ກໍາມະການ ແລະ ກໍາມາທິການ ມີຄວາມໝາຍແຕກຕ່າງກັນແນວໃດ?

SA Game

DooDiDo

ກໍາມະການ ແລະ ກໍາມາທິການ ອະທິບາຍຄວາມໝາຍທີ່ແຕກຕ່າງກັນ.

ສອງຄໍາສັບນີ້ຫຼາຍໆຄົນອາດຈະຄຸ້ນຫູ ແລະ ໄດ້ຍິນມາຕະຫຼອດ ໂດຍສະເພາະຄົນທີ່ເຮັດວຽກໃນລັດຖະການ (ພະນັກງານສັງກັດລັດ) ແຕ່ຫຼາຍໆຄົນກໍ່ຍັງບໍ່ທັນເຂົ້າໃຈຢ່າງເລິກເຊິ່ງແທ້ ໃນການໃຊ້ສັບສອງຢ່າງນີ້ ກໍາມະການຫຼາຍໆຄົນອາດຈະເຂົ້າໃຈໃນແງ່ຂອງການຕັດສິນການແຂ່ງຂັນຂອງນັກກິລາ ແຕ່ໃນນີ້ເຮົາມາຮູ້ຈັກກັບຄໍາສັບສອງສັບນີ້ໄປພ້ອມໆກັນ.

ຫົວຂໍ້ນີ້ໄດ້ມີການຄັດຈ້ອນມາຈາກຂໍ້ມູນ ຂອງທ່ານ ມະຫາ ສິຣາ ວີຣະວົງສ໌ເພື່ອ​ມາ​ອະ​ທິ​ບາຍ​ສອງ​ຄຳ​ນີ້​ໃຫ້​ແຈ່ມ​ແຈ້ງ​ຂື້ນ​ຕື່ມ​ເນືອງ​ຈາກ​ເປັນ​ຄຳ​ສັບ​ທາງ​ການ ແລະ ຫລາຍໆ​ທ່ານ​ກໍ​ຄົງ​ຍັງ​ຢາກ​ຮູ້ ແລະ ຢາກເຂົ້າ​ໃຈຄວາມ​ໝາຍ​ຂອງ​ສອງ​ຄຳ​ນີ້.

SA Game
DooDiDo

ຄໍາວ່າ ກໍາມະການ.

ມີຄວາມໝາຍວ່າ ເປັນຄໍານາມ ທີ່ບົ່ງບອກເຖິງ ບຸກຄົນທີ່ເຮັດວຽກ,ເປັນເຈົ້າໜ້າທີ່,ຜູ້ທໍາໜ້າທີ່ ໄດ້ຮັບການເລືອກ ຫຼື ແຕ່ງຕັ້ງເຂົ້າເປັນຄະນະໃນການຮັບໜ້າທີ່ ໃນການຕັດສິນບັນຫາທຸກໆຢ່າງກ່ຽວກັບວຽກງານ ເຮັດວຽກອັນໃດອັນໜຶ່ງ ເຊິ່ງໄດ້ຮັບມອບໝາຍລວມກັນເປັນໝູ່ຄະນະ ເອີ້ນວ່າ: ຄະນະກໍາມະການ ເຊັ່ນ: ຄະນະກໍາມະການກິລາ, ກໍາມະການພັກເມືອງ,ກໍາມະການງານບຸນຕ່າງໆ…

ຄໍາວ່າ ກໍາມາທິການ.

ມີຫຼາຍກໍາມາທິການ ຄວາມໝາຍວ່າ ເປັນຄໍານາມ ໝາຍເຖິງຜູ້ເຮັດວຽກລະດັບສູງ,ເຈົ້າໜ້າທີ່ຂັ້ນສູງຜູ້ເຮັດວຽກສໍາຄັນໃນລະດັບສູງສຸດ ຄືບຸກຄົນທີ່ໄດ້ຮັບເລືອກຈາກວຸດທິສະພາ ຫຼື ສະພາຜູ້ແທນລາດຊະດອນເພື່ອກະທໍາກິດຈະການ ພິຈາລະນາສອບສວນ ຫຼື ສຶກສາເລື່ອງຕ່າງໆຕາມທີ່ສະພາມອບໝາຍແລ້ວລາຍງາຍຕໍ່ສະພາ.

ຄະນະກໍາມາທິການ ມີ 2ປະເພດຄື:

  • ຄະນະກໍາມາທິການສາມັນ ແລະ ຄະນະກໍາມາທິການວິສາມັນ.
  • ກໍາມາທິການສາມັນ ປະກອບດ້ວຍບຸກຄົນເຊິ່ງເປັນສະມາຊິກຂອງສະພາລ້ວນໆ.

ກໍາມາທິການວິສາມັນ ປະກອບດ້ວຍບຸກຄົນຜູ້ເປັນສະມາຊິກ ແລະ ບຸກຄົນທີ່ບໍ່ໄດ້ເປັນສະມາຊິກຂອງສະພາ ລວມກັນ ຫຼື ບຸກຄົນທີ່ບໍ່ໄດ້ເປັນສະມາຊິກຂອງສະພາທັງໝົດທີ່ສະພາເລືອກ ແລະ ແຕ່ງຕັ້ງມາເປັນຄະນະກໍາມາທິການວິສາມັນ.

ສະ​ຫລຸບ.

ກໍາມະການແຕກຕ່າງກັບ ກໍາມາທິການ ກໍາມາທິການໝາຍເຖິງກໍາມະການໃຫຍ່ມີຖານະສູງກວ່າກໍາມະການ ເຊິ່ງໄດ້ຮັບພາລະກິດອັນສູງສົ່ງຍິ່ງໃຫຍ່ໃນວຽກງານສໍາຄັນຕ່າງໆ ເຊັ່ນ:ກໍາມາທິການພິຈາລະນາງົບປະມານແຫ່ງລັດ,ກໍາມາທິການຂົນສົ່ງມວນຊົນຈະປະຊຸມເພື່ອກະກຽມການເລື່ອງເສັ້ນທາງລົດໄຟຟ້າ…
ນີ້ຄືຄວາມໝາຍ ແລະ ຄວາມແຕກຕ່າງຂອງຄໍາສັບທີ່ວ່າ: ກໍາມະການ ແລະ ກໍາມາທິການ ເຊິ່ງອາດຈະຊ່ວຍໃຫ້ຫຼາຍໆຄົນເຂົ້າໃຈຢ່າງກະຈ່າງແຈ້ງຂຶ້ນຕື່ມ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo