ພາສາລາວຄຳວ່າ “ສຸກ” ມີຄວາມໝາຍແນວໃດ?

SA Game

DooDiDo

ອະທິບາຍພາສາລາວຄຳວ່າ​ “ສຸກ” ມີຄວາມໝາຍແນວໃດ?

ພາສາລາວບໍ່ວ່າຈະເປັນຄຳໃດໆກໍ່ຈະປະກອບດ້ວຍ ຕົວອັກສອນ, ສະຫລະ, ພະຍັນຊະນະ ແລະ ວັນນະຍຸດຕ່າງໆ, ດັ່ງໃນພາສາລາວໃນຕອນນີ້ເຮົາຈະມາເວົ້າກ່ຽວກັບຄຳວ່າ ສຸກ ມີຄວາມໝາຍວ່າແນວໃດ ແລະ ຖ້າຈະມາເບິ່ງອົງປະກອບຂອງຄຳນີ້ກໍຄືກັບຄຳອື່ນໆທີ່ມີພະຍັນຊະນະ, ສະຫລະ ຕ່າງໆເຊັ່ນວ່າ ຄຳວ່າ ສຸກ​ ໃນພາສາລາວ ປະກອບດ້ວຍ “ສ​+ xຸ + ກ”​.

ຄຳວ່າ ສຸກ ຂຽນແບບດຽວແຕ່ມີຫຼາຍຄວາມໝາຍ.​
1. ເປັນຄຳລາວ​ເດີມ

ເປັນຄຸນນາມ​​ ບອກສະພາບທີ່ປ່ຽນມາຈາກດິບ​ ໂດຍສະເພາະໝາກໄມ້ສຸກ,​ ອາຫານທີ່ຖືກຄວາມຮ້ອນແລ້ວ  ສຸກ​ (ບໍ່ດິບ)​ນອກຈາກນີ້ຍັງໃຊ້ກັບການປຽບທຽບອື່ນໆໂດຍສະເພາະ ເຫດການທີ່ມີຄວາມເປັນໄປໄດ້ສູງ ເອີ້ນ​  ສຸກງອມ ເຊັ່ນ​ ຄວາມຮັກທີ່ສຸກງອມ,​ ເລື່ອງ​ນີ້ມັນສຸກງອມ…,​ ຄົນທີ່ເຄີຍບວດຮຽນຂຽນອ່ານ ເມື່ອລາສິກຂາອອກມາ ເອີ້ນວ່າ​  ຄົນສຸກ.

SA Game
DooDiDo
2. ມາຈາກປາລີ​.

“ສຸຂະ” ຫຼື​ “ສຸຂ”​ ແປງ​ “ຂະ” ເປັນ ສະກົດ​ “ກ” ໝາຍເຖິງສະພາບທີ່ບໍ່ທຸກ,​ ສະພາບທີ່ບໍ່ສັບສົນ,​ ສະພາບທີ່ສະບາຍ.​

3. ມາຈາກສັນສະກິດ.

“ສຸກฺຣ” ຖືກຕັດ​ “ฺ ຣ” ອອກ,​ ໝາຍເຖິງ​ຊື່ພະອັກຄະນີ (ເທບແຫ່ງໄຟ)​ ເປັນຊື່ຂອງດາວເຄາະດວງທີ 6.​ ຂຶ້ນຕອນຫົວຄໍ່າ​ ໂຫລາສາດ​ເອີ້ນວ່າ​ ດາວປະຈຳເມືອງ,​ ຂຶ້ນຕອນເຊົ້າ ຂ້ອນແຈ້ງເອີ້ນວ່າ ດາວປະກາຍພຶກ.​ ດັ່ງນັ້ນ, ຈຶ່ງກາຍມາເປັນຊື່ຂອງວັນທີ​ 6​ ຂອງອາທິດ ຫຼື​ ສັບປະດາ​ ນັ້ນເອງ.​

ນອກຈາກນີ້​ “ສຸກ​” ຍັງເປັນຄຳທີ່ຖືກແຜງມາຈາກຄຳວ່າ “ສະໜຸກ” ອີກດ້ວຍ.​

ຖ້າຢາກໝາຍເຖິງຄວາມສຸກ ບໍ່ຈຳເປັນຕ້ອງຂຽນວ່າ “ສຸຂ​” ທຸກຄົນກໍເຂົ້າໃຈແລ້ວ.​

ສຸກ​ ຖືກນຳມາຕັ້ງເປັນຊື່ຄົນເຊັ່ນ​ ສີສຸກ,​ ສັນຕິສຸກ,​ ສົມສຸກ,​ ອຳພອນສຸກ,​ ສຸກສະຫວັນ,​ ສຸກໃຈ,​ ສຸກສົມປອງ,​ ສຸກສະດາ,​ ສຸກສັນ, ຈະເລີນສຸກ…

ຕົວຢ່າງ:

ແມ່ກຳລັງປິ້ງປາໃຫ້ມັນສຸກ ເຮົາຈິງຈະກິນໄດ້.

ໜາກມວງໜ່ວຍນັ້ນຍັງດິບຢູ່, ເອົາໄປບົ່ມໃຫ້ມັນສຸກກ່ອນຈິງຄ່ອຍກັນມັນຈິງຫວານ.

ມື້ນີ້ເບິ່ງເຈົ້າຄືມີຄວາມສຸກແທ້, ມີຫຍັງດີໆບໍ່ນໍ.

ສະຫລຸບ.

ຄຳວ່າ ສຸກ ໝາຍເຖິງສິ່ງທີ່ປ່ຽນສະພາບມາຈາກດິບໂດຍສະເພາະໝາກໄມ້ສຸກ,​ ອາຫານທີ່ຖືກຄວາມຮ້ອນແລ້ວ ສຸກ​, ແລະ ອີກຄວາມໝາຍໜຶ່ງຄືຄວາມ ສະໜຸກສະໜານ, ຄວາມສະຫງົບໃນຊິວິດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈຫົວ​ຂໍ້​ຈາກ​: ປ່ອງຢ້ຽມພາສາລາວ.