ກຽມ​ລົດ​ໄວ້​ເລີຍ!!! ​ທາງ​ດ່ວນ​ນະ​ຄອນ​ຫລວງ-ວັງ​ວຽງ​ແລ້ວ​ເກືອບ100%ແລ້ວ.

SA Game

ພາບ: ປະຊາຊົນ

​ທາງ​ດ່ວນ​ໄປ​ວັງ​ວຽງ​ໃກ້​ຈະ​ແລ້ວ​ສົມ​ບູນ ແລະ ຈະ​ເປີດ​ນຳ​ໃຊ້​ໃນ​ໄວໆ​ນີ້.

ໃນ​ວັນ​ທີ່ 26 ພະ​ຈິກ 2020 ຜ່ານ​ມາ​ນີ້, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທ່ານ ບຸນຈັນ ສິນທະວົງ ພ້ອມຄະນະວິຊາການໄດ້ລົງຕິດຕາມກວດກາເບິ່ງຄວາມພ້ອມໃນ​ການ​ທີ່​ຈະເປີດໃຫ້ບໍລິການຂອງໂຄງການເສັ້ນທາງດ່ວນ​ນະ​ຄອນ​ຫຼວງວຽງ​ຈັນ​ຫາ​ເມືອງວັງ​ວຽງ.

ການລົງມາກວດກາຄວາມພ້ອມເພື່ອກະກຽມໃຫ້ແກ່ການມອບ-ຮັບເປີດການນຳໃຊ້ໂຄງການກໍ່ສ້າງເສັ້ນທາງດ່ວນ ແຕ່ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ ຊຶ່ງຜ່ານການກວດກາເຫັນວ່າໂຄງການໄດ້ສຳເລັດແລ້ວ 99% ສ່ວນທີ່ຍັງເຫຼືອພຽງແຕ່ວຽກຕົບແຕ່ງ, ການຕິດຕັ້ງປ້າຍ ແລະ ວຽກງານການອະນາໄມ ຄາດວ່າໃນເດືອນທັນວາ 2020 ທີ່ຈະມາເຖິງນີ້ ຈະໄດ້ຈັດພີທີມອບ-ຮັບເປີດການນຳໃຊ້ຢ່າງເປັນທາງການ.

SA Game
ພາບ: ປະຊາຊົນ

ພ້ອມນັ້ນ ທ່ານ ລັດຖະມົນຕີ ໄດ້ຊີ້ນຳໃຫ້ພາກສ່ວນຮັບຜິດຊອບໂຄງການໃຫ້ເອົາໃຈໃສ່ບາງວຽກທີ່ຍັງຄ້າງຄາໃຫ້ເຮັດສຳເລັດ ເພື່ອໃຫ້ມີຄວາມພ້ອມທຸກດ້ານໃນມື້ມອບ-ຮັບໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສວຍງາມ ແລະ ໃຫ້ໄດ້ຕາມມາດຕະຖານທາງດ້ານເຕັກນິກ; ໂຄງການດັ່ງກ່າວ ເປັນໂຄງການທຳອິດທີ່ສຳຄັນ ແລະ ເປັນໃບໜ້າໃໝ່ຂອງ ສ ປ ປ ລາວ ສະນັ້ນ, ຈຶ່ງຮຽກຮ້ອງເຖິງປະຊາຊົນຈົ່ງພ້ອມກັນເປັນເຈົ້າການເຂົ້າຮ່ວມໃນການປົກປັກຮັກສາ ແລະ ພ້ອມກັນນຳໃຊ້ເສັ້ນທາງດັ່ງກ່າວໄດ້ຢ່າງຍາວນານ.

ທ່ານ ຂັດຕິຍະ ໃຈຍະວົງ ຫົວໜ້າຄະນະຄຸ້ມຄອງ ໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ-ເມືອງວັງວຽງໃຫ້ຮູ້ວ່າ: ເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ມີຈຸດເລີ່ມຕົ້ນຢູ່ແຕ່ສາມແຍກສີເກີດ ແລະ ຈຸດສຸດທ້າຍຢູ່ເມືອງວັງວຽງ ແຂວງ ວຽງຈັນ ມີຄວາມຍາວທັງໝົດ 109,10 ກິໂລແມັດ, ຕັດຜ່ານ 4 ເມືອງຄື: ເມືອງນາຊາຍທອງ, ເມືອງໂພນໂຮງ, ເມືອງຫີນເຫີບ ແລະ ເມືອງວັງວຽງ.

SA Game
ພາບ: ປະຊາຊົນ

ການອອກແບບປະກອບມີ: ຄວາມກວ້າງທັງໝົດ 23 ແມັດ , ອອກແບບຕາມມາດຕະຖານເຕັກນິກທາງດ່ວນຂອງ ສປ ຈີນ (JTG Bo1-2014) ແລະ ມາດຕະຖານເຕັກນິກຂອງທາງອາຊຽນ ເປັນພື້ນຖານ, ມີອຸໂມງ 1 ແຫ່ງ ເບື້ອງຊ້າຍຍາວ 875 ແມັດ ແລະ ເບື້ອງຂວາຍາວ 845 ແມັດ, ຂົວ 45 ແຫ່ງ ຍາວທັງໝົດ 2.408 ແມັດ, ຄວາມໄວອອກແບບ 100 ກມ/ຊມ,(80 ກມ/ຊມ).

ຕອນທາງປະກອບມີ: ຈຸດເຊື່ອມຕໍ່ທັງໝົດຈໍານວນ 7 ແຫ່ງ, ຈຸດເກັບເງີນມີ 8 ແຫ່ງ (ນະຄອນຫຼວງວຽງຈັນ ບ້ານນາຊອນ, ບ້ານບົວ, ບ້ານສະກ້າ, ບ້ານໂພນໂຮງ, ບ້ານຫີນເຫີບ, ບ້ານທ່າເຮືອ ແລະ ເມືອງວັງວຽງ). ຈຸດບໍລິການມີ 3 ຈຸດ (ນະຄອນຫຼວງວຽງຈັນ, ເມືອງໂພນໂຮງ ແລະ ເມືອງວັງວຽງ), ຈຸດພັກລົດ ມີ 2 ຈຸດ (ບ້ານນາຂ່າ ເມືອງໂພນໂຮງ ແລະ ບ້ານທ່າເຮືອ ອ່າງນ້ຳງື່ມ, ເມືອງຫີນເຫີບ), ສູນຄວບຄຸມມີ 2 ບ່ອນ (1 ບ່ອນສູນຄວບຄຸມເສັ້ນທາງ ແລະ 1 ບ່ອນ ສູນຄວບຄຸມອຸໂມງ) ແລະ ສູນສ້ອມແປງມີ 2 ບ່ອນ(ນະຄອນ ຫຼວງວຽງຈັນ ແລະ ເມືອງວັງວຽງ)

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ໜັງ​ສື​ພິມປະຊາຊົນ