ຄຳວ່າ ກຶກ ແລະ ກືກມີຄວາມໝາຍຕ່າງກັນແນວໃດ?

SA Game

DooDiDo

ຄວາມໝາຍ ແລະ ຄວາມແຕກຕ່າງລະຫວ່າງ ຄຳວ່າ ກຶກ ແລະ ກືກ.

ໃນພາສາລາວມີຫຼາຍໆຄຳສັບທີ່ມີຄວາມຄ້າຍຄືກັນ ທັງທາງດ້ານການຂຽນສະກົດຄຳ ແລະ ດ້ານການອ່ານອອກສຽງ, ຖ້າຫາກໃຊ້ບໍ່ຖືກຕ້ອງຕາມຮູບປະໂຫຍກຈະເຮັດ ໃຫ້ຄວາມໝາຍຂອງມັນປ່ຽນແປງໄປທັນທີ, ທັງນີ້ຍ້ອນວ່າຈຸດພິເສດ ຂອງລາວເຮົາແມ່ນມີຫຼາກຫຼາຍຊົນເຜົ່າ ແຈກຢາຍຢູ່ຕາມແຕ່ລະຂົງເຂດທົ່ວປະເທດ. ສະນັ້ນ, ຈຶ່ງມີຄວາມແຕກຕ່າງກັນ ໃນການໃຊ້ພາສາ ໂດຍສະເພາະແມ່ນການປາກເວົ້າ.

ໃນຕອນນີ້ເຮົາຈະມາເວົ້າເຖິງຄວາມໝາຍຂອງຄຳວ່າ: ກຶກ ແລະ ກືກ ຊຶ່ງຄຳສອງຄຳນີ້ມີຄວາມຄ້າຍຄືກັນ ທັງທາງດ້ານການຂຽນສະກົດຄຳ ແລະ ການອ່ານອອກສຽງຕ່າງກັນພຽງແຕ່ໜ້ອຍດຽວ ກໍ່ຄືການໃສ່ສະຫຼະ Xຶ ແລະ Xື, ຄົນສ່ວນຫຼາຍມັກຫຼົງກັນ ແລະ ໃຊ້ບໍ່ຖືກຕ້ອງຕາມຄວາມໝາຍຂອງມັນ ທັງໃນການເວົ້າ, ການຂຽນໃນປະໂຫຍກ ແລະ ບົດຄວາມຕ່າງໆ, ໂດຍອີງຕາມການອະທິບາຍຄວາມໝາຍຄຳສັບໃນວັດຈະນານຸກົມພາສາລາວ ເຮົາສາມາດແປຄວາມໝາຍຂອງຄຳດັ່ງ ກ່າວໄດ້ດັ່ງນີ້:

SA Game
DooDiDo
ຄຳວ່າ ກຶກ:

ຄຳນີ້ເປັນໄດ້ທັງຄຳກຳມະ, ຄຳຄຸນນາມ ແລະ ຄຳອຸທານ, ເຊິ່ງຄວາມມີຄວາມໝາຍ ແຕກຕ່າງກັນ ດັ່ງນີ້:
ກຶກ (ຄຳກຳມະ) ໝາຍເຖິງ ຄິດ, ໄຕ່ຕອງ, ຄິດຕຶກຕອງບັນຫາໄປມາ, ພິຈາລະນາຫາເຫດຫາຜົນ, ຊຶ່ງເຮົາມັກຈະເຫັນວ່າກຶກກອງ ແມ່ນມີຄວາມໝາຍດຽວກັນ

ຕົວຢ່າງ:

ກ່ອນຈະລົງມື້ກະທຳສິ່ງໃດເຮົາຄວນຄິດກຶກກອງສາກ່ອນ ເພື່ອບໍ່ໃຫ້ມັນຜິດພາດ

ກຶກ (ຄຳຄຸນນາມ) ໝາຍເຖິງ ຫຼວງຫຼາຍ, ມາກມາຍ, ແປກປະຫຼາດສິ່ງທີ່ມີຫຼວງຫຼາຍ ຫຼື ແປກປະຫຼາດ ຈົນບໍ່ສາມາດຄິດອ່ານໄດ້ ຊຶ່ງເຮົາມັກຈະເຫັນວ່າກຶກກື ແມ່ນມີຄວາມໝາຍດຽວກັນ

ຕົວຢ່າງ:

ເປັນຫຍັງປີນຶ້ຝົນຄືມາຕົກພິລຶກກຶກກືແທ້ ຈົນເຮັດໃຫ້ນ້ຳຖ້ວມໄຮ່ຖ້ວມນາຂອງປະຊາຊົນ.

ກຶກ (ຄຳອຸທານ) ສຽງດັງຢ່າງໜຶ່ງ ເຊັ່ນ: ເຮືອຕຳຫີນດັງກຶກ, ສຽງສັບຮາກໄມ້ດັງກຶກ.

ຄຳວ່າ ກືກ:

ຄຳນີ້ເປັນຄຳນາມ, ມີຄວາມໝາຍວ່າ ຄົນໃບ້, ເວົ້າບໍ່ອອກ, ປາກບໍ່ໄດ້ ຍ້ອນລີ້ນໄກ່ຫົດ, ຄົນປາກບໍ່ເປັນແຕ່ຫູໄດ້ຍິນຮູ້ຄຳເວົ້າຂອງຄົນອື່ນ, ອີກພວກໜຶ່ງເວົ້າບໍ່ໄດ້ຫູກໍ່ໜວກ ຄົນສອງຈຳພວກນີ້ເອີ້ນວ່າ ຄົນກືກ/ປາກກືກ ເມືອຕ້ອງການຫຍັງກໍ່ໃຊ້ມືແທນປາກ.

ສະຫຼຸບ:

ຄຳວ່າ ກຶກ ແລະ ກືກ ມີຄວາມໝາຍທີ່ແຕກຕ່າງກັນຫຼາຍ ແລະ ຄຳໜຶ່ງ ສາມາດໃຊ້ໄດ້ໃນຫຼາຍຮູບແບບ. ສະນັ້ນ, ເຮົາຄວນສຶກສາເບິ່ງຄວາມໝາຍຂອງຄຳນັ້ນໆໃຫ້ລະອຽດ ເພື່ອບໍ່ໃຫ້ມີຄວາມຜິດພາດໃນການນຳໃຊ້ພາສາ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo