້ນ ຫຼື ໝັ້ນຄົງ ເຊັ່ນ: ໜັງໜຽວ, ໜຽວແໜ້ນ, ໝັ້ນໜຽວ ແລະ ອື່ນໆ. ພ້ອມນັ້ນ ຍັງມີຄໍາວ່າຂີ້ໜຽວ ຊຶ່ງ ໝາຍເຖິງຂີ້ຖີ່ ບໍ່ມັກເອົາຂອງຕົນເອງມີໃຫ້ຜູ້ອື່ນ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ໜຽວ”.

“ໜຽວ” (1. ຄໍາກິລິຍາ) ດຶງຂາດຍາກ, ເປັນຢາງຕິດແນວອື່ນໄດ້, ໝັ້ນ.

ຕົວ­ຢ່າງ: 

  • ເຂົ້າໜຽວ ເປັນອາຫານປະຈໍາຊາດລາວ ແຕກຕ່າງຈາກເຂົ້າຈ້າວ ເພາະເຂົ້າໜຽວເວລາໜຶ້ງແມ່ນຈະ ໜຽວຕິດກັນສາມາດປັ້ນໄດ້ ຫຼື ນໍາມາເຮັດເຂົ້າຕົ້ມກໍໜຽວຕິດກັນ ເຊັ່ນກັນ.
  • ຢາງພາລາແມ່ນໜຽວ ແລະ ສາມາດຫົດຢືດໄດ້ ມີປະໂຫຍດຫຼາຍແນວ ມີການນໍາໄປແປຮູບ ແລະ ນໍາໃຊ້ໃນວົງການອຸດສາຫະກໍາຢ່າງກວ້າງຂວາງ ເຊັ່ນ: ຕີນລົດ, ເສື່ອນອນ, ໝອນ, ເກີບ, ຖົງມື, ຢາງຢືດ, ຢາງຮອງພຶ້ນ, ຖົງຫີ້ວ ແລະ ອື່ນໆ.
  • ຕັງ ເປັນຢາງໄມ້ຊະນິດນຶ່ງທີ່ໜຽວ ປະຊາຊົນ ເອົາໃຊ້ຕິດນົກປ່າ ເພື່ອນໍາມາເປັນອາຫານ.
  • ກາວຕິດໜູ ຈັ່ງແມ່ນໜຽວດີ ຖ້າຕິດມືກໍລ້າງອອກຍາກເຊັ່ນກັນ ດັ່ງນັ້ນຄວນເກັບເອົາໄວ້ໄກໆເດັກ ນ້ອຍ ເພາະຢ້ານເຂົາຫຼີ້ນ.
  • ຄົນສະໄໝກ່ອນນິຍົມກັນສັກຢັນ, ສັກລາຍ ສັກມຶກ ເພື່ອໃຫ້ໜັງໜຽວ ເວລາອອກທັບຈັບເສີກ ຈິ່ງ ເຮັດມີຄວາມໝັ້ນໃຈ ແລະ ບໍ່ຢ້ານກົວຕໍ່ສັດຕູ.
  • ສອງຄອບຄົວນັ້ນ ຈັ່ງແມ່ນຮັກກັນໜຽວແໜ້ນ ແລະ ສະໜິດສະໜົມກັນດີ ມີຫຍັງກໍແບ່ງປັນກັນກິນ ໄປງານທາງໃດກໍໄປນໍາກັນ.

ສະຫຼຸບ.

ຄໍາວ່າ “ໜຽວ”​ ໝາຍເຖິງສິ່ງທີ່ດຶງຂາດຍາກ, ໝາຍເຖິງສິ່ງທີ່ເປັນຢາງຕິດແນວອື່ນໄດ້ ພ້ອມນັ້ນຍັງໝາຍ ເຖິງໝັ້ນ, ຫຼື ໝັ້ນຄົງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo