ກຽມ​ພ້ອມໂຄງການ ຮ່ວມມືແກ້ໄຂບັນຫາລະເບີດບໍ່ທັນແຕກ​ໃນ ສ​ປ​ປ​ ລາວ

SA Game

ຂ​ປ​ລ

UNDP ແລະ ກະ​ຊວງຮ​ສ​ສ ກຽມຄວາມພ້ອມ​ສຳ​ລັບໂຄງການຮ່ວມມືແກ້ໄຂບັນຫາລະເບີດບໍ່ທັນແຕກໄລຍະໃໝ່

 ໃນວັນທີ 7 ເມສາ 2022 ທີ່ນະຄອນຫລວງວຽງຈັນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ໄດ້ຈັດກອງປະຊຸມຄະນະຊີ້ນໍາໂຄງການຮ່ວມມື ເພື່ອສ້າງຄວາມເຂັ້ມແຂງ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ເພື່ອກ້າວສູ່ການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງທີ 18 ແລະ ເສັ້ນທາງກ້າວສູ່ຄວາມປອດໄພ III ຄັ້ງທີ 1 ປີ 2022 ຜ່ານລະບົບທາງໄກ

ໂດຍການເປັນປະທານຂອງ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ທ່ານ ນາງ ຣີກາດາ ເຣເຈີ (Ricarda Rieger) ຜູ້ຕາງໜ້າອົງການ UNDP ປະຈໍາລາວ, ມີຄະນະຊີ້ນໍາໂຄງການຮ່ວມມື ເພື່ອສ້າງຄວາມເຂັ້ມແຂງໃນການແກ້ໄຂລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ, ຫົວໜ້າພະແນກ ຮສສ ແຂວງຊຽງຂວາງ ແລະ ແຂວງສະຫວັນນະເຂດເຂົ້າຮ່ວມ.

SA Game
ຂ​ປ​ລ

ທ່ານ ນາງ ຄໍາໃບ ຂັດທິຍະ ໄດ້ກ່າວວ່າ: ໂຄງການຮ່ວມມື ລະຫວ່າງລັດຖະບານລາວ ກັບ ອົງການ UNDP ກ່ຽວກັບວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ໄລຍະປີ 2017-2021, ມາຮອດປັດຈຸບັນ ໂຄງການກໍສິ້ນສຸດລົງແລ້ວ ເຊິ່ງນັບແຕ່ມື້ລົງນາມຮ່ວມກັນ, UNDP ໄດ້ເອົາໃຈໃສ່ລະດົມທຶນ ບັນດາປະເທດຜູ້ໃຫ້ທຶນ ປະກອບສ່ວນທຶນຮອນ ເຂົ້າໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ

ໂດຍການສະໜັບສະໜູນຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ແລະ ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ເພື່ອຈັດຕັ້ງປະຕິບັດກິດຈະກໍາດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ.

ສຳລັບການສືບຕໍ່ການຮ່ວມມື ລະຫວ່າງກະຊວງ ຮສສ ໃນນາມຕາງໜ້າລັດຖະບານຮ່ວມກັບ ອົງການ UNDP ເພື່ອຈັດຕັ້ງປະຕິບັດໂຄງການຮ່ວມມື, ເພື່ອສ້າງຄວາມເຂັ້ມແຂງໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ເພື່ອບັນລຸເປົ້າໝາຍການພັດທະນາແບບ ຍືນຍົງທີ 18 ແລະ ເສັ້ນທາງກ້າວສູ່ຄວາມປອດໄພ III ໄລຍະປີ 2022-2026

SA Game
ຂ​ປ​ລ

ຈຸດປະສົງຕົ້ນຕໍຂອງໂຄງການ ເພື່ອສ້າງຄວາມເຂັ້ມແຂງວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ໂດຍການສຸມໃສ່ການເຮັດໃຫ້ເນື້ອທີ່ດິນມີຄວາມ ປອດໄພ, ໃຫ້ການຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກຕົກຄ້າງ, ໃຫ້ການໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ການສະໜັບສະໜູນເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ 18 ແລະ ຍຸດທະສາດວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ຫລື ເອີ້ນວ່າ “ເສັ້ນທາງກ້າວສູ່ຄວາມປອດໄພ III” ໄລຍະປີ 2021-2030.

ພ້ອມນັ້ນ, ໂຄງການຈະໄດ້ເນັ້ນໜັກໃສ່ວຽກກ່ຽວກັບການຫລຸດຜ່ອນໄພຂົ່ມຂູ່ ຈາກລະເບີດບໍ່ທັນແຕກທີ່ຕົກຄ້າງໃນຊຸມຊົນ ເພື່ອເຮັດໃຫ້ຊຸມຊົນສາມາດດຳລົງຊີວິດ ແລະ ພັດທະນາຊຸມຊົນຂອງເຂົາເຈົ້າ ໂດຍປາສະຈາກໄພຂົ່ມຂູ່ຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ