ຄຳວ່າ ຂຸ່ນ ແລະ ຂຸ້ນ ພາສາລາວມີຄວາມໝາຍ ແລະ ນຳໃຊ້ແນວໃດ?

SA Game

DooDiDo

ຄວາມໝາຍ ແລະ ວິທີການນໍາໃຊ້ຄໍາສັບ ຂຸ່ນ ແລະ ຂຸ້ນ.

ມີຫຼາຍຄໍາສັບໃນພາສາລາວທີ່ຂຽນ ແລະ ອ່ານອອກສຽງຄ້າຍຄືກັນ ແຕ່ມີຄວາມໝາຍຕ່າງກັນ ແລະ ຄໍາສັບໜຶ່ງກໍ່ສາມາດແປເປັນຫຼາຍຄວາມໝາຍໄດ້ ຂຶ້ນກັບຮູບປະໂຫຍກຂອງມັນ, ຊຶ່ງບາງຄໍາສັບກໍ່ມີຄວາມໝາຍທີ່ສະຫຼັບຊັບຊ້ອນຈົນເຮັດໃຫ້ສັບສົນເວລານໍາໃຊ້, ຍົກຢ່າງຄໍາວ່າ: ຂຸ່ນ ກັບ ຂຸ້ນ.

ຂຸ່ນ ກັບ ຂຸ້ນ ການອອກຂຽນແມ່ນມີຄວາມແຕກຕ່າງກັນ ແລະ ການອອກສຽງກໍ່ສາມາດຈໍາແນກໄດ້ງ່າຍ ແຕ່ສິ່ງທີ່ເປັນບັນຫາແມ່ນການຕີຄວາມໝາຍຂອງມັນ, ເຊິ່ງຄົນສ່ວນຫຼາຍມັກເຂົ້າໃຈວ່າຄໍາສັບສອງຄໍານີ້ມີຄວາມໝາຍດຽວກັນ ສາມາດໃຊ້ໂຕໃດກໍ່ໄດ້, ແຕ່ໃນຄວາມເປັນຈິງແລ້ວມັນມີຄວາມໝາຍທີ່ແຕກຕ່າງກັນ ແລະ ແນ່ນອນວ່າຫຼາຍຄົນຄົງເຄີຍເຂົ້າໃຈຜິດກ່ຽວກັບຄວາມໝາຍຂອງສອງຄໍານີ້, ສະນັ້ນ, ໃນບົດຄວາມນີ້ເຮົາຈະມາເວົ້າກ່ຽວກັບຄວາມໝາຍ ແລະ ວິທີການນໍາໃຊ້ຄໍາສັບ ຂຸ່ນ ແລະ ຂຸ້ນ.

SA Game
DooDiDo

ອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບລົງວັນທີ…… ທີ່ ຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ
ເຮົາສາມາດອະທິບາຍຄວາມໝາຍຄໍາສັບດັ່ງກ່າວໄດ້ດັ່ງນີ້:

ຄຳວ່າ ຂຸ່ນ:

ໃຊ້ເປັນຄຳຄຸນນາມ ມີຄວາມໝາຍວ່າ ມົວ ຫຼື ບໍ່ໃສ.

ຕົວຢ່າງ:

ແມ່ຕູ້ຂອງຂ້ອຍເຖົ້າຫຼາຍແລ້ວ, ຕາກໍ່ຂຸ່ນເຮັດໃຫ້ເພິ່ນເບິ່ງຫຍັງບໍ່ເຫັນແຈ້ງພໍປານໃດ.

ເດັກນ້ອຍໄປຫຼິ້ນຂີ້ຕົມຈົນຕົນຕົວເປິເປື້ອນແລ້ວມາໂຕນລົງອ່າງນໍ້າ ຈຶ່ງເຮັດໃຫ້ນໍ້າໃນອ່າງຂຸ່ນໝົດ.
(ນ້ຳທີ່ຖືກເຄື່ອງເປິເປື້ອນເອີ້ນວ່ານ້ຳຂຸ່ນ)

ນອກຈາກນັ້ນຄໍາວ່າ ຂຸ່ນ ສາມາດມີຄວາມໝາຍວ່າ: ເສົ້າໝອງ, ບໍ່ສົດໃສ, ໃຈທີ່ຖືກກິເລດຄືລາຄະໂທສະໂມຫະຄອບງຳເອີ້ນວ່າໃຈຂຸ່ນ.

ຕົວຢ່າງ:

ນ້ອຍເອີຍ! ຄວາມຄິດຄຽດແຄ້ນຈະເຮັດໃຫ້ເຈົ້າມີໃຈຂຸ່ນມົວ, ຖ້າຫາກເຈົ້າບໍ່ຢາກເປັນທຸກກໍ່ຈົົງປ່ອຍວາງ.

ຄໍາວ່າ ຂຸ້ນ:

ໃຊ້ເປັນຄໍານາມ ມີຄວາມໝາຍວ່າ ວຸ່ນວາຍ, ຂຸ້ນຂ້ຽວ, ຄົນທີ່ຖືກຜູ້ມີອຳນາດຂົ່ມຂູ່ຂ້ຽວເຂັນໃຫ້ເກີດຄວາມວຸ້ນວາຍເອີ້ນວ່າໃຈຂຸ້ນ.

ດັ່ງຄໍາພະຫຍາທີ່ວ່າ: ໜີຈາກຮ້ອນມາພີ້ເພິ່ງເຢັນ ໜີເໝັນພຸ້ນຫວັງມາຊົມດວງດອກ ໜີຈາກນ້ຳຂຸ້ນຂ້ຽວມາພີ້ເພິ່ງນ້ຳໃສ.

ຄໍາວ່າ ຂຸ້ນ ຍັງແປໄດ້ອີກວ່າ ເກືອບແຫ້ງ, ໃກ້ຈະແຫ້ງເຊັ່ນ: ນ້ຳຂຸ້ນເກືອບແຫ້ງ, ນ້ຳມັນໝູເມືອມັນຖືກຄວາມເຢັນມັນກໍຂຸ້ນເຂົ້າເອີ້ນວ່ານ້ຳມັນຂຸ້ນ.

ນອກຈາກນັ້ນ ຍັງສາມາດໃຊ້ເປັນຄໍາກໍາມະໄດ້ ເຊັ່ນຄໍາວ່າ: ຂຸ້ນຂ້ຽວ ແປວ່າ ກະວົນກະວາຍ, ເລັ່ງລັດ, ຈັດເລັ່ງເອົາຢ່າງຟ້າວຟັ່ງ.

ຕົວຢ່າງ:

ມີເວລາອີກພຽງແຕ່ມື້ໜຶ່ງກໍ່ຮອດກໍານົດສົ່ງວຽກບ້ານໃຫ້ອາຈານແລ້ວ, ສະນັ້ນ ຂ້ອຍຕ້ອງຂຸ້ນຂ້ຽວເຮັດໃຫ້ສໍາເລັດ ເພື່ອບໍ່ໃຫ້ຖືກຕັດຄະແນນ.

ສະຫຼຸບ.

ຄໍາວ່າ ຂຸ່ນ ແລະ ຂຸ້ນ ມີຄວາມໝາຍທີ່ແຕກຕ່າງກັນ ແລະ ໃຊ້ກັບໂຄງສ້າງປະໂຫຍກທີ່ແຕກຕ່າງກັນ. ສະນັ້ນ ເພື່ອຫຼີິີກລ່ຽງ ຄວາມຜິດພາດໃນການໃຊ້ພາສາເຮົາຄວນສຶກສາເບິ່ງຄວາມໝາຍຂອງຄຳນັ້ນໆໃຫ້ລະອຽດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo