​ເພື່ອ​ຕໍ່​ສູ້​ໂຄວິດ-19 ໂຄ​ລາວມອບ​ລົດ 10 ຄັນ ແລະ ເງິນ 100 ລ້ານ​ກີບ​ໃຫ້​ ນຈ

SA Game

ພາບ: laodaily.com.la

ໂຄລາວ ປະກອບສ່ວນ ມອບລົດ 10 ຄັນ ພ້ອມເງິນ 100 ລ້ານກີບ ຮັບໃຊ້ວຽກງານຕ້ານໂຄວິດ.

ດັ່ງ​ທີ່​ທຸກ​ຄົນ​ຮູ້​ກັນ​ດີ​ແລ້ວ​ວ່າປະຈຸບັນການລະບາດຂອງເຊື້ອພະຍາດໂຄວິດ-19 ໃນປະເທດລາວເຮົາແມ່ນນັບມື້ເພີ່ມຂຶ້ນ ໂດຍສະເພາະແມ່ນ ຢູ່ນະຄອນຫຼວງວຽງຈັນ ທີ່ມີຕົວເລກຜູ້ຕິດເຊື້ອຫຼາຍກວ່າໝູ່, ສ່ວນບັນດາອຸປະກອນຮັບໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນພະຍາດດັ່ງກ່າວຍັງບໍ່ພຽງພໍກັບສະພາບຕົວຈິງເຊິງ​ບໍ​ລິ​ສັດ​ໂຄ​ລາວ​ກໍ​ໄດ້​ເບິ່ງ​ເຫັນ​ໃນ​ຈຸດ​ນີ້ ແລະ ມີ​ຈຸ​ດ​ປະ​ສົງ​ຢາກ​ປະ​ກອບ​ສ່ວນ​ໃນ​ວຽກ​ງານ​ນີ້.

​ດັ່ງ​ນັ້ນ, ກຸ່ມບໍລິສັດໂຄລາວ ຈຶ່ງເຫັນໄດ້ເຖິງຄວາມສຳຄັນດັ່ງກ່າວ ປະກອບສ່ວນລົດຕູ້ ຮັບໃຊ້ຊົ່ວຄາວ ຈຳນວນ 10 ຄັນ ພ້ອມເງິນ 100 ລ້ານກີບ ໃຫ້ສຳນັກງານ ອົງການປົກຄອງ ນະຄອນຫຼວງວຽງຈັນ ນຳໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ຂອງ​ຄະ​ນະ ແລະ ທິມ​ງານ​ການ​ສະ​ກັດ​ກັ້ນ ແລະ ຕໍ່​ຕ້ານ​ພະ​ຍາດ​ໂຄວິດ-19ນີ້.

SA Game
ພາບ: laodaily.com.la

ໃນຕອນແລງວັນທີ 27 ເມສາ 2021 ກຸ່ມບໍລິສັດໂຄລາວ ນຳໂດຍ ທ່ານ ປອ. ຄຳຂັນ ນະພາວົງ ຮອງປະທານໃຫຍ່ກຸ່ມບໍລິສັດໂຄລາວ, ທ່ານ ນາງ ຖາວອນ ວົງສົມບັດ ປະທານຜູ້ບໍລິຫານກຸ່ມບໍລິສັດໂຄລາວ,  ທ່ານ ໜູໄຊ ແຫວນສະຫວັນ ປະທານ ບໍລິສັດ Auto world kolao developing ຈຳກັດຜູ້ດຽວ.

ໃຫ້ກຽດຕາງໜ້າຮັບໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ພ້ອມມີ ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າຫ້ອງວ່າການອົງການປົກຄອງ ນະຄອນຫຼວງວຽງຈັນ ແລະ ພະນັກງານທັງ 2 ຝ່າຍເຂົ້າຮ່ວມ. ທີ່ສຳນັກງານ ອົງການປົກຄອງ ນະຄອນຫຼວງວຽງຈັນ.

ທ່ານ ທ່ານ ໜູໄຊ ແຫວງສະຫວັນ ປະທານ ບໍລິສັດ Auto world kolao developing ໄດ້ກ່າວວ່າ: ການລະບາດຂອງພະຍາດໂຄວິດ-19 ຢູ່ໃນລາວເຮົາປະຈຸບັນແມ່ນໜັກໜ່ວງ; ດັ່ງນັ້ນ ວຽກງານການຄວບຄຸມ, ຕ້ານ ແລະ ສະກັດກັ້ນ ພະຍາດໂຄວິດ-19 ແມ່ນມີຄວາມສຳຄັນຫຼາຍ.

ສະນັ້ນ ບໍລິສັດພວກເຮົາເປັນໜຶ່ງ ໃນເຄືອຂອງກຸ່ມບໍລິລັດໂຄລາວ ຈຶ່ງເຫັນໄດ້ເຖິງຄວາມສຳຄັນ ແລະ ຈຳເປັນ ຂອງວຽກງານດັ່ງກ່າວ ມື້ນີ້ຈຶ່ງໄດ້ນຳເອົາລົດຕູ້ ຈຳນວນ 10 ຄັນ ເພື່ອຮັບໃຊ້ຊົ່ວຄາວ ລຳລຽງຄົນເຈັບ,

ພ້ອມກັບເງິນເຕີມນໍ້າມັນ 100 ລ້ານກີບ ມາປະກອບສ່ວນໃຫ້ແກ່  ອົງການປົກຄອງນະຄອນຫຼວງວຽງຈັນ ຫວັງວ່າການປະກອບສ່ວນຈາກກຸ່ມບໍລິສັດພວກເຮົາຈະສ້າງຜົນປະໂຫຍດໃຫ້ສ່ວນລວມບໍ່ຫຼາຍກໍ່ໜ້ອຍ ເວົ້າລວມເວົ້າສະເພາະແມ່ນປະເທດຊາດກໍ່ຄື ຢູ່ໃນນະຄອນຫຼວງວຽງຈັນ.

SA Game
ພາບ: laodaily.com.la

ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າຫ້ອງວ່າການ ອົງການປົກຄອງນະຄອນຫຼວງວຽງຈັນ ກ່າວວ່າ:

ປະຈຸບັນ ວຽກງານການຕ້ານໂຄວິດ-19 ແມ່ນສຳຄັນທີ່ສຸດ ທີ່ພວກເຮົາສຸມໃສ່ໃນການຈັດຕັ້ງປະຕິບັດ ດັ່ງນັ້ນການປະກອບສ່ວນ ລົດ 10 ຄັນ ແລະ ເງິນຈຳນວນ 100 ລ້ານກີບ ເພື່ອຮັບໃຊ້ຊົ່ວຄາວເຂົ້າໃນວຽກງານດັ່ງກ່າວ ຂອງກຸ່ມບໍລິສັດໂຄລາວນີ້ ແມ່ນເຫັນວ່າມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ ເພາະຜູ້ຕິດເຊື້ອນັບມື້ເພີ່ມຂຶ້ນ ດັ່ງນັ້ນລົດທີ່ນຳມາໃຫ້ຮັບໃຊ້ຄັ້ງນີ້ກໍ່ຈະນຳເອົາໄປເຄື່ອນໄຫວຂົນສົ່ງວັດຖຸອຸປະກອນ, ບຸກຄະລາກອນ ແລະ ໄປຮັບຜູ້ຕິດເຊື້ອຢູ່ເຮືອນໃຫ້ທັນເວລາ.

ຕາງໜ້າຫ້ອງວ່າການສຳນັກງານ ອົງການປົກຄອງ ນະຄອນຫຼວງວຽງຈັນ ຂ້າພະເຈົ້າຢືນຢັນວ່າຈະນຳໃຊ້ພາຫະນະ ແລະ ເງິນທີ່ກຸ່ມບໍລິສັດໂຄລາວນຳມາປະກອບສ່ວນໃນຄັ້ງນີ້ໃຫ້ເກີດຜົນປະໂຫຍດສູງສຸດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.la