ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີຕ້ອນຮັບ ອາສາສະໝັກຍີ່ປຸ່ນ

SA Game

ຂ​ປ​ລ

ນາຍົກລັດຖະມົນຕີ ສ​ປ​ປ ລາວ ຕ້ອນຮັບ ອາສາສະໝັກຍີ່ປຸ່ນ ທີ​ສຳ​ນັກ​ງານ​ນາ​ຍົກ

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບຮັບອາສະໝັກຍີ່ປຸ່ນ ມີ ທ່ານ ຈຸນໂກ ນາກາໂນ (Junko NAKANO) ອຸປະທູດຢີ່ປຸ່ນ ປະຈຳ ສປປ ລາວ ວັນທີ 10 ມີນາ 2022 ນີ້, ທີ່ສຳນັກງານນາຍົກລັດຖະມົນຕີ,

ໂດຍ​ມີ ທ່ານ ໂຕຊິໂອ ນາກາເຊ (Toshio NAGASE) ຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA), ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍອາສາສະໝັກຍີ່ປຸ່ນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ວັນເພັງ ແສງມະໂນທອງ ຮອງຫົວໜ້າກົມຮ່ວມມືສາກົນ, ກະຊວງແຜນການ ແລະ ການລົງທຶນ ຜູ້ນໍາພາອາສາສະໝັກຍີ່ປຸ່ນ ໃນຄັ້ງນີ້ ໄດ້ລາຍງານໃຫ້ທ່ານ ນາຍົກ ຊາບວ່າ:

ແຕ່ ປີ 2002 ເປັນຕົ້ນມາ, ພາຍຫລັງທີ່ອາສາສະໝັກຍີ່ປຸ່ນ ທີ່ປະຕິບັດໜ້າທີ່ຢູ່ ສປປ ລາວ ແຕ່ລະປີໄດ້ຈັດປະຊຸມຖອດຖອນບົດຮຽນປະຈຳປີ, ຫລັງຈາກນັ້ນ, ກໍໄດ້ຖືໂອກາດດັ່ງກ່າວ ເຂົ້າຢ້ຽມຂໍ່ານັບທ່ານນາຍົກລັດຖະມົນຕີ ສິ່ງດັ່ງ ກ່າວໄດ້ສະແດງເຖິງຄວາມເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນຂອງລັດຖະບານລາວ ຕໍ່ອາ ສາສະໝັກຍີ່ປຸ່ນ ແລະ ການມາຊ່ວຍເຫລືອຂອງລັດຖະບານ ຍີ່ປຸ່ນ

SA Game
ຂ​ປ​ລ

ສິ່ງສຳຄັນ, ໃນໄລຍະທີ່ຜ່ານມານີ້, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ທັງໃຫ້ຫານຊ່ວຍ ເຫລືອລ້າ ແລະ ການກູ້ຢືມ. ນອກຈາກການຊ່ວຍເຫລືອດັ່ງກ່າວແລ້ວ, ຍີ່ປຸ່ນ ຍັງໃຫ້ການຊ່ວຍເຫລືອໃນຮູບແບບອື່ນອີກເຊັ່ນ:

ການສົ່ງອາສາສະໝັກມາປະຕິບັດໜ້າທີ່ ຢູ່ຕາມຂະ ແໜງການ ແລະ ທ້ອງຖິ່ນ ທີ່ກ່ຽວຂ້ອງເກືອບທຸກແຂວງໃນທົ່ວປະເທດ, ການຊວ່ຍເຫລືອຮູບແບບດັ່ງກ່າວນີ້ ຖືວ່າເປັນການຊ່ວຍເຫລືອທີ່ສຳຄັນ ທາງດ້ານວິຊາການໃນການຖ່າຍທອດຄວາມຮູ້, ຄວາມສາມາດ ແລະ ເຕັກໂນໂລຊີໃຫ້ແກ່ຂະແໜງການ ແລະ ທ້ອງຖິ່ນຊົນນະບົດ ເຊິ່ງເປັນການປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນແຕ່ລະໄລຍະ; ການສົ່ງອາສາສະໝັກ ມາປະຕິບັດໜ້າທີ່ກໍໄດ້ມີການພັດທະນາເປັນລຳດັບຕໍ່ເນື່ອງເຊັ່ນ:

ໃນປີ 1965 ມີອາສາສະໝັກພຽງແຕ່ 5 ຄົນ, ໃນເວລານັ້ນ ສປປ ລາວ ເປັນໜຶ່ງໃນ 4 ປະເທດ ທຳອິດ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກຂອງຕົນມາປະຕິບັດວຽກງານ,

ມາຮອດປັດຈຸບັນ ອາສາສະໝັກຍີ່ປຸ່ນ ທີ່ມາປະຕິບັດໜ້າທີ່ຢູ່ ສປປ ລາວ ລວມທັງໝົດມີ 1.041 ຄົນ, ສະເພາະປີ 2022 ນີ້ ມີອາສາສະໝັກອາວຸໂສ ແລະ ອາສາສະໝັກໜຸ່ມ ຈໍານວນ 20 ຄົນ ທີ່ປະຈໍາຢູ່ຂະແໜງການຕ່າງໆ ເຊັ່ນ:

ສຶກສາທິການ ແລະ ກິລາ, ສາທາລະນະສຸກ, ກະສິກຳ-ປ່າໄມ້, ພັດທະນາຊົນນະບົດ ແລະ ຂົງເຂດ ອື່ນໆ.

SA Game
ຂ​ປ​ລ

ໂອກາດນີ້, ທ່ານ ພັນຄຳ ວິພາວັນ ກໍໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ ບັນດາອາສາສະໝັກ ທີ່ມາຊ່ວຍເຫລືອເຮັດວຽກຢູ່ ສປປ ລາວ ເຊິ່ງເປັນຜູ້ທີ່ມີຄວາມອົດທົນ ແລະ ເສຍສະຫລະສູງ, ປະຊາຊົນທັງສອງຊາດມີວິຖີການດຳລົງຊີວິດ ແລະ ຮີດຄອງປະ ເພນີແຕກຕ່າງກັນ

ແຕ່ອາສາສະໝັກ ກໍເລືອກທີ່ມາເຮັດວຽກຢູ່ ສປປ ລາວ ແລະ ຍັງສະໝັກໄປເຮັດວຽກຢູ່ທ້ອງຖິ່ນຊົນນະບົດ ຫ່າງໄກສອກຫລີກ, ໄດ້ກິ້ງເກືອກລີເລືອກັບພະນັກ ງານຢ່າງບໍ່ຮູ້ອິດຮູ້ເມື່ອຍ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການຊ່ວຍເຫລືອອັນລ້ຳຄ່າ ຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ

ເຊິ່ງການຊ່ວຍເຫລືອດັ່ງກ່າວ ແມ່ນຢູ່ໃນອັນດັບໜຶ່ງຂອງການຊ່ວຍເຫລືອຮ່ວມມື 2 ຝ່າຍ ຂອງບັນດາຄູ່ຮ່ວມພັດທະນາ ໂດຍໄດ້ປະກອບສ່ວນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນແຕ່ລະໄລຍະ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ