ຄະນະພົວພັນຕ່າງປະເທດຢ້ຽມຢາມການນຳຂອງແຂວງຄຳມ່ວນ

SA Game

ຂປລ

ການນຳຂອງແຂວງຄຳມ່ວນຕ້ອນ​ຮັບ​ຫົວ​ໜ້າຄະນະພົວພັນຕ່າງປະເທດສູນກາງພັກພ້ອມ​ຄະ​ນະ

ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ພ້ອມຄະນະ ໄດ້ພົບປະຢ້ຽມຢາມການນຳຂອງແຂວງຄຳມ່ວນ ໃນວັນທີ 24 ເມສາ 2023,  ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີ ຮອງເຈົ້າແຂວງ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບ.

ໂອກາດນີ້, ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ແຈ້ງຈຸດປະສົງໃນການມາພົບປະ ແລະ ຢ້ຽມຢາມ ການນໍາແຂວງຄຳມ່ວນ ໃນໂອກາດທີ່ຄະນະພົວພັນຕ່າງປະເທດສູນກາງພັກ ເດີນ ທາງໄປພົບປະແລກປ່ຽນບົດຮຽນ ກັບຄະນະພົວພັນຕ່າງປະເທດ ສູນກາງພັກຂອງ ສສ ຫວຽດນາມ ແລະ ໄດ້ເດີນທາງກັບມາ ຜ່ານທາງດ່ານນາເພົ້າ ແຂວງຄຳມ່ວນ ເຊິ່ງການເຂົ້າພົບປະກັບການນຳຂອງແຂວງໃນຄັ້ງນີ້ ເນື່ອງຈາກວ່າແຂວງຄຳມ່ວນ ກໍເປັນແຂວງໜຶ່ງທີ່ມີຊາຍແດນຕິດກັບບັນດາແຂວງ ຂອງ ສສ ຫວຽດນາມ ແລະ ໄດ້ມີການພົວພັນຮ່ວມມື ແລກປ່ຽນບົດຮຽນ ຊ່ວຍເຫລືອເຊິ່ງກັນ ແລະ ກັນໃນຫລາຍໆດ້ານ ຕະຫລອດໄລຍະຜ່ານມາ.

SA Game
ຂປລ

ໂອກາດນີ້ ທ່ານເຈົ້າແຂວງຄຳມ່ວນ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ພ້ອມທັງລາຍງານໃຫ້ຮູ້ວ່າ ແຂວງຄຳມ່ວນ ແມ່ນໄດ້ມີການພົວພັນກັບບັນດາແຂວງຂອງ ສສ ຫວຽດນາມ ໄດ້ເຮັດບົດບັນທຶກການຮ່ວມມືໃນຫລາຍດ້ານ, ໃນແຕ່ລະປີໄດ້ຜັດປ່ຽນກັນໄປ-ມາ ພົບປະຢ້ຽມຢາມ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ເປັນການພົວພັນທີ່ມີຄວາມສະໜິດສະໜົມ ຮັດແໜ້ນຄວາມສາມັກຄີແບບພິເສດ.

ໃນໄລຍະການສະເຫລີມສະຫລອງປີສາມັກຄີ ລາວ-ຫວຽດນາມ ໃນປີຜ່ານມາ ກໍໄດ້ເຊີນການນຳຂອງບັນດາແຂວງຂອງ ສສ ຫວຽດນາມ ມາຮ່ວມໃນພິທີ ເຮັດໃຫ້ບັນຍາກາດ ຂອງການສະເຫລີມສະຫລອງປີສາມັກຄີ ລາວ-ຫວຽດນາມ ມີບັນຍາກາດຟົດຟື້ນ ແລະ ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ບັນດາແຂວງຈາກ ສສ ຫວຽດນາມ ກໍໄດ້ຊ່ວຍເຫລືອວັດຖຸອຸປະກອນ ແລະ ປັດໄຈຈຳນວນໜຶ່ງ ໃຫ້ແກ່ແຂວງຄຳມ່ວນ ເພື່ອນຳໃຊ້ເຂົ້າໃນການປ້ອງກັນ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດດັ່ງກ່າວ.

SA Game
ຂປລ

ນອກນີ້ ກໍຍັງໄດ້ຊ່ວຍເຫລືອທາງດ້ານທຶນການສຶກສາໃນແຕ່ລະປີ, ການກໍ່ສ້າງພື້ນຖານໂຄງລ່າງ, ໂຮງຮຽນ, ໂຮງໝໍ, ຊົນລະປະທານ ໃຫ້ແກ່ແຂວງຄຳມ່ວນ ພ້ອມທັງໄດ້ມີການພົວ ພັນປະສານງານ ລາດຕະເວນຮ່ວມກັນໃນຂອບເຂດຊາຍແດນ ແລະ ວຽກງານອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.