ຄຳວ່າ “ກາກ” ແລະ “ຂີ້ກາກ” ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຄື​ກັນ ແລະ ຕ່າງ​ກັນ ຂອງ​ຄຳ​ວ່າ ກາກ” ແລະ “ຂີ້ກາກ”.

​ “ກາກ” ແມ່ນວັດສະດຸເຫຼືອ ຫຼື ເສດຂອງທີ່ຄັດເອົາແຕ່ສ່ວນດີອອກໄປນໍາໃຊ້ແລ້ວ. ສ່ວນຄໍາວ່າ “ຂີ້ກາກ” ເມື່ອໄດ້ຍີນຄໍານີ້ ເພາະແມ່ນພະຍາດຊະນິດນຶ່ງທີ່ເຮັດໃຫ້ໜ້າລໍາຄານ ຊຶ່ງພະຍາດຊະນິດນີ້ສ່ວນ ໃຫຍ່ມັກຈະເກີດກັບຜູ້ຊາຍ. ແຕ່ຖ້າເປັນສໍານວນ ຫຼື ຄໍາເວົ້າແມ່ນໃຜກະບໍ່ຢາກຖືກເວົ້າໃຫ້ເພາະມັນເປັນຄໍາທີ່ຖືກດູຖູກຢຽດຢາມ ຫຼື ເວົ້າໃຫ້ຈາກຄົນອື່ນ.

ສະ​ນັ້ນເພື່ອເປັນ​ການ​ນຳ​ໃຊ້​ໃຫ້​ຖືກ​ຕ້ອງ ແລະ ເໝາະສົມ​ຕາມຫຼັກ​ໄວ​ຍະ​ກອນ​ຂອງ​ພາ​ສາ​ລາວ ຕ້ອງໄດ້ທໍາຄວາມເຂົ້າໃຈກ່ອນ. ການອອກສຽງຄໍາວ່າ “ກາກ” ແລະ “ຂີ້ກາກ” ກາກໃນທັງ 2 ແມ່ນອອກສຽງຄືກັນ. ສໍາລັບຄວາມໝາຍຂອງແຕ່ລະສັບແມ່ນມີດັ່ງລຸ່ມນີ້:

SA Game
DooDiDo

ຄວາມໝາຍຄຳ​ວ່າ “ກາກ”:

ໝາຍເຖິງ ເສດຂອງທີ່ຄັດເອົາແຕ່ສ່ວນດີອອກແລ້ວດັ່ງຕົວຢ່າງ: ກາກເຂົ້າ, ກາກອ້ອຍ; ກາກນໍ້າຕານ ແລະ ກາກແປ້ງມັນຕົ້ນ.

ຕົວ​ຢ່າງ:

  • ໃນການລ້ຽງງົວ ແລະ ເຮັດຫົວອາຫານໃຫ້ງົວກີນ ເພື່ອຈະເລີນເຕີບໂຕໄວ ເຮົາຄວນເອົາກາກນໍ້າ ຕານໄປຫົດປະສົມເຟືອງ ເພື່ອເພີ່ມລົດຊາດໃຫ້ແກ່ມັນໃນການກີນ ຊຶ່ງຈະເຮັດໃຫ້ກີນໄດ້ຫຼາຍຂຶ້ນ ແລະ ມີນໍ້າໜັກດີ.
  • ​ໂຮງງານຜະລິດແປ້ງມັນຕົ້ນ ໄດ້ຖີ້ມກາກມັນຕົ້ນຊະຊາຍ ເຮັດໃຫ້ທໍາລາຍສີ່ງແວດລ້ອມໃນວົງ ກວ້າງ ຊຶ່ງມັນໄດ້ສົ່ງກີ່ນເໝັນໄປຫຼາຍກີໂລແມັດ, ເຮັດໃຫ້ນໍ້າໜອງຄອງບືງເນົ່າສົ່ງຜົນໃຫ້ປາຕາຍ.
  • ໃນປະເທດທີ່ຈະເລີນແລ້ວ ເຂົາເຈົ້ານໍາເອົາກາກອ້າຍໄປຜະລິດເປັນເຈ້ຍ ເພື່ອຮັກສາສີ່ງແວດລ້ອມ.

ຄວາມໝາຍຄຳ​ວ່າ “ຂີ້ກາກ”:

ໝາຍເຖິງ ພະຍາດຜິວໜັງຊະນິດນຶ່ງ ເປັນຂອບ ແລະ ມີອາການຄັນ ຊຶ່ງສ່ວນໃຫຍ່ມັກເກີດຂຶ້ນກັບເພດ ຊາຍ. ອີກຄວາມໝາຍໜຶ່ງແມ່ນການເວົ້າສຽດສີ ແລະ ດູຖູກ ບາງກໍລະນີກະເປັນການຢອກຄົນອື່ນ.

ຕົວ​ຢ່າງ:

  • ທ້າວ ສຸກສັນ ລາວເປັນຂີ້ກາກໃສ່ຫວ່າງຂາ ເປັນເວລາຫຼາຍເດືອນ ເຮັດໃຫ້ລາວນັ່ງໆລຸກໆ ຍ້ອນ ອາການຄັນຂີ້ກາກ ແຕ່ພາຍຫຼັງທີ່ລາວໄດ້ໄປຫາໝໍເພື່ອປີ່ນປົວ ດຽວນີ້ລາວຫາຍດີເປັນປົກກະຕິແລ້ວ.
  • ສາເຫດທີ່ເຮັດໃຫ້ສອງສ່ຽວເຂົາເຈົ້າຕີກັນຈົນຫົວແຕກ ແລະ ຂຸມຕາຂຽວ ຍ້ອນຄົນໜຶ່ງເວົ້າໃຫ້ຄົນ ໜຶ່ງວ່າບັກຂີ້ກາກເອີຍ.
  • ໂອຍ! ຍ່າງໄວແດ່ ຢ່າຍ່າງຊ້າຄືຄົນຄັນຂີ້ກາກຫຼາຍ.

ສະ​ຫຼຸບ

ການນໍາໃຊ້ຄຳທັງສອງມີຄວາມໝາຍ ແລະ ການນໍາໃຊ້ແຕກຕ່າງກັນໂດຍຄຳ​ວ່າ “ກາກ” ແມ່ນສີ່ງເສດ ເຫຼືອຈາກສີ່ງໃດໜຶ່ງ ສ່ວນ “ຂີ້ກາກ” ແມ່ນພະຍາດຊະນິດໜຶ່ງ, ເປັນຄໍາເວົ້າດູຖູກ ຫຼື ຢອກຫຼີ້ນຄົນອື່ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo