ທະ​ລຸ​ແສນ​ຄົນ! ​ຜູ້​ຕິດ​ເຊື້ອ​ໂຄວິດ-19 ສະ​ສົມ​ໃນ ສ​ປ​ປ ລາວ​ ແສນກວ່າ​ແລ້ວ

SA Game

idsala.com

ຮອດ​ຫລັກ​ແສນ​ຈົນ​ໄດ້ຜູ້ຕິດເຊື້ອໂຄວິດ-19 ໃນ ສປປ ລາວ ສະສົມລວມແຕະຫຼັກ 1 ແສນຄົນແລ້ວ.

ການ​ລະ​ບາດ​ຂ​ອງ​ພະຍາດໂຄວິດ-19 ທີ່ໄດ້ເລີ່ມອຸບັດຂຶຶ້ນຄັ້ງທຳອິດທີ່ເມືອງອູຫັ້ນ ສປ ຈີນ ເມື່ອທ້າຍເດືອນທັນວາ 2019 ແລະ ອົງການອະນາໄມໂລກໄດ້ຢືນຢັນວ່າ ເປັນເຊື້ອຈຸລະໂລກສາຍພັນໃໝ່ ເມື່ອວັນທີ 12 ມັງກອນ 2020 ເຊິ່ງເຊື້ອພະຍາດດັ່ງກ່າວ ຈະທີ່ເຮັດໃຫ້ຜູ້ທີ່ຕິດເຊື້ອມີອາການເຈັບເປັນທາງລະບົບຫາຍໃຈ ໄດ້​ເປັນ​ພະ​ຍາດ​ທີ່​ລະ​ບາດ​ຢ່າງ​ໄວ​ວາ​ໄປ​ທົ່ວ​ທຸກ​ມຸມ​ໂລກ ແລະ ເຮັດ​ໃຫ້​ມີ​ຜູ້​ເຈັບ​ເປັນ​ລົ້ມ​ຕາຍ​ເປັນ​ຈ່ຳ​ນວນ​ຫລວງ​ຫລາຍ.

ຈາກລາຍງານ​ຂອງ​ໜ່ວຍ​ສະ​ເພາະ​ກິດ​ຕ້ານ​ການ​ລະ​ບາດ​ຂອງ​ໂຄວິດ-19 ໃນ​ວັນ​ທີ່ 21 ທັນວາ 2021 ໃຫ້​ຮູ້​ວ່າມາເຖິງປັດຈຸບັນ, ຕົວເລກຜູ້ຕິດເຊື້ອສະສົມໃນປະເທດລວມມີ 100,524 ຄົນ, ກຳລັງປິ່ນປົວຢູ່ 12,088 ຄົນ, ເສຍຊີວິດສະສົມລວມ 284 ແລ້ວ ແລະ ໄດ້ມີການລະບາດໄປທົ່ວທຸກແຂວງໃນຂອບເຂດທົ່ວປະເທດ.

SA Game
idsala.com

ເຊິ່ງ​ໃນວັນທີ 21 ທັນວາ 2021 ​ນີ້, ສປປ ລາວ ກໍໄດ້ຮັບວັກຊີນ AstraZeneca ຊ່ວຍເຫຼືອຈາກປະເທດໂປໂລຍ ຈໍານວນ 501,600 ໂດສ. ໄດ້ມາຮອດລາວແລ້ວ ດ້ວຍການຂົນສົ່ງທາງບົກ ຂົວມິດຕະພາບ 1, ນະຄອນຫຼວງວຽງຈັ​ນ. ໂດຍການອອກຮັບຂອງຫ້ອງການກະຊວງສາທາລະນະສຸກ, ໂຄງການສັກຢາກັນພະຍາດ, ສູນສຸຂະພາບແມ່ ແລະ ເດັກ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ການບໍລິຈາກວັກຊີນຈາກ ປະເທດໂປໂລຍ ແມ່ນເປັນສ່ວນໜຶ່ງຂອງຄວາມສາມັກຄີໃນທົ່ວໂລກຂອງ ທີມເອີຣົບ ແລະ ຕໍ່ການສະໜັບສະໜູນໃຫ້ແກ່ ສປປ ລາວ ໃນການຕ້ານການແຜ່ລະບາດຂອງໂຄວິດ ແລະ ຜົນກະທົບຂອງມັນ. ພວກເຮົາດີໃຈທີ່ການປະກອບສ່ວນຄັ້ງນີ້ຈະຊ່ວຍໃຫ້ລັດຖະບານລາວເລັ່ງຂະບວນການສັກຢາວັກຊີນ ເພືອສ້າງພູມຄຸ້ມກັນໃຫ້ປະຊາຊົນໃຫ້ກວມເອົາຈຳນວນຫຼາຍຂຶ້ນ.

ພາຍໃນໄລຍະເວລາບໍ່ພໍເທົ່າໃດເດືອນ, ໂຄວິດ-19 ກໍ່ໄດ້ລຸກລາມລະບາດໄປໃນຫຼາຍປະເທດທົ່ວໂລກ ແລະ ສປປ.ລາວ ເອງກໍ່ໄດ້ປະກາດປິດປະເທດ ເພື່ອປ້ອງກັນການແຜ່ລະບາດ ໃນວັນທີ 13 ມີນາ 2020, ຈົນມາເຖິງວັນທີ 24 ມີນາ 2020 ໄດ້ຮັບການຢືນຢັນຢ່າງເປັນທາງການວ່າ ພົບຜູ້ຕິດເຊື້ອກໍລະນີທຳອິດ ແລະ ມີຜູ້ເສຍຊີວິດຈາກພະຍາດໂຄວິດ-19 ໃນປະເທດເປັນຜູ້ທຳອິດ ເຊິ່ງເປັນຄົນສັນຊາດຫວຽດນາມ ເມື່ອວັນທີ 9 ພຶດສະພາ 2021.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: idsala.com