​ອຸດສາຫະກຳ ແລະ ຫັດຖະກໍາ ສ້າງວຽກເຮັດງານທຳໃຫ້​​​ປະ​ຊາ​ຊົນ​ລາວຫລາຍ.

SA Game

ພາບ​: laoedaily.com.la

ໂຮງງານອຸດສາຫະກຳ ແລະ ຫັດຖະກໍາ ເຮັດ​ໃຫ້​ປະ​ຊາ​ຊົນ​ລາວ​ໄດ້​ມີ​ວຽກ​ເຮັດ​ງານ​ທຳ​ຈ່ຳ​ນວນ​ຫລາຍ.

ສ​ປ​ປ ລາວ ໄດ້​ມີ​ການ​ພັດ​ທະ​ນາ​ມາ​ເປັນກ້າວໆ ແລະ ຫລາຍໆ​ອຸດ​ສາ​ຫ​ະ​ກຳ​​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດກໍ​ເລີມ​ເຂົ້າ​ມາ​ລົງ​ທືນສ້າງ​ໂຮງ​ຈັກ​ໂຮງ​ງານ​ຕ່າງໆ ​ໄດ້​ສ້າງໃຫ້​ປະ​ຊາ​ຊົນ​ລາວ​​ບັນ​ດາ​ເຜົ່າໄດ້​ມີ​ວຽກ​ເຮັດ​ງານ​ທຳ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຜະ​ລິດ​ຕ່າງໆ.

ມາຮອດປັດຈຸບັນທົ່ວປະເທດມີໂຮງງານອຸດສາຫະກຳ ແລະ ຫັດຖະກໍາ 8.475 ແຫ່ງ ສ້າງວຽກເຮັດງານທໍາໄດ້ຫຼາຍກວ່າ 161 ພັນຄົນ. ໃນນີ້, ອຸດສາຫະກຳປຸງແຕ່ງທີ່ມີການຂະຫຍາຍຕົວແຮງ ແມ່ນໝວດຜະລິດເຈ້ຍ ແລະ ຜະລິດຕະພັນເຈ້ຍ ສະເລ່ຍ 42,38% ຕໍ່ປີ; ໝວດການຜະລິດເຄື່ອງຄອມພິວເຕີ, ເຄື່ອງເອເລັກໂຕຣນິກ ແລະ ຜະລິດຕະພັນກ່ຽວກັບຮູບພາບແສງສີສຽງ ສະເລ່ຍ 26,04% ຕໍ່ປີ; ໝວດການຜະລິດເຄື່ອງນຸ່ງຫົ່ມ ສະເລ່ຍ 25,31% ຕໍ່ປີ.

SA Game
ພາບ​: laoedaily.com.la

ຈາກ​ຂໍ້​ມູນ​ຂອງ​ທາງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້​ຮູ້​ວ່າ: ໂດຍລວມຂະແໜງອຸດສາຫະກຳ ແລະ ຫັດຖະກໍາປະກອບສ່ວນສໍາຄັນໃນການພັດທະນາເສດຖະກິດຂອງປະເທດ. ສະເພາະໃນໄລຍະປີ 2016 – 2020 ມູນຄ່າການຜະລິດອຸດສາຫະ     ກຳປຸງແຕ່ງຂະຫຍາຍຕົວສະ   ເລ່ຍຕໍ່ປີ 9,22% ( ແຜນການ   12% ).

ໃນນີ້, ອຸດສາຫະກຳປຸງແຕ່ງທີ່ມີການຂະຫຍາຍຕົວແຮງ ປະກອບມີ: ໝວດຜະລິດເຈ້ຍ ແລະ ຜະລິດຕະພັນເຈ້ຍ ສະເລ່ຍຕໍ່ປີ 42,38%; ໝວດການຜະລິດເຄື່ອງຄອມພິວເຕີ, ເຄື່ອງເອເລັກໂຕຣນິກ ແລະ ຜະລິດຕະພັນກ່ຽວກັບຮູບ ພາບແສງສີສຽງ ສະເລ່ຍຕໍ່ປີ 26,04%; ໝວດການຜະລິດເຄື່ອງນຸ່ງຫົ່ມ ສະເລ່ຍຕໍ່ປີ 25,31%; ການຜະລິດຢາງ ແລະ ຜະລິດຕະພັນພລາສຕິກ ສະເລ່ຍຕໍ່ປີ 10,47%; ໝວດການຜະລິດເຄື່ອງດື່ມ ສະເລ່ຍຕໍ່ປີ 8,43% ແລະ ໝວດການຜະລິດສະບຽງອາຫານ ສະເລ່ຍ 6,43% ເປັນຕົ້ນ.

ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ພາກທຸລະກິດໃນຂະແໜງອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ, ໄລຍະຜ່ານມາໄດ້ສຸມໃສ່ການສ້າງລະບຽບການນິຕິກໍາ, ແຜນພັດທະນາ ແລະ ຍຸດທະສາດ ເພື່ອເປັນເຄື່ອງມືອັນສໍາຄັນໃນການສ້າງສະພາບແວດລ້ອມທີ່ເອື້ອອໍານວຍ, ມີກົນໄກການຄຸ້ມຄອງທີ່ຮັບປະກັນ, ສະດວກ ແລະ ຈັດຕັ້ງປະຕິບັດໄດ້ງ່າຍຂຶ້ນ, ມີແຜນພັດທະນາທີ່ຊັດເຈນ ເຊິ່ງສາມາດສ້າງອອກເປັນກົດໝາຍ 3 ສະບັບ ຄື: ກົດໝາຍອຸດສາຫະກຳປຸງແຕ່ງ, ກົດໝາຍຄຸ້ມຄອງເຄມີ ແລະ ກົດໝາຍຫັດຖະກຳ. ສະເພາະປີ 2019 ກົມໄດ້ອອກນິຕິກຳລຸ່ມກົດໝາຍ 16 ສະບັບ.

SA Game
ພາບ​: laoedaily.com.la

ພ້ອມນີ້, ຍັງໄດ້ຮັບຮອງຍຸດທະສາດການພັດທະນາອຸດສາຫະກໍາ 5 ຂະແໜງຍ່ອຍ ປີ 2021 – 2025 ຄື:

  1. ອຸດສາຫະກໍາປຸງແຕ່ງກະສິກໍາ ແລະ ອາຫານ
  2. ອຸດສາຫະກຳຕັດຫຍິບ
  3. ອຸດສາຫະກໍາປຸງແຕ່ງໄມ້
  4. ຫັດຖະກໍາ
  5. ອຸດສາຫະກໍາໄອທີໃນເງື່ອນໄຂນໍາໃຊ້ພະລັງງານໄຟຟ້າລາຄາຖືກ.

ໃນປີ 2020 ຫົວໜ່ວຍອຸດສາຫະກໍາປຸງແຕ່ງໃນຂອບເຂດທົ່ວປະເທດ ມີຈໍານວນ 8.475 ແຫ່ງ ໂດຍແບ່ງອອກເປັນໂຮງງານຂະໜາດໃຫຍ່ 684 ແຫ່ງ, ຂະໜາດກາງ 1.025 ແຫ່ງ ແລະ ຂະໜາດນ້ອຍ 6.766 ແຫ່ງ. ນອກ  ຈາກນີ້, ຍັງມີຫົວໜ່ວຍອຸດ   ສາຫະກໍາປຸງແຕ່ງຂະໜາດ   ນ້ອຍແບບຄອບຄົວ ຈໍານວນ 19.522 ແຫ່ງ.

ສາມາດສ້າງວຽກເຮັດງານທຳໄດ້ໃນຈຳນວນ 161.584 ຄົນ ( ປີ 2020 ), ປະກອບມີແຮງງານໃນໂຮງງານຂະໜາດໃຫຍ່ 65.041 ຄົນ; ໃນໂຮງງານຂະໜາດກາງ 25.930 ຄົນ ແລະ ໃນໂຮງງານຂະໜາດນ້ອຍ ມີ 33.358 ຄົນ. ສໍາລັບແຮງງານໃນຫົວໜ່ວຍອຸດສາຫະກຳປຸງແຕ່ງຂະ ໜາດນ້ອຍແບບຄອບຄົວ ມີ 37.255 ຄົນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.la