ພາສາລາວຄໍາວ່າ ບໍ ແລະ ບໍ່ ມີຄວາມໝາຍແນວໃດ?

SA Game

DooDiDo

ມາຮູ້ຈັກຄໍາວ່າ ບໍ ແລະ ບໍ່ ມີຄວາມໝາຍແນວໃດ?

ໃນ​ພາ​ສາ​ລາວການ​ໃຊ້​ວັນ​ນະ​ຍຸດ​ກັບ​ຄຳ​ຕ່າງໆ​ສ່ວນ​ຫລາຍ​ຈະ​ເຮັດ​ໃຫ້​ຄວາມ​ໝາຍ​ຂອງ​ຄຳ​ດັ່ງ​ກ່າວ​ປ່ຽນ​ໄປ ອາດ​ຈະ​ຫລາຍ​ ຫລື​ ນ້ອຍແລ້ວ​ແຕ່​ຄຳ​ສັບ​ນັ້ນໆ​ເຊິງ​ໃນ​ນັ້ນ​ອາດ​ຈະ​ຂື້ນ​ກັບ​ຕົວ​ອັກ​ສອນ​ແດ່​ເພາະ​ອັກ​ສອນ​ບາງ​ຕົວ​ກໍ​ບໍ່​ສາ​ມາດ​ປ່ຽນ​ສຽງ​ໄດ້​ຈາກ​ການ​ໃສ່​ວັນ​ນະ​ຍຸດ​ໃຫ້​ມັນ.

ບົດ​ນີ້​ຈະ​ຍົກ​ເອົາ​ຄຳ​ວ່າ ບໍ ແລະ ບໍ່ ມາ​ອະ​ທິ​ບາຍ, ເຊິງ​ສອງ​ຄຳ​ນີ້ອ່ານ​ອອກ​ສຽງ​ທີ່​ໃກ້​ຄຽງ​ກັນແຕ່ວັນນະຍຸດຕ່າງກັນ ແຕ່ຄົນຕ່າງຊາດກໍ່ຍັງຈຳແນກສຽງອອກຍາກຢູ່ດີ, ຄວາມ​ຈິງ​ແລ້ວທັງສອງຄຳມີຄວາມໝາຍຄ້າຍຄືກັນ ແລະ ໃຊ້ໃນປະໂຫຍກດຽວກັນ ແຕ່ກໍມີການໃຊ້ຫຼາຍໃຊ້ໜ້ອຍແຕກຕ່າງກັນໄປ ແລ້ວ​ແຕ່​ວ່າ​ເຮົາ​ຈະ​ນຳ​ໄປ​ໃຊ້​ໃນ​ປະ​ໂຫຍກ​ແບບ​ໃດ ຫລື ສະ​ຖາ​ນະ​ການ​ແບບ​ໃດ​ໃນ​ແຕ່​ລະ​ຄວາມ​ໝາຍ​ມັນ​ຈະ​ແຕກ​ຕ່າງ​ໄປ.

SA Game
DooDiDo

ຄຳວ່າ ບໍ.

ບໍ ໃຊ້ກັບປະໂຫຍກຄຳຖາມ ໃນພາສາເວົ້າທີ່ມີລັກສະນະຜ່ອນສຽງເຊັ່ນ: ແມ່ນຢູ່ບໍ ?, ມາແທ້ບໍ ?, ບໍ່ມາບໍ ?, ບໍ່ໄປບໍ ? …

ນອກຈາກນີ້ ບໍ ຍັງແປວ່າ ບໍ່ສົມປະກອບ, ບໍ່ເຕັມ ຄຳນາມ ເຊັ່ນ ຄົນບໍ່ເຕັມ, ຄົນສະຕິບໍ່ດີ ເອີ້ນວ່າ ບ້າບໍ, ບ້າໆບໍໆ….

ຫລື ການ​ນຳ​ມາ​ໃຊ້​ໃນ​ລັກ​ສະ​ນະ​ໝູ່​ຄູ່​ຢອກ​ກັນ​ທີ່​ໄດ້​ດັດ​ແກ້​ຂື້ນໆ​ລົງໆ ເຊັ່ນ​: ເຮັດ​ໄດ້​ຢູ່​ບໍ, ບໍ່​ແມ່ນ​ເຮັດ​ບໍ່​ເປັນ​ບໍ, ຮູ້​ແທ້​ຢູ່​ບໍ,…

ສຽງຂອງຄຳວ່າ ບໍ ບາງຄັ້ງອອກສຽງເປັນ ບໍ່, ບໍ້, ເບາະ ຕາມຈັງຫວະການເນັ້ນສຽງ

ຕົວ​ຢ່າງ: 

ເອົາມັນສາບໍເນາະ?

ເອົາມັນສາບໍ່ນໍ?

ເອົາມັນສາເບາະຫຶ?

ຄຳວ່າ ບໍ່.

ບໍ່ ໃຊ້ກັບປະໂຫຍກປະຕິເສດເຊັ່ນ: ບໍ່ແມ່ນ, ບໍ່ເປັນ, ບໍ່ໄດ້, ບໍ່ກິນ, ບໍ່ເອົາ ….

ໃຊ້ກັບປະໂຫຍກຄຳຖາມເຊັ່ນ: ເຈົ້າເຄີຍໄປວັງວຽງ ຫຼືບໍ່ ?, ຊິເອົາບໍ່ ?, ໄປນຳຂ້ອຍບໍ່ ? ….

ນອກຈາກນີ້ຄຳວ່າ ບໍ່ ຍັງແປວ່າ ບ່ອນເກີດ, ຈຸດກຳເນີດ, ບ່ອນໃຫ້ກຳເນີດເຊັ່ນ: ບໍ່ເງິນ, ບໍ່ຄຳ, ບໍ່ເກືອ, ນໍ້າບໍ່…

ສະ​ຫ​ລຸບ.

ຄຳ​ວ່າ ບໍ ແລະ ບໍ່ ​ສອງ​ຄຳ​ນີ້ອ່ານ​ອອກ​ສຽງ​ທີ່​ໃກ້​ຄຽງ​ກັນແຕ່ວັນນະຍຸດຕ່າງກັນມີ​ຄົນ​ລະ​ຄວາມ​ໝາຍ, ຄຳ​ວ່າ ບໍ ບໍ ໃຊ້ກັບປະໂຫຍກຄຳຖາມ ໃນພາສາເວົ້າທີ່ມີລັກສະນະຜ່ອນສຽງມີ​ຄວາມ​ໝາຍ​ວ່າ ບໍ່ສົມປະກອບ, ບໍ່ເຕັມ, ບໍ່ ໃຊ້ກັບປະໂຫຍກປະຕິເສດ, ຄຳວ່າ ບໍ່ ຍັງແປວ່າ ບ່ອນເກີດ, ຈຸດກຳເນີດ, ບ່ອນໃຫ້ກຳເນີດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo