ຄວາມ​ໝາຍ​ຂອງຄຳວ່າ “ກິນເຂົ້າ” ແລະ “ກິນນໍ້າ” ໃນ​ພາ​ສາ​ລາວ

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຂອງ​ຄຳ​ວ່າ “ກິນເຂົ້າ” ແລະ ກິນນໍ້າ”.

ຄໍາວ່າ ​“ກິນເຂົ້າ” ນັ້ນບໍ່ໝາຍຄວາມວ່າກິນພຽງແຕ່ເຂົ້າຢ່າງດຽວ ແຕ່ໝາຍເຖິງການຮັບປະທານອາຫານ ຊຶ່ງໄດ້ແບ່ງອອກເປັນ 3 ຄາບຕໍ່ມື້ໜຶ່ງ ຄື: ກິນເຂົ້າເຊົ້າ (ປັ້ນເຂົ້າເຊົ້າ), ກິນເຂົ້າສວາຍ (ຕອນສວາຍ, ຕອນບ່າຍ ຫຼື ເຂົ້າງາຍ) ແລະ ກິນເຂົ້າແລງ (ຕອນຄໍ່າ). ສ່ວນຄໍາວ່າ ​“ກິນນໍ້າ” ແມ່ນພຽງແຕ່ພາສາ ເວົ້າທີ່ນິຍົມກັນໃຊ້ ໂດຍທົ່ວໄປ ຊຶ່ງທາງດ້ານຫຼັກໄວຍະກອນໃນການຂຽນແລ້ວແມ່ນບໍ່ມີ ມີແຕ່ຄໍາວ່າ “ດື່ມນໍ້າ”.

ແຕ່ຖ້າຫາກນໍາສອງຄໍາມາບວກ ຫຼື ປະສົມໃສ່ກັນຈະກາຍເປັນ “ກິນເຂົ້າ-ກິນນໍ້າ” ຊຶ່ງແມ່ນຄໍາ ໂຕ່ງໂຕ້ຍ ມີຄວາມໝາຍວ່າຮັບປະທານອາຫານນັ້ນເອງ. ດັ່ງ​ນັ້ນເພື່ອ​ນຳ​ໃຊ້​ໃຫ້​ຖືກ​ຕ້ອງ ແລະ ສອດຄ່ອງກັບຫຼັກການຂິດຂຽນວ່າ​ເຮົາຄວນ​ໃຊ້​ຄຳ​ໃດ​ແທ້​ຈິ່ງ​ຈະແທດເໝາະຕ້ອງໄດ້ມີການສຶກສາໃຫ້ເຂົ້າໃຈຢ່າງລະ ອຽດສາກ່ອນ.

SA Game
DooDiDo

ຄວາມໝາຍຄຳ​ວ່າ “ກິນເຂົ້າ”:

“ກິນເຂົ້າ” ການກິນເຂົ້າ, ການເອົາເຂົ້າໃສ່ປາກຫຍໍ້າ ແລ້ວກືນລົງທ້ອງ, ການເອົາສິ່ງໃດສິ່ງໜຶ່ງ ເຂົ້າໄປໃນປາກຫຍໍ້າ ແລະ ກືນລົງທ້ອງ, ການຮັບປະທານອາຫານ (ອາຫານເຊົ້າ, ອາຫານທ່ຽງ ແລະ ອາຫານແລງ), ສັນເພນ (ກໍລະນີໃຊ້ກັບພະໃນສາສະໜາພຸດ), ສະແຕກເຂົ້າ, ແດກເຂົ້າ.

ຕົວ​ຢ່າງ:

  • ໃນມື້ໜຶ່ງຂ້ອຍກິນເຂົ້າ 3 ຄາບ ປະກອບດ້ວຍ ເຂົ້າເຊົ້າ, ເຂົ້າສວາຍ ແລະ ເຂົ້າແລງ ຊຶ່ງຕາມ ການແນະນໍາຂອງທ່ານໝໍຖືວ່າການປັ້ນເຊົ້າ ຫຼື ກິນເຂົ້າເຊົ້າແມ່ນສໍາຄັນຫຼາຍ ສ່ວນການກິນເຂົ້າ ແລງ ແມ່ນບໍ່ຄວນກິນຫຼາຍເກີນໄປ.
  • ສາເຫດທີ່ເຮັດໃຫ້ລາວເຈັບກະເພາະ-ລໍາໃສ້ ແລະ ໄດ້ໄປໂຮງໝໍເລື້ອຍໆ ແມ່ນຍ້ອນການກິນເຂົ້າ ບໍ່ຖືກໂມງຖືກຍາມ.
  • ມື້ນີ້ຂ້າພະເຈົ້າໄດ້ຮັບບັດເຊີນໃຫ້ເຂົ້າຮ່ວມຮັບປະທານອາຫານທ່ຽງ ກັບບັນດາຫົວໜ້າບໍລິສັດສົ່ງ ອອກສິນຄ້າ ຢູ່ໂຮງແຮມຄຣາວພລາຊາ ເພື່ອປິກສາຫາລືເລື່ອງສິນຄ້າທີ່ຈະສົ່ງໄປຢູໂລບ.
  • ສໍາລັບຜູ້ທີ່ບວດເປັນຈົວຢູ່ວັດຕ້ອງໄດ້ປະຕິບັດທໍາ ຊຶ່ງໃນມື້ນຶ່ງຈະສັນເພນ (ກິນເຂົ້າສວາຍ) ພຽງ ຄັ້ງດຽວ.

ຄວາມໝາຍຄຳ​ວ່າ “ກິນນໍ້າ”:

“ກິນນໍ້າ” ແມ່ນເປັນຄໍາທີ່ນິຍົມເວົ້າ ແຕ່ທາງດ້ານຫຼັກການຂຽນໃນໄວຍະກອນລາວ ແມ່ນບໍ່ມີ ຖ້າຈະ ໃຫ້ຖືກຕ້ອງແມ່ນຕ້ອງໃຊ້ຄໍາວ່າ “ດື່ມນໍ້າ”.

ຄວາມໝາຍຄຳ​ວ່າ “ກິນເຂົ້າ-ກິນນໍ້າ”:

ເຖິງຢ່າງໃດກໍ່ຕາມໃນຄວາມອຸດົມສົມບູນຂອງພາສາລາວ ຍັງມີຄໍາໂຕ່ງໂຕ່ຍທີ່ໃຊ້ຄໍາວ່າ “ກິນເຂົ້າ-ກິນນໍ້າ”, “ກິນເຂົ້າແລ້ວ, ກິນນໍ້າ, ລ້າງມື” ຊຶ່ງເຮັດໃຫ້ຟັງມ່ວນ ແລະ ຄ່ອງຕົວໃນການເວົ້າ ແລະບໍ່ມີໃຜນິຍົມເວົ້າ “ກິນເຂົ້າ-ດື່ມນໍ້າ”, ”ກິນເຂົ້າແລ້ວ, ດື່ມນໍ້າ, ລ້າງມື”.

ສະ​ຫຼຸບ

ການນໍາໃຊ້ຄຳທັງສອງມີຄວາມໝາຍ ແລະ ການນໍາໃຊ້ທີ່ແຕກຕ່າງກັນໂດຍຄຳ​ວ່າ “ກິນເຂົ້າ” ແມ່ນໝາຍເຖິງການຮັບປະທານອາຫານ. ສ່ວນຄຳ​ວ່າ “ກິນນໍ້າ” ແມ່ນພຽງພາສາເວົ້າ ແຕ່ດ້ານຫຼັກໄວຍະກອນ ການຂຽນແມ່ນບໍ່ນໍາໃຊ້ ແຕ່ໃນດ້ານອື່ນສອງຄໍານີ້ສາມາດມາປະສົມກັນ ແລ້ວກາຍເປັນຄໍາໂຕ່ງໂຕຍເຮັດ ໃຫ້ຟັງມ່ວນຊວນເວົ້າເປັນຢ່າງດີ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo