ຄຳວ່າ ກໍ ແລະ ກໍ່ ມີຄວາມໝາຍຄືກັນ ແລະ ຕ່າງກັນແນວໃດ?

SA Game

DooDiDo

ຄວາມໝາຍ ແລະ ຄວາມແຕກຕ່າງລະຫວ່າງ ຄຳວ່າ ກໍ ແລະ ກໍ່.

ໃນພາສາລາວມີຫຼາຍໆຄຳສັບທີ່ມີຄວາມຄ້າຍຄືກັນ ທັງທາງດ້ານການຂຽນສະກົດຄຳ ແລະ ດ້ານການອ່ານອອກສຽງ, ຖ້າຫາກໃຊ້ບໍ່ຖືກຕ້ອງຕາມຮູບປະໂຫຍກຈະເຮັດ ໃຫ້ຄວາມໝາຍຂອງມັນປ່ຽນແປງໄປທັນທີ, ທັງນີ້ຍ້ອນວ່າ ຈຸດພິເສດ ຂອງລາວເຮົາແມ່ນມີຫຼາກຫຼາຍຊົນເຜົ່າ ແຈກຢາຍຢູ່ຕາມແຕ່ລະຂົງເຂດທົ່ວປະເທດ. ສະນັ້ນ, ຈຶ່ງມີຄວາມແຕກຕ່າງກັນ ໃນການໃຊ້ພາສາ ໂດຍສະເພາະແມ່ນການປາກເວົ້າ.

ໃນບົດຄວາມນີ້ເຮົາຈະມາເວົ້າເຖິງຄວາມໝາຍຂອງຄຳວ່າ: ກໍ ແລະ ກໍ່ ຊຶ່ງຄຳສອງຄຳນີ້ມີຄວາມຄ້າຍຄືກັນ ທັງທາງດ້ານ ການຂຽນສະກົດຄຳ ແລະ ການອ່ານອອກສຽງ ຕ່າງກັນພຽງແຕ່ໜ້ອຍດຽວ, ຄົນສ່ວນຫຼາຍມັກຫຼົງກັນ ແລະ ໃຊ້ບໍ່ຖືກຕ້ອງຕາມຄວາມໝາຍຂອງມັນ ທັງໃນການເວົ້າ, ການຂຽນໃນປະໂຫຍກ ແລະ ບົດຄວາມຕ່າງໆ, ເພື່ອຄວາມເຂົ້າໃຈຫລາຍຂື້ນຕື່ມອີກເຮົາຈະມາລົມລາຍລະອຽດກັນດັ່ງຕໍ່ໄປນີ້ ໂດຍອີງຕາມການອະທິບາຍຄວາມໝາຍຄຳສັບໃນວັດຈະນານຸກົມພາສາລາວ ເຮົາສາມາດແປຄວາມໝາຍຂອງຄຳ ດັ່ງກ່າວໄດ້ດັ່ງນີ້:

SA Game
DooDiDo
ຄຳວ່າ ກໍ:

ຄຳນີ້ເປັນໄດ້ທັງຄຳນາມ ແລະ ຄຳຄຸນນາມ, ເຊິ່ງຄວາມມີຄວາມໝາຍແຕກຕ່າງກັນ ດັ່ງນີ້:

ກໍ (ຄຳນາມ) ໝາຍເຖິງເຫົ້ງາ, ຈຸ້ມ, ກົກ, ເຊື້ອແນວ, ຕົ້ນໄມ້ທີ່ເກີດເປັນຈຸ້ມດັ່ງເຊັ່ນກໍໄຜ່.

ຕົວຢ່າງ:

ແມ່ຂອງຂ້ອຍໄດ້ປູກກໍໄຜ່ໄວ້ຫຼາຍຕົ້ນເພື່ອນຳເອົາໜໍ່ໄຜ່ມາປຸ່ງແຕ່ງເປັນອາຫານ

ກໍ (ຄຳຄຸນນາມ) ໝາຍເຖິງມົນ, ກົມ, ຄົນເຮັດຕາກົມ, ຕາມົນ.

ຕົວຢ່າງ:

ຕອນນີ້ມັນເດິກແລ້ວເປັນຫຍັງເຈົ້າຄືຍັງບໍ່ນອນ, ຍັງເຮັດຕາກໍຢູ່.

ຄຳວ່າ ກໍ່:

ຄຳນີ້ເປັນໄດ້ທັງຄຳຕໍ່, ຄຳນາມ ແລະ ຄຳກຳມະ, ເຊິ່ງມີຄວາມໝາຍແຕກຕ່າງກັນດັ່ງນີ້:
ໃຊ້ໃນຄຳຕໍ່ ເຊັ່ນ: ກໍ່ດີ, ກໍ່ມີ, ກໍ່ຕາມ…

ຕົວຢ່າງ:

ຂ້ອຍເປັນຄົນມັກການໃຊ້ຊີວິດແບບພື້ນບ້ານ ແຕ່ເຖິງຢ່າງໃດກໍ່ດີ, ຂ້ອຍກໍ່ສາມາດໃຊ້ຊີວິດ ຢູ່ໃນເມືອງໃຫຍ່ໄດ້ເຊັ່ນກັນ.

ໃນຫ້ອງຮຽນຂອງຂ້ອຍມີນັກຮຽນເກັ່ງຫຼາຍຄົນ ແລະ ຂ້ອຍກໍ່ ເປັນຄົນໜຶ່ງທີ່ຮຽນເກັ່ງ.

ກໍ່ (ຄຳນາມ) ໝາຍເຖິງ ຕົ້ນເຫດທຸກສິ່ງ, ເກີດຈາກເຫດ

ຕົວຢ່າງ:

ນ້ອງຂອງຂ້ອຍເປັນໄຂ້ຫວັດກໍ່ຍ້ອນວ່າລາວຕາກຝົນມື້ວານນີ້

ການຈູດປ່າເຮັດໄຮ່ເປັນສາເຫດໜຶ່ງທີ່ກໍ່ໃຫ້ເກີດພາວະໂລກຮ້ອນ

ກໍ່ (ຄຳກຳມະ) ໝາຍເຖິງ ເຮັດ, ສ້າງ, ທຳ

ຕົວຢ່າງ:

ນາຍຊ່າງກໍ່ເຮືອນຫຼັງນີ້ດ້ວຍດິນຈີ່.

ຂ້ອຍເຄີຍກໍ່ອ່າງລ້ຽງກົບກົບດ້ວຍຕົວຂ້ອຍເອງ.

ສະຫຼຸບ:

ຄຳວ່າ ກໍ ແລະ ກໍ່ ມີຄວາມໝາຍທີ່ແຕກຕ່າງກັນຫຼາຍ ແລະ ຄຳໜຶ່ງ ສາມາດໃຊ້ໄດ້ໃນຫຼາຍຮູບແບບ. ສະນັ້ນ, ເຮົາຄວນສຶກສາເບິ່ງຄວາມໝາຍຂອງຄຳນັ້ນໆໃຫ້ລະອຽດ ເພື່ອບໍ່ໃຫ້ມີຄວາມຜິດພາດໃນການນຳໃຊ້ພາສາ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo