ແຈ້ງລົງທະບຽນເລກບັດປະຈຳຕົວຜູ້ເສຍລາຍໄດ້ສ່ວນບຸກຄົນ.

SA Game

ພາບ​: laoedaily.com.

ແຈ້ງ​ການ​ການ​ລົງ​ທະ​ບຽນ​ອອກເລກບັດ​ປະ​ຈະ​ຕົວ​ຜູ້​ເສຍ​ອາ​ການ​ສຳ​ລັບ​ບຸກ​ຄົນ.

ຕ້ອງຍອມ​ຮັບ​ວ່າທີ່ຜ່ານມາຜູ້ທີ່ມີລາຍໄດ້ຢູ່ ສປປ ລາວ ຍັງບໍ່ທັນໄດ້ເສຍອາກອນໃຫ້ລັດ ແລະ ຫຼັງຈາກລົງທະບຽນແລ້ວທຸກຄົນຕ້ອງໄດ້ປະກອບສ່ວນເສຍພັນທະອາກອນແມ່ລັດຖະບານຕາມລະບຽບກົດໝາຍບໍ່ເວັ້ນແມ່ນແຕ່ແມ່ຄ້າອອນລາຍ, ຫຼືພະນັກງານທະຫານຕຳຫຼວດ, ພໍ່ແມ່ປະຊາຊົນຜູ້ທີ່ມີລາຍຮັບຢູ່ ສປປ ລາວ.

ເພື່ອ​ໃຫ້​ທຸກ​ຄົນ​ໄດ້​ປະ​ຕິ​ບັດ​ພັນ​ທະ ແລະ ເພື່ອໃຫ້ສາມາດຄຸ້ມຄອງ ແລະຕິດຕາມບຸກຄົນທັງພາຍໃນ ແລະຕ່າງປະເທດທີ່ມີລາຍໄດ້ຢູ່ ສປປ ລາວໃນຂອບເຂດທົ່ວປະເທດເຊັ່ນ: ລັດຖະກອນ, ພະນັກງານທະຫານ, ຕຳຫຼວດ, ນັກທຸລະກິດ, ແມ່ຄ້າທົ່ວໄປ ແລະຂາຍເຄື່ອງອອນລາຍ, ນັກກິລາ, ນັກສະແດງ, ນາຍຊ່າງ, ຊ່ຽວຊານ, ທີ່ປຶກສາ, ນາຍຈ້າງ, ລູກຈ້າງ, ກຳມະກອນ, ຊາວຜູ້ອອກແຮງງານ ແລະອື່ນໆ ສະ​ນັ້ນ​ກະ​ຊວງ​ການ​ເງິນໄດ້​ມີ​ແຈ້ງ​ການ​ອອກ​ມາໂດຍ​ແຈ້ງ​ການສະບັບເລກທີ 0831/ກງ ລົງວັນທີ 10 ກຸມພາ 2021 ເລື່ອງການລົງທະບຽນອອກເລກບັດປະຈຳຕົວຜູ້ເສຍອາກອນສຳລັບບຸກຄົນ.

SA Game
ພາບ​: laoedaily.com.

 

ທັງເປັນການຊຸກຍູ້ສົ່ງເສີມໃຫ້ຜູ້ມີລາຍໄດ້ທີ່ໄດ້ປະຕິບັດພັນທະຂອງຕົນຕໍ່ລັດໄດ້ຮັບນະໂຍບາຍຕ່າງໆຕາມກົດໝາຍ ນອກນັ້ນຍັງເປັນການຄຸ້ມຄອງຖານຂໍ້ມູນຜູ້ມີລາຍໄດ້ເຂົ້າໃນລະບົບທັງໝົດແນໃສ່ເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ຖຶກຕ້ອງ, ຄົບຖ້ວນ, ໂປ່ງໃສ, ຍຸຕິທຳ ແລະປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເສດຖະກິດ-ສັງຄົມຂອງຊາດ.

ໂດຍອີງຕາມມາດຕາ6 ຂອງກົດໝາຍວ່າດ້ວຍອາກອນລາຍໄດ້ສະບັບເລກທີ67/ສພຊ ລົງວັນທີ 18 ມິຖຸນາ 2019, ກະຊວງການເງິນ ຈິ່ງແຈ້ງມາຍັງທ່ານທີ່ກ່າວມາຂ້າງເທິງ ເພື່ອມາລົງທະບຽນອອກເລກປະຈຳຕົວຜູ້ເສຍອາກອນ ຢູ່ຫ້ອງການສ່ວຍສາອາກອນທຸກຂັ້ນ. ສ່ວນກຳນົດເວລາໃນການລົງທະບຽນເລກປະຈຳຕົວຜູ້ເສຍອາກອນແມ່ນບໍ່ໃຫ້ກາຍວັນທີ 30 ມິຖຸນາ 2021 ເຊິ່ງປະກອບມີເອກະສານດັ່ງລຸ່ມນີ້:

  • ບັດປະຈຳຕົວ ຫຼື ໜັງສືຜ່ານແດນທີ່ບໍ່ທັນໝົດອາຍຸນຳໃຊ້
  • ປື້ມສຳມະໂນຄົວ
  • ເບີໂທລະສັບທີ່ລົງທຽນຢັ້ງຢືນຕົວຕົນແລ້ວທຸກເລກໝາຍ
  • ອາຊີບໃຫ້ລະບຸສະຖານທີ່ເຮັດວຽກ, ຕຳແໜ່ງຢ່າງຈະແຈ້ງ)
  • ເລກບັນຊີທະນາຄານທຸກບັນຊີທີ່ມີ
  • ບັດປະກັນສັງຄົມ

ມອບໃຫ້ກົມສ່ວຍສາອາກອນ, ສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງ, ສ່ວຍສາອາກອນປະຈຳເມືອງ, ນະຄອນ ກະກຽມພ້ອມທັງອຳນວຍຄວາມສະດວກໃຫ້ບຸກຄົນທັງພາຍໃນ ແລະຕ່າງປະເທດທີ່ມີລາຍໄດ້ຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ ແລະປະຕິບັດຕໍ່ຜູ້ລະເມີດຕາມລະບຽບກົດໝາຍຢ່າງເຄັ່ງຄັດ.

SA Game

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ແຫລ່ງ​ທີ່​ມາ: laoedaily.com.la