ຄໍາວ່າ “ກ້າມ” ມີຄວາມໝາຍໃນພາສາລາວ​ແນວ​ໃດ?

SA Game

DooDiDo

ອະທິບາຍຄໍາວ່າ “ກ້າມ” ມີຄວາມໝາຍແນວໃດ?

ຄໍາວ່າ “ກ້າມ”  ແມ່ນແມ່ນກ້ອນຊີ້ນເປັນໝັດໆ, ແມ່ນພາກສ່ວນໜຶ່ງຂອງຮ່າງກາຍຂອງ ຄົນ ແລະ ສັດ, ຢູ່ ລະຫວ່າງຜິດໜັງ ແລະ ກະດູກ ຫຼື ອະໄວຍະວະພາຍໃນ ທີ່ສາມາດຫົດຢືດ ເພື່ອເຮັດໃຫ້ຄົນ ແລະ ສັດເໜັງຕີງໄດ້. ກ້າມເອີ້ນຊື່ຕາມຈຸດພິເສດ ແລະ ລັກສະນະຂອງມັນ ເຊັ່ນ: ກ້າມແຂນ, ກ້າມຂາ, ກ້າມທ້ອງ, ກ້າມຄໍ (ສໍາລັບງົວຜູ້ ແລະ ຄວາຍຜູ້) ເປັນຕົ້ນ ແລະ ຍັງເອີ້ນທົ່ວໄປຄື: ກ້າມຊີ້ນ, ກ້າມເນື້ອ, ກ້າມເປັນໝັດໆ, ກ້າມລໍ້າສັນ, ກ້າມເປັນສັນ, ກ້າມປູ (ຄີມປີ), ກ້າມກຸ້ງ (ຄີມກຸ້ງ).

ພ້ອມນັ້ນ ຍັງໃຊ້ເອີ້ນແນວອື່ນອີກຄື: ຕົ້ນກ້າມປູ (ຊື່ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ຂະໜາດນ້ອຍໃບແກວກຄືໃບຕີນເປັດ), ເສື້ອກ້າມໝາຍເຖິງເສື້ອຢືດທີ່ບໍ່ມີແຂນ, ນັກກ້າມໝາຍເຖິງຄົນທີ່ເພາະກາຍ ເພື່ອໃຫ້ກ້າມໃຫຍ່ເປັນກິລາຊະນິດນຶ່ງທີ່ພັດທະນາກ້າມເນື້ອສະເພາະດ້ວຍການຝຶກຝົນໜັກເພີ່ມປະລິມານອາຫານພິດເສດ. ນອກຈາກນັ້ນ, “ກ້າມ” ຍັງໝາຍເຖິງການແຂງ, ແຂງໂຕ ຫຼື ກະດ້າງ ເຊັ່ນ: ນໍ້າໝອກກ້າມ, ນໍ້າກ້າມ ເປັນກ້ອນ, ເລືອດກ້າມ, ຂີ້ເຜີ້ງກ້າມ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ກ້າມ”.

“ກ້າມ” (1. ຄໍານາມ) ຂາໃຫຍ່ທີ່ຢູ່ຂ້ອນມາທາງໜ້າຂອງສັດບາງຈໍາພວກ ດັ່ງ ປູ ແລະ ກຸ້ງ ເປັນຕົ້ນ. (2. ຄໍາກິລິຍາ) ແຂ້ນ, ແຂງ, ກ້ອນຊີ້ນທີ່ສະແດງຄວາມແຂງແຮງ. ກະດ້າງ, ເໜັງຕິງບໍ່ໄດ້

ຕົວ­ຢ່າງ:

  • ລາວໄດ້ຮັບລາງວັນຊະນະເລີດການແຂ່ງຂັນ ນັກກ້າມ ປະຈໍາປີ ເນື່ອງຈາກກ້າມລາວແມ່ນເປັນໝັດໆ ແລະ ສາມາດເຫັນໄດ້ດີ ໃນການສະແດງທຸກທ່າ.
  • ຄວາຍຜູ້ງ່ານ ຫົວໜ້າຝູງ ມີກ້າມຄໍເປັນໝັດ ລໍ້າສັນ ກິນຫຍ້າຢູ່ກາງໂຕແມ່ຫຼາຍສິບໂຕ. ມັນມີອານາເຂດ ຫຼື ເຖື່ອນ ກວ້າງເຕີບ ມື້ກ່ອນນີ້ມີຄວາຍຜູ້ງ່ານມາຈາກບ່ອນອື່ນ ມັນຊົນກັນ (ຕໍ່ສູ້) ຈົນຫຍ້າມຸ່ນເປັນບໍລິເວນກວ້າງ.
  • ນັກກິລາເຕະບານ ມີກ້າມຂາທີ່ແຂງແກ່ນ ສາມາດແລ່ນໄວ ແລະ ມີທັກສະໃນການລ໊ອກບານ.
  • ປະເທດຈີນຕອນເໜືອ ອາກາດໜາວຫຼາຍ ມີນໍ້າໝອກກ້າມຕົກເປັນເວລາຫຼາຍເດືອນ.
  • ການເຮັດເລືອດແປງເປັດແມ່ນມີສູດສະເພາະເລືອດຈິ່ງກ້າມ ຖ້າໃສ່ສ່ວນປະສົມຜິດເລືອດຈະບໍ່ກ້າມ.
  • ຕູ້ເຢັນລຸ້ນເກົ່າແມ່ນມີຖາດນໍ້າກ້າມ ເຮັດໃຫ້ຫຍຸ້ງຍາກໃນການອານະໄມ ແລະ ກິນໄຟຟ້າຫຼາຍ. ແຕ່ລຸ້ນໃໝ່ແມ່ນໃຊ້ລະບົບອາຍເຢັນ ອານະໄມງ່າຍ ແລະ ກິນໄຟນ້ອຍ.

ສະຫຼຸບ.

ຄໍາວ່າ “ກ້າມ” ໝາຍເຖິງກ້ອນຊີ້ນ ຊຶ່ງເປັນສ່ວນໜຶ່ງຂອງຮ່າງກາຍຂອງ ຄົນ ແລະ ສັດ, ຢູ່ລະຫວ່າງຜິດໜັງ ແລະ ກະດູກ ຫຼື ອະໄວຍະວະພາຍໃນ ຫົດຢືດໄດ້ ເພື່ອເຮັດໃຫ້ຄົນ ແລະ ສັດ ເໜັງຕີງ. ນອກຈາກນັ້ນ, ຍັງໝາຍເຖິງການແຂງຕົວ ຫຼື ກະດ້າງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo