ຄຳວ່າ “ມີດ” ແລະ “ພ້າ” ມີຄວາມໝາຍແນວໃດ?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຂອງ​ຄຳ​ວ່າ “ມີດ” ແລະ ພ້າ”.

​“ມີດ” ແລະ ​“ພ້າ” ແມ່ນເຫຼັກມີຄົມ ແລະ ມີດ້າມຈັບ ເອົາໄວ້ໃຊ້ປະໂຫຍດຄືກັນເປັນສ່ວນໃຫຍ່ ເຊັ່ນ: ຕັດ, ຟັນ, ຜ່າ, ຈັກ, ເຫຼົາ. ​“ມີດ” ແລະ ​“ພ້າ” ແຕກຕ່າງກັນແຕ່ຮູບຮ່າງເລັກນ້ອຍ ແລະ ມີຫຼາຍແບບ ຫຼາຍຂະໜາດ ແລ້ວແຕ່ການໃຊ້ງານ ແຕ່ພິເສດ ​“ມີດ” ຈະມີປາຍແຫຼມສາມາດໃຊ້ແທງ ແລະ ເຈາະໄດ້. ສ່ວນ ​“ພ້າ” ແມ່ນບໍ່ມີປາຍແຫຼມ ບາງລຸ້ນກໍຫົວຕັດ ຫຼື ບາງລຸ້ນກໍຫົວໂຄ້ງ ຫຼື ກົມ ມີຂະໝາດໃຫຍ່ກວ່າ​ “ມີດ”.“ມີດ” ແລະ ​“ພ້າ” ມີຄວາມສໍາຄັນຕໍ່ການດໍາລົງຊີວິດຂອງຄົນເຮົາຫຼາຍ ຈົນຫຼາຍຄົນຄົນມັກເວົ້າຕິດປາກເຊັ່ນ: ໄປໄຮ່ໄປນາໃຫ້ ເອົາພ້າ ເອົາມີດໄປນໍາ, ລັບມິດລັບພ້າ, ຟັກມີດຟັກພ້າ.

ຄໍາວ່າ ​“ມີດ” ແມ່ນເຄື່ອງມີທີ່ເຮັດດ້ວຍເຫຼັກແປໆມີຄົມດ້ານນຶ່ງ ຫຼື ສອງດ້ານ ໂດຍທົ່ວໄປມີປາຍແຫຼມ ແລະ ມີດ້າມຈັບ, ຂະໜາດນ້ອຍກວ່າ “ພ້າ” ໃຊ້ຟັນ, ຜ່າ, ຕັດ, ຈັກ, ເຫຼົາ, ແທງ, ເຈາະ. ຄົນນິຍົມກັນໃຊ້ ແຕ່ງຢູ່ຄົວກິນເປັນຫຼັກ. ​“ມີດ” ມີຫຼາຍປະເພດ ເຊັ່ນ: ມີດຂໍ ເປັນມີດດວງໂງໆ ໃຊ້ສໍາລັບຖາງ, ມີດງັບ ເປັນມີດນ້ອຍໆງັບ ຫຼື ພັບ ເຂົ້າກັບດ້າມ, ມີດຊຸຍ ເປັນມິດປາຍແຫຼມ ໃຊ້ສໍາລັບແທງເປັນສ່ວນໃຫຍ່, ມີດຕອກ ເປັນມີດຈັກຕອກດວງນ້ອຍສັ້ນປາຍແຫຼມດ້າມຍາວ, ມີດຕັດ ເປັນມີດສອງດວງຕິດກັນໃຊ້ສໍາລັບຕັດຜົມ ຫຼື ຜ້າເປັນຕົ້ນ (ແຂວງພາກເໜືອເອີ້ນ ມີດແຊມ), ມີດສອຍ ແມ່ນຄ້າຍຄືມີດຕັດແຕ່ເປັນແຂ້ວໃຊ້ສອຍຜົມ, ມີດໂຕ້ ຫຼື ມີດອີ່ໂຕ້ ເປັນມີດຂະໜາດໃຫຍ່ສັນໜາປາຍບໍ່ແຫຼມ, ມີດສອງຄົມ ໃຊ້ສໍາລັບຊອຍໝາກປີ ແລະ ຜັກໃຫ້ເປັນເສັ້ນແລບໆ ບາງໆ, ມີດແຖ ເປັນມີດສໍາລັບໃຊ້ແຖຂົນ ເຊັ່ນ: ຜົມ, ໜວດ, ຂົນຂາ ເປັນຕົ້ນ.

SA Game
DooDiDo

ຄໍາວ່າ ​“ພ້າ” ແມ່ນເຄື່ອງມີທີ່ເຮັດດ້ວຍເຫຼັກແປໆມີຄົມດ້ານນຶ່ງ ແລະ ມີດ້າມຈັບ ບາງລຸ້ນກໍຫົວຕັດ ບາງ ລຸ້ນກໍຫົວໂຄ້ງ ຫຼື ກົມ ໂດຍທົ່ວໄປ ມີຂະໜາດໃຫຍ່ກວ່າ “ມີດ” ສ່ວນໃຫຍ່ໃຊ້ຟັນ, ຖາງ, ຕັດ, ຜ່າ, ຈັກ, ເຫຼົາ ແຕ່ບໍ່ສາມາດ ແທງ ຫຼື ເຈາະໄດ້. ຄົນນິຍົມກັນເອົາໄປຕັດຕົ້ນໄມ້ ຖ່າງປ່າ, ຄັນນາ ໃຊ້ໄວຟັນ ເປັນຫຼັກ.

ເພື່ອ​ໃຫ້ເຂົ້າໃຈຄວາມໝາຍຂອງການນນຳ​ໃຊ້​ໃຫ້ຫຼາຍກວ່າເກົ່າ ​ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງ ດັ່ງລຸ່ມນີ້:

ຄວາມໝາຍຄຳ​ວ່າ “ມີດ”.

“ມີດ” (1. ຄຳນາມ) ເຄື່ອງມືທໍາດ້ວຍເຫຼັກມີຄົມສໍາລັບຟັນ, ຜ່າ, ຕັດ, ຈັກ, ເຫຼົາ, ແທງ, ເຈາະ.

ຕົວ​ຢ່າງ:

  • ການຊອຍຊີ້ນ ຫຼື ຜັກຫອມ ໃຫ້ແລບໆ ນັ້ນຕ້ອງໃຊ້ມີດຄົມໆ.
  • ການຂ້າຄວາຍ, ງົວ, ໝູ ແລະ ເປັດ ຫຼາຍຄົນໃຊ້ວິທີເອົາມີດແທງຄໍເພື່ອເອົາເລືອດກ່ອນ.
  • ໃນເວລາຕັດຜົມຊ່າງຈະໃຊ້ ມີດຕັດ, ມີດສອຍ ແລະ ຕອງເດີ ປະສົມປະສານກັນ ເພື່ອໃຫ້ເໝາະສົມກັບແຕ່ລະງານແຕ່ລະຈຸດ.

ຄວາມໝາຍຄຳ​ວ່າ “ພ້າ”.

“ພ້າ” (1. ຄຳນາມ) ເຄື່ອງມືທໍາດ້ວຍເຫຼັກມີຄົມສໍາລັບຟັນ, ຖາງ, ຕັດ, ຜ່າ, ຈັກ, ເຫຼົາ

ຕົວ​ຢ່າງ:

  • ເວລາໄປຕັດຕົ້ນໄມ້ໃຫຍ່ ໃຫ້ໃຊ້ພ້າ ດີກວ່າໃຊ້ມີດ ເພາະພ້າທັງໃຫຍ່ ແລະ ໜັກ ເຮັດໃຫ້ຂາດໄວ.
  • ເວລາຖາງຫຍ້າໃຫ້ໃຊ້ພ້າຂໍ ດ້າມຍາວຈະສະດວກສະບາຍກວ່າ ພ້າດ້າມສັ້ນ ເພາະບໍ່ເຈັບແອວ.
  • ເວລາຕັດດູກຂາງົວ ແມ່ນໃຫ້ໃຊ້ພ້າຟັນເອົາ ຢ່າໃຊ້ມີດເດັດຂາດ ເພາະຈະເຮັດໃຫ້ຄົມມີດຫຼຸ້ຍໄດ້. ແຕ່ໃຫ້ໃຊ້ມີດຊອຍຊີ້ນຈະໄວກວ່າໃຊ້ພ້າ ເພາະເບົາກວ່າ.

ສະ​ຫຼຸບ.

ຄຳ​ວ່າ “ມີດ” ແລະ “ພ້າ” ແມ່ນເຄື່ອງມືທໍາດ້ວຍເຫຼັກມີຄົມ ແລະ ມີດ້າມຈັບ, ມີການໃຊ້ງານຄືກັນຫຼາຍແນວ. ແຕກຕ່າງແຕ່ມີດ ມີແຫຼມສາມາດໃຊ້ເຈາະ ແລະ ແທງໄດ້. ມີດສ່ວນໃຫຍ່ມີຂະໝາດນ້ອຍກວ່າພ້າ ເໝາະແກ່ການໃຊ້ໃນການແຕ່ງຢູ່ຄົວກິນ ແລະ ໃຊ້ງານເບົາ. ສ່ວນພ້າ ໂດຍທົ່ວໄປແມ່ນມີຂະໜາດໃຫຍ່ ມີດ ຫົວບໍ່ແຫຼມແທງ ແລະ ເຈາະບໍ່ໄດ້ ນິຍົມກັນໃຊ້ຟັນໄມ້, ຖາງປ່າ, ຕັດດູກ ເປັນຕົ້ນ. ໃນບາງກໍລະນີ ກໍໃຊ້ແຕ່ງຢູ່ຄົວກິນ ເຊັ່ນກັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo