ກຽມ​ໂຮງ​ໝໍ​ສະ​ໜາມ 3 ແຫ່ງ ຢູ່​ ນ​ຈ ເພື່ອ​ຮອງ​ຮັບ​ຜູ້​ປ່ວຍ​ໂຄວິດ-19

SA Game

ພາບ: laodaily.com.la

ຄະນະສະເພາະກິດ ກຽມພ້ອມໂຮງໝໍສະໜາມ 3 ແຫ່ງ ຢູ່ນະຄອນຫຼວງວຽງຈັນຮອງຮັບກໍລະນີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ.

ຈາກ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ໜັກ​ໃນ​ທົວ​ໂລກ​ ກໍ​ຄື​ໃນ​ ສ​ປ​ປ ລາວ​ເຮົາ, ແລະ ສ​ປ​ປ ລາວ ຍັງມີ​ແນວ​ໂນ້ມເພີ່ມ​ຂື້ນ​ຢູ່​ທຸກ​ມື້ ແລະ ເພື່ອ​ການ​ຮອງ​ຮັບ​ບັນ​ຫາ​ໂຮງ​ໝໍ​ບໍ່​ພຽງ​ພໍ​ກັບ​ຜູ້​ປ່ວຍ​ກໍ​ຄື​ຜູ່​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ໃຫ້​ມີ​ປະ​ສິດ​ທິ​ພາບ ແລະ ສາ​ມາດ​ຮອງ​ຮັບ​ຜູ້​ປ່ວຍ​ໄດ້​, ທາງ​ດ້ານ​ລັດ​ຖະ​ບານ​ກໍ​ຄື​ຄະ​ນະ​ສະ​ເພາະ​ກິດ​ຕໍ່​ຕ້ານ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຕ້ອງ​ໄດ້​ກຽມ​ຄວາມ​ພ້ອມ​ໄວ້​ຕະ​ຫລອດ​ເວ​ລາ.

ດັ່ງ​ນັ້ນ, ທ່ານ. ຮສ. ດຣ. ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວໃນພິທີຖະແຫຼງຂ່າວປະຈຳວັນທີ27 ເມສາ 2021 ວ່າ:ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການໃຫ້ຄະນະສະເາພະກິດແຕ່ລະຕັ້ນກໍຄືຂະແໜງການສາທາລະນຸສກໃນແຕ່ລະຂັ້ໜໃຫ້ກຽມຄວາມພ້ອມຮອບດ້ານໂດຍສະເພາະ.

SA Game
ພາບ: laodaily.com.la

1.ຄວາມສາມາດໃນການວິເຄາະ ຄົ້ນຫາຜູ້ຕິດເຊື້ອ ເພື່ອນຳສົ່ງໄປໂຮງໝໍແຍກປ່ຽວປິ່ນປົວ

2.ການກະກຽມຄວາມພ້ອມຂອງໂຮງໝໍພາກສະໜາມ ຮອງຮັບກໍລະນີມີຜູ້ຕິດເຊື້ອເພີ່ມຂຶ້ນໃນແຕ່ລະວັນ

3.ກຽມເຄື່ອງມືອຸປະກອນການແພດຮັບໃຊ້ໃຫ້ພຽງພໍ

4.ກຽມພ້ອມທາງດ້ານບຸກຕະລາກອນ ເພື່ອຕອບສະໜອງໃຫ້ແກ່ວຽກງານເຝົ້າລະວັງ ວຽກກງານປິ່ນປົວຜູ້ຕິດເຊື້ອໃຫ້ທມີປະສິເດທິພາບ ແລະມີຜົນສຳເລັດໃນຕໍ່ໜ້າ.

ສະນັ້ນນະຄອນຫຼວງວຽງຈັນ ນອກຈາກກຽມພ້ອມໂຮງໝໍທີ່ມີແລ້ວເປັນຕົ້ນໂຮງໝໍມິດຕະພາບ, ໂຮງໝໍເຊດຖາທິລາດ ແລະໂຮງໝໍ103 ກອງທັບ ເພື່ອຮອງຮັບເອົາຄົນເຈັບຕິດເຊື້ອແລ້ວ ຍັງໄດ້ກຽມໂຮງໝໍພາກສະໜາມ3ແຫ່ງສຳຮອງໄວ້; ໃນນີ້ມີ ສູນຝືກກິີລາຫ້ວຍຫົງ, ສະໜາມກີລາລ້ານຊ້າງ ແລະ ສູນຝຶກຊ້ອມກອງທັບຫຼັກ27,  ສັງລວມແລ້ວຢູ່ນະຄອນຫຼວງວຽງຈັນມີ1.200ຕຽງ.

SA Game
ພາບ: laodaily.com.la

ສຳລັບແຂວງຈຳປາສັກ ໄດ້ນຳໃຊ້ເໂຮງໝໍເມືອງໂພນທອງ ແລະ ໂຮງໝໍ106  ລວມມີ 105ຕຽງ; ນອກຈາກນັ້ນກໍກຽມໂຮງໝໍສະໜາມສຳຮອງໄວ້ ໂດຍເອົາຫໍພັກນັກສຶກສາວິທະຍາໄລການເງິນ ເຊິ່ງມີຕຽງນອນປະມານ300ຕຽງ. ນອກນັ້ນກໍແຈ້ງບັນດາແຂວງອື່ນກຽມພ້ອມໄວ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.la.