ນະ​ຄອນຫຼວງ​ຕັ້ງ​ເປົ້າ​ໃຫ້​ອັດ​ຕາ​ການ​ວ່າງ​ງານ​ຢູ່​ໃນ​ລະ​ດັບ 1.5%

SA Game

ຂປລ

ນະຄອນຫລວງ ວາງຄາດໝາຍ ປີ 2023 ໃຫ້ອັດຕາວ່າງງານບໍ່​ໃຫ້​ເກີນ​ລະ​ດັບ 2%

ຈາ​ກ​ການ​ລາຍ​ງານ​ຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ປີ 2023 ນະຄອນຫລວງວຽງຈັນ ຈະສ້າງລະບົບການພັດທະນາສີມືແຮງງານ ດ້ວຍການສ້າງມາດ ຖານສີມືແຮງງານ, ຫລັກສູດການຝຶກສີມືແຮງງານ, ການທົດສອບ, ການອອກໃບຢັ້ງຢືນໂດຍການມີສ່ວນຮ່ວມຂອງສະຖານຝຶກສີມືແຮງງານ ແລະ ຫົວໜ່ວຍແຮງງານ, ພ້ອມທັງຄວບຄຸມອັດຕາວ່າງງານໃຫ້ຢູ່ໃນລະດັບ 1,5%.

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງ ສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ເມື່ອບໍ່ດົນນີ້ວ່າ:

ນະຄອນຫລວງວຽງຈັນ ນອກຈາກຈະສືບຕໍ່ສ້າງລະບົບການພັດທະນາສີມືແຮງງານ, ບັນດາຫລັກສູດການຝຶກສີມືແຮງງານຕ່າງແລ້ວ, ຍັງຈະສືບຕໍ່ສ້າງກໍາລັງແຮງງານ ໄດ້ຮັບການພັດທະນາສີມື, ມີຄວາມຫລາກຫລາຍສາຂາວິຊາອາຊີບ, ມີຄວາມຊໍານານງານ, ມີລະບຽບວິໄນ, ມີວຽກເຮັດງານທໍາທີ່ໝັ້ນທ່ຽງ ແລະ ມີລາຍໄດ້ສູງຂຶ້ນ ຕິດພັນກັບສອງວາລະແຫ່ງຊາດ, ສິດ ແລະ ຜົນປະໂຫຍດ ຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ໄດ້ຮັບການປົກປ້ອງຕາມກົດໝາຍ ແລະ ລະບຽບການບົນພື້ນຖານການຮ່ວມມືຂອງສາມຝ່າຍ

SA Game
ຂປລ

ສືບຕໍ່ສົ່ງເສີມການຈັດຫາວຽກເຮັດງານທໍາ ໃຫ້ແຮງງານທີ່ຕ້ອງການມີວຽກເຮັດງານທໍາ ໃຫ້ເຂົ້າສູ່ຕະຫລາດແຮງງານ ໃຫ້ໄດ້ 4.500 ຄົນ, ສືບຕໍ່ຕັ້ງຈຸດຮັບສະໝັກງານຢູ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມຢູ່ຕາມເມືອງຕ່າງໆ ໃຫ້ໄດ້ 9 ເມືອງ ແລະ ຄວບຄຸມອັດຕາວ່າງງານໃຫ້ຢູ່ໃນລະດັບ 1,5%.

ນອກຈາກນີ້, ໃນປີ 2023 ນະຄອນຫລວງວຽງຈັນ ຈະສືບຕໍ່ສົ່ງເສີມສຸຂະພາບ, ກວດກາ, ບົ່ງມະຕິ ແລະ ຟື້ນຟູໜ້າທີ່ການໃຫ້ມີຄຸນນະພາບ, ຢ່າງທົ່ວເຖິງ ແລະ ເປັນທໍາ ໂດຍຈະໄດ້ສຸມໃສ່ເພີ່ມຄວາມສາມາດ ໃນການເຝົ້າລະວັງ, ຕິດຕາມ, ກວດກາ, ຄົ້ນຄວ້າມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລະ ພະຍາດລະບາດຕາມລະດູການ

ໃຫ້ທຸກພາກສ່ວນເສດຖະກິດ ແລະ ສັງຄົມ ໄດ້ເຄື່ອນໄຫວໄດ້ເປັນປົກກະຕິ, ສືບຕໍ່ໂຄສະນາ ເຜີຍແຜ່ວຽກງານສຸຂະອະນາໄມ ແລະ ໂພຊະນາການໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຄວາມສໍາຄັນ ແລະ ວິທີການກິນ-ດື່ມໃຫ້ຖືກຫລັກອະນາໄມ ແລະ ໂພຊະນາການຢ່າງເລິກເຊິ່ງ ແລະ ທົ່ວເຖິງ

SA Game
ຂປລ

ສືບຕໍ່ຮັກສາບ້ານສາທາລະນະສຸກແບບຢ່າງໃຫ້ມີຄຸນນະພາບ, ເພີ່ມຄວາມສາມາດໃນການເຝົ້າລະວັງຕິດຕາມ, ບົ່ງມະ ຕິຊອກຄົ້ນຫາ ແລະ ຕອບໂຕ້ກໍລະນີພະຍາດລະບາດໃຫ້ໄດ້ໄວ, ປະເມີນຄວາມສ່ຽງ, ປັບປຸງລະບົບເຕືອນໄພ ແລະ ຕອບໂຕ້ໃຫ້ທັນເວລາດ້ວຍຕາໜ່າງລະບົບເຝົ້າລະວັງຢ່າງມີປະສິດທິຜົນ, ປັບປຸງລະບົບຕິດຕາມ ແລະ ເຝົ້າລະວັງຄວາມປອດໄພຂອງອາຫານ, ຢາ ແລະ ຜະລິດຕະພັນການແພດທີ່ຈໍາໜ່າຍໃນນະຄອນຫລວງວຽງຈັນ ໂດຍມີລະບົບແຈ້ງເຕືອນໄວ, ນໍາໃຊ້ຖານຂໍ້ມູນທີ່ທັນສະໄໝ ເພື່ອເຜີຍແຜ່ຂໍ້ມູນຂ່າວສານດ້ານອາຫານ ແລະ ຢາໃຫ້ແກ່ປະຊາຊົນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.