ຄວາມໝາຍພາສາລາວກັບຄຳວ່າ ປະຈານ ແລະ ວິຈານ

SA Game

DooDiDo

ອະ​ທິ​ບາຍ​ພາ​ສາ​ລາວ​ຄຳ​ວ່າ ປະ​ຈານ ແລະ ວິ​ຈານ ມີ​ຄວາມ​ໝາຍ​ແນວ​ໃດ.

​ຄິດ​ວ່າ​ຫລາຍໆທ່ານເຄີຍໄດ້ຍິນຄຳວ່າ #ປະຈານ ກັບ #ວິຈານ ​ແລະ ເຄີຍ​ໄດ້​ນຳ​ໃຊ້​ມາ​ຢ່າງ​ຫລວງ​ຫລາຍ​ແລ້ວ ທັງ​ເປັນ​ຄຳ​ເວົ້າ ແລະ ໃນ​ທາງ​ການ​ວິ​ພາກວິ​ຈານ​ໃນ​ເລື່ອງ​ລາວ​ຕ່າງໆ​ທີ່​ເກີດ​ຂື້ນ​ກັບ​ສັງ​ຄົມ ແລະ ຊິ​ວິດ​ຕົວ​ຈິງ​ປະ​ຈຳ​ວັນ.

#ແຕ່ເຊື່ອແນ່ນອນວ່າເຄີຍໄດ້ຍິນ ແຕ່ບໍ່ມີໃຜຢາກຖືກປະຈານດອກ ເພາະໃນຄວາມໝາຍ ຄວາມເຂົ້າໃຈຂອງສັງຄົມຄຳວ່າ ປະຈານ ຄືການຫັກໜ້າກັນຢ່າງບໍ່ມີການປານີ, ການເປີດເຜີຍຄວາມຊົ່ວ ກົວຕໍ່ການລົງໂທດທີ່ເຄີຍເຮັດຜິດ(ສະຖາບັນຄົ້ນຄວ້າຯ 2012:592)​

ເມື່ອທຸກຄົນຢ້ານການ #ປະຈານ ຈຶ່ງເຮັດໃຫ້ຄຳວ່າ #ປະຈານ ລາມເຖິງຄຳວ່າ #ວິຈານ ເນື່ອງຈາກທັງສອງຄຳນີ້ລົງທ້າຍຄືກັນ.​

SA Game
DooDiDo

ເມື່ອບາງຄົນຢາກຊີ້ແຈງ, ຢາກສະແດງຄວາມຄິດເຫັນໃນການກະທຳຂອງໃຜຄົນໜຶ່ງ ຫຼື ໃຜຄົນໜຶ່ງກຳລັງຖືກສັງຄົມວິຈານ ຈຶ່ງເຂົ້າວ່ານັ້ນຄືການປະຈານ ແລະສັງຄົມດຽວນີ້ເລີຍເຂົ້າໃຈວ່າ ການວິຈານຄືສິ່ງບໍ່ດີ, ບໍ່ມັກ ບໍ່ສະເພາະແຕ່ບຸກຄົນເທົ່ານັ້ນຍັງລວມໄປເຖິງ ອົງກອນ, ບົດປະພັນວັນນະຄະດີ ລ້ວນແຕ່ບໍ່ມັກຖືກວິຈານ.
ທັງນີ້ກໍເພາະວ່າ ຜູ້ຈະວິຈານຄົນອື່ນກໍສະແດງອອກໃນລັກສະນະດຽວກັບປະຈານ.

ສາເຫດທີ່ພາໃຫ້ເປັນຄືແນວນີ້ກໍເນື່ອງຈາກວ່າ ຄວາມເຂົ້າໃຈພາສາ ແລະການສື່ສານຍັງຢູ່ໃນລະດັບພື້ນຖານ.

ຄວາມເປັນຈິງແລ້ວ ຄຳວ່າ #ວິຈານ ແປຕາມໂຕວ່າ ເບິ່ງສິ່ງນ້ອຍໆ,​ ເບິ່ງໃຫ້ເລິກແລບ,​ພິຈານະນາໃຫ້ລະອຽດ. (ສະຖາບັນຄົ້ນຄວ້າຯ 2012:875)​
ໃນຄວາມໝາຍກວ້າງ ວິຈານຄືການພິຈາລະນາເປັນສິ່ງທີ່ດີ ເພາະການວິຈານຄືການຊີ້ແຈງ, ການສະແດງຄວາມຄິດເຫັນເພື່ອຊອກຫາທາງອອກທີ່ດີ ແລະເໝາະສົມ ຊີ້ແຈງຈຸດອ່ອນ, ເຮັດໃຫ້ສັງຄົມເພີງພໍໃຈ, ສາມາດປັບໄປໃຊ້ໃນຊີວິດປະຈຳວັນໃຫ້ໄດ້ດີກວ່າ.

ສຳລັບທ່ານເດ ເຂົ້າໃຈແນວໃດກັບຄຳວ່າ #ປະຈານ ແລະ #ວິຈານ

ເອກະສານອ້າງອີງ ວັດຈະນານຸກົມສະບັບ ສະຖາບັນຄົ້ນຄວ້າຯ 2012:592 ແລະ 875

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: fb ປ່ອງຢ້ຽມພາສາລາວ