ກວດ​ການ​ບັນ​ດາ​ຕະ​ຫລາດ​ບັນ​ຫາ​ການ​ສວຍ​ໂອ​ກາດຂື້ນ​ລາ​ຄາ​ສິນ​ຄ້າ​

SA Game

ພາບ: laodaily.com.la

ເຈົ້າໜ້າທີ່ການຄ້າກວດກາ 7 ຕະຫຼາດປ້ອງ​ໃນ​ຊ່ວງ​ໂຄວິດ-19 ແພ່​ລະ​ບາດ​.

ການ​ແພ່​ລະ​ບາດ​ຂອງ​ໂຄວິດ-19 ໃນ​ຊ່ວງ​ນີ້​ເຮັດ​ໃຫ້​ກຳ​ແພງ​ນະ​ຄອນ​ວຽງ​ຈັນ ລວມ​ທັງ​ອີກ​ຫລາຍໆ​ແຂວງ​ເກືອບ​ທຸກ​ແຂວງ​ໄດ້​ມີ​ການ​ລັອກ​ດາວ ຫລື ປິດ​ການ​ເຂົ້າ​ອອກ​ເມືອງ​ເຊິງ​ແນນອນ​ຕ້ອງ​ມີ​ຜົນ​ກະ​ທົບ​ເຖິງ​ຄວາມ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ທັງ​ຫລາຍ ແລະ ອາດ​ເຮັດ​ໃຫ້​ມີ​ຜູ່​ສວຍ​ໃຊ້​ໂອ​ກາດ​ນີ້​ໃນ​ການ​ປັບ​ລາ​ຄາ​ສິນ​ຄ້າ​ໂດຍ​ຕົວ​ເອງ​.

ເນື່ອງ​ຈາກທຸກເຂດແຂວງແມ່ນມີການປິດການເຂົ້າ-ອອກ ບ້ານ-ເມືອງ ການຂົນສົ່ງສິນຄ້າກໍ່ຫຍຸ້ງຍາກຂຶ້ນຖ້າທຽບໃສ່ກ່ອນໜ້ານັ້ນ ແຕ່ເພື່ອປ້ອງກັນບໍ່ໃຫ້ພໍ່ແມ່ປະຊາຊົນອຶດຢາກຈາກເຂົ້າປາອາຫານອັນເປັນປັດໃຈສຳຄັນໃນການດຳລົງຊີວິດ ທາງການແມ່ນຍັງອະນຸຍາດໃຫ້ເປີດຕະຫຼາດການຊື້-ຂາຍຕາມປົກກະຕິ ພ້ອມບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈ ແລະບໍ່ແມ່ນແຈ້ງການຢ່າງດຽວ ພະແນກອຸດສາຫະກຳ ແລະການຄ້າໄດ້ຈັດທີມງານລົງກວດກາສະພາບການຕົວຈີງ ໃຫ້ຮັບປະກັນບາຄາສິນຄ້າຢູ່ໃນເກນປົກກະຕິອິກດ້ວຍ.

SA Game
ພາບ: laodaily.com.la

ດ້ວຍເຫດນີ້ເມື່ອເຈົ້າໜ້າທີ່ໄດ້ຮັບລາຍງານຂອງສັງຄົມວ່າມີການຂຶ້ນລາຄາໄຂ່ໄກ່ ແລະ ຊີ້ນໝູຢູ່ຕະຫຼາດຫ້ວຍຫົງ ແລະ ຕະຫຼາດໂພນສະຫວ່າງ, ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນແມ່ນບໍ່ໄດ້ນິ້ງເສຍ ຮີບຮ້ອນມອບໝາຍໃຫ້ພະແນກຕຳຫຼວດປ້ອງກັນເສດຖະກິດ ຫ້ອງຕຳຫຼວດ ປສກ ນວ ປະສານສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ ນວ ສືບຕໍ່ຈັດຕັ້ງປະຕິບັດກວດກາລາຄາສິນຄ້າຢູ່ຕະຫຼາດ ນັບແຕ່ເວລາ 8:00ໂມງ ຫາ 17:00ໂມງ ຂອງວັນທີ 25 ເມສາ 2021.

ໃນນັ້ນໄດ້ກວດກາທັງໝົດ 7 ແຫ່ງຄື: 1 ຕະຫຼາດສວນມອນ, 2 ຕະຫຼາດທົ່ງພານທອງ, 3 ຕະຫຼາດໜອງຈັນ, 4 ຕະຫຼາດສີຂຽວ, 5 ຕະຫຼາດອົດຊີ, 6 ຕະຫຼາດຫ້ວຍຫົງ, 7 ຕະຫຼາດໂພນສະຫວ່າງ ຜ່ານການກວດກາເຫັນວ່າ ບໍ່ມີຄວາມຈິງ ແລະ ຕະຫຼາດອື່ນໆ ກໍ່ຍັງຂາຍລາຄາໃນເກນປົກກະຕິ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງເຈົ້າຂອງກິດຈະການ, ຫົວໜ່ວຍທຸລະກິດຕ່າງໆ ໃຫ້ປະຕິບັດຕາມສັ່ງຂອງນາຍົກລັດຖະມົນຕີ ເລກທີ 15/ນຍ ທີ່ລະບຸໄວ້ໃນ ຂໍ້ທີ 6 ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ ອຸປະໂພກ ແລະ ບໍລິໂພກຕ່າງໆຢ່າງເຂັ້ມງວດ ເພື່ອພ້ອມກັນຜ່ານຜ່າວິກິດໂຄວິດ-19ໄປພ້ອມໆກັນ.

ກໍລະນີພໍ່ແມ່ປະຊາຊົນພົບເຫັນແມ່ຄ້າຊາວຂາຍສວຍໂອກາດຂຶ້ນລາຄາສິນຄ້າ ໃຫ້ແຈ້ງເບີວອດແອັບ 020​28899774 ແລະ ແຈ້ງຜ່ານທາງຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ.