ຄຳ​ສັບ​ທີ່​ອອກ​ສຽງ​ຄ້າຍ​ຄື​ກັນ ຈ​ົກ ແລະ ໂຈກ ມີ​ຄວາມ​ໝາຍ​ຕ່າງ​ກັນ.

SA Game

DooDiDo

ຈົກ ແລະ ໂຈກ ສອງຄໍາເວົ້ານີ້ມີຄວາມໝາຍແຕກຕ່າງກັນຢ່າງໃດ?

ຄຳທີ່ມີສຽງສ່ຳນຽງຄ້າຍຄືກັນ ຈົກ ກັບ ໂຈກ ຫາກຝຣັ່ງຕ່າງຊາດເຂົາອາດຈະເວົ້າວ່າເປັນຄຳດຽວກັນເລີຍຫາກບໍ່ໄດ້ເບິ່ງຕົວສະກົດຂອງຄຳ ແລະ ສອງຄຳນີ້ກໍ່ອາດຈະຟັງການອອກສຽງຄ້າຍໆກັນ, ແຕ່ທີ່ຈິງການອອກສຽງ ແລະ ລວມທັງຄວາມໝາຍຂອງສອງຄໍານີ້ ກໍ່ມີຄວາມແຕກຕ່າງກັນໄປຄົນລະແບບ.

ສອງ​ຄຳ​ນີ້ອ່ານ​ອອກ​ສຽງ​ທີ່​ໃກ້​ຄຽງ​ກັນແຕ່ວັນສະ​ຫລະ​ທີ່​ແຕກຕ່າງກັນ ການ​ທີ່ຄົນຕ່າງຊາດຈະຈຳແນກສຽງໄດ້​ກໍ​ຄົງ​ມີ​ນ້ອຍ ແລະ ຍັງອອກສຽງຍາກຢູ່ດີ ເພາະພາສາ ສາກົນບໍ່ມີວັນນະຍຸດສ່ວນຫຼາຍຈະອ່ານອອກສຽງກາງທີ່ບໍ່ມີສຽງ ເອກ-ໂທ ຄືພາສາລາວ ຫລື ພາ​ສາ​ໄທ ເຮົາ​ຈະ​ອະ​ທິ​ບາຍດັ່ງນີ້.

SA Game
DooDiDo

ຄຳວ່າ ຈົກ.

  • ເອົາມືແຫຍ່ ຫຼື ເດ່ ເຂົ້າໄປທາງໃນຮູ ໃນປ່ອງ ຫຼື ໃນພາຊະນະ ຫຼື ສະຖານທີ່ທີ່ມີການກັ້ນກາງລະຫວ່າງຂ້າງໃນ ແລະ ຂ້າງນອກ ແລ້ວເອົາມືຈົກເຂົ້າໄປຈັບເອົາສິ່ງໃດສິ່ງໜຶ່ງທີ່ເຮົາຕ້ອງການຢູ່ທາງໃນອອກມາ . ຕົວຢ່າງ: ຈົກເອົາກົບຢູ່ໃນຮູກາງນາ, ຈົກເອົາເຂົ້າຢູ່ໃນກະຕີບ…
  • ເຄື່ອງມືທີ່ໃຊ້ໃນການອອກແຮງງານ ໂດຍສະເພາະແມ່ນເຄື່ອງມືກົ່ນດິນ ຂຸດດິນ ເສຍຫຍ້າ ທີ່ເຮັດດ້ວຍໂລຫະແຂງທີ່ມີຄົມ ແລ້ວປະກອບດ້າມໃສ່ຕາມທາງນອນ ເຊິ່ງເຮົາເອີ້ນວ່າ: ຈົກ ສາມມາດນໍາມາໃຊ້ສອຍໃຫ້ເກີດປະໂຫຍດໄດ້ຫຼາຍຢ່າງໃນຊີວິດປະຈໍາວັນຂອງຄົນເຮົາ.

ຄຳວ່າ ໂຈກ.

  • ແມ່ນຊື່ຂອງປາຊະນິດໜຶ່ງ ມີເກັດ ຕົວຄືປາຂາວ ແຕ່ໂຕໃຫຍ່ ແລະ ຍາວເອີ້ນວ່າ: ປາໂຈກ ເປັນປາທີ່ອາໄສຢູ່ໃນແມ່ນໍ້າທີ່ໄຫຼ ບໍ່ມັກຢູ່ໃນໜອງ ເປັນປາທໍາມະຊາດ.
  • ແມ່ນພາຊະນະທີ່ເປັນຮູບກົມສູງ ກົ້ນສ້ວຍຢ່າງດຽວກັນກັບຈອກ ແຕ່ໃຫຍ່ກວ່າຈອກ ມີຄວາມໝາຍອີກຢ່າງໜຶ່ງວ່າ:ໂຈ້ນ,ໃຫຍ່,ສູງ ເຊັ່ນ: ໄກ່ໂຈກ , ຫົວໜ້າ,ໂປ່,ເປັນໃຫຍ່, ທີລຸນໝູ່(ໃຊ້ສະເພາະການຫຼິ້ນການພະນັນ ທີ່ຫຼິ້ນກັນຕາມລໍາດັບຜູ້ຫຼິ້ນຊະນະກັບຜູ້ເສຍໄປຕາມລໍາດັບ ສະເພາະຜູ້ເສຍສຸດທ້າຍໝູ່ເອີ້ນວ່າໂຈກ) ຕົວຢ່າງ: ຫຼິ້ນໄພ້ຫວຽດນາມ ສົມມຸດຜູ້ຫຼິ້ນມີ 4 ຄົນຈະມີຜູ້ຊະນະທີ1,2,3 ຕາມລໍາດັບ ສ່ວນຜູ້ທີ4 ຜູ້ໄພ້ເຫຼືອໃນມືສຸດທ້າຍເອີ້ນວ່າ: ຜູ້ໂຈກ.
  • ໂຈກໂຫວກ-ໂຈກໂຫລກ ໝາຍເຖິງບ່ອນເປັນຂຸມເລິກ.
    ຈົກ ແລະ ໂຈກ ມີຄວາມໝາຍແຕກຕ່າງກັນ. ແຕ່ຄໍາວ່າ: ຈົກ ພາສາໄທກໍ່ເອີ້ນວ່າຈົກຄືກັນກັບພາສາລາວ ແລະ ມີຄວາຍໝາຍຄືກັນ ແຕ່ຍັງມີອີກຄໍາໜຶ່ງທີ່ຄ້າຍຄືເຊັ່ນ: ໂຈ໊ກ ທັງພາສາໄທ ແລະ ພາສາລາວກໍ່ມີຄວາມໝາຍດຽວກັນຄື: ໂຈ໊ກ ໝາຍເຖິງເຂົ້າຕົ້ມຈົນເລະແຫຼວ ແລ້ວເອົາເຄື່ອງປຸງ ແລະ ຊີ້ນໝູ ຫຼື ຊີ້ນໄກ່ໃສ່.

ສະ​ຫລຸບ.

ດັ່ງນັ້ນຄຳວ່າ ຈົກ ແລະ ໂຈກ ທີ່ຈິງການອອກສຽງ ແລະ ລວມທັງຄວາມໝາຍຂອງສອງຄໍານີ້ ກໍ່ມີຄວາມແຕກຕ່າງກັນໄປຄົນລະແບບ, ເຊິ່ງຕ້ອງໄດ້ຟັງສ່ຳນຽງໃຫ້ຊັດເຈນຈະໄດ້ຄວາມໝາຍທີ່ຖືກຕ້ອງແຕ່ລະຄຳ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo