ກະຊວງການເງິນ ຕ້ອນຮັບຄະນະຜູ້ແທນ ຈາກນະຄອນຫວງຮ່າໂນ້ຍ

SA Game

ຄະນະຜູ້ແທນ ນະຄອນຫວງຮ່າໂນ້ຍຢ້ຽມ​ຢາມ ສ​ປ​ປ ລາວ ທີ່​ກະ​ຊວງ​ການ​ເງິນ

ທີ່ສະຖາບັນການເງິນ-ການບັນຊີ ຄະນະການນຳກະ ຊວງການເງິນ ໄດ້ຕ້ອນຮັບສະຫາຍ ດິງ ຕຽນຢຸງ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໂອກາດຢ້ຽມຢາມ ແລະ ຕິດຕາມ ຄວາມຄືບໜ້າໂຄງການຊ່ວຍເຫລືອລັດຖະບານ ສສ ຫວຽດນາມວັນທີ 5 ເມສາ 2022 ຜ່ານມາ, ໃນໂຄງການພັດທະນາພື້ນຖານໂຄງລ່າງສະຖາບັນການເງິນ-ການບັນຊີ ກະຊວງການເງິນ ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ.

ໂດຍມີສະ ຫາຍ ບຸນປອນ ວັນນະຈິດ ຄະນະປະ ຈຳພັກກະຊວງ ຮອງລັດຖະມົນຕີກະຊວງການເງິນ, ສະຫາຍນາງ ກະເສີມສີ ພົມມະວົງສາ ຫົວໜ້າສະຖາບັນການເງິນ-ການບັນຊີ ຄະນະອໍານວຍການສະຖາບັນ ແລະ ນ້ອງນັກສຶກສາໃຫ້ການຕ້ອນຮັບຢ່າງເປັນຂະບວນຟົດຟື້ນ.

ໂອກາດດັ່ງກ່າວ, ສະຫາຍ ນາງ ກະເສີມສີ ພົມມະວົງສາ ຫົວໜ້າສະຖາບັນການເງິນ-ການບັນຊີ ໄດ້ລາຍງານສະພາບໂດຍລວມ ແລະ ຄວາມຄືບໜ້າໂຄງການພັດທະນາພື້ນຖານໂຄງລ່າງສະຖາບັນການເງິນ-ການບັນຊີ

SA Game
ຂ​ປ​ລ

ເຊິ່ງປັດຈຸບັນ ສະຖາບັນການເງິນ-ການບັນຊີ ໄດ້ມີພື້ນຖານໂຄງລ່າງທີ່ເປັນລະບົບຄົບຊຸດສົມຄວນ ສາມາດອຳນວຍຄວາມສະດວກໃຫ້ແກ່ການຮຽນ-ການສອນ ການຝຶກອົບຮົມ ເປັນຕົ້ນ ມີເນື້ອທີ່ດິນ 14 ເຮັກຕາ, ມີອາຄານຮຽນ 3 ຊັ້ນ 3 ຫລັງ ສາມາດຮອງຮັບນັກສຶກສາໄດ້ຫລາຍກວ່າ 5.000 ຄົນ

ອາຄານຫ້ອງການ, ຫ້ອງສະໝຸດ, ຫ້ອງຮຽນຈໍາລອງ, ສູນຝຶກອົບຮົມ, ຫ້ອງຄອມພິວເຕີ, ມີລະບົບອິນເຕີເນັດ, ເດີ່ນກີລາ, ຫໍພັກນັກສຶກສາ-ຫໍພັກພະນັກງານ, ຕຶກອາຄານສະໂມສອນ, ຮ້ານອາຫານ ແລະ ສະ ຖານທີ່ຈອດລົດກວ້າງຂວາງ ແລະ ມີສະຖານທີ່ພັກຜ່ອນໃຫ້ແກ່ນັກຮຽນ.

ສຳລັບໂຄງການກໍ່ສ້າງພື້ນຖານໂຄງລ່າງສະຖາບັນການເງິນ-ການບັນຊີ ດ້ານແຫລ່ງທຶນມາຈາກທຶນຊ່ວຍເຫລືອລ້າຂອງລັດຖະບານ ສສ ຫວຽດນາມໃຫ້ແກ່ລັດຖະບານລາວ ແລະ ທຶນສົມທົບຂອງລັດ ຖະບານລາວ ເຊິ່ງປະກອບມີ 3 ໄລຍະຄື:

ໄລຍະທີ 1 ໂຄງການໄດ້ປະຕິບັດແຕ່ປີ 2006-2010 ໄລຍະທີ 2 ແຕ່ປີ 2011-2015 ໄລຍະທີ 3 ໂຄງການກຳລັງດຳເນີນການກໍ່ສ້າງມີ ອາຄານຫ້ອງຮຽນ 3 ຊັ້ນ ຫໍພັກນັກສຶກສາ 3 ຊັ້ນ 2 ຫລັງ, ອາຄານເດີ່ນກິລາໃນຮົ່ມອະເນກປະສົງ, ເດີ່ນກິລາບານເຕະ ແລະ ກໍ່ສ້າງພື້ນຖານໂຄງລ່າງເຕັກນິກພາຍນອກອາຄານ ປະກອບມີ:

ເຮືອນສູບນ້ຳ, ສະຖານີໝໍ້ແປງໄຟຟ້າ, ເດີ່ນ, ເສັ້ນທາງ, ໜອງນ້ຳ, ລະບົບສະໜອງນ້ຳ, ລະບົບລະບາຍນ້ຳ, ລວມທັງສະໜອງໄຟຟ້າພາຍນອກອາຄານ ແລະ ໜ້າວຽກປິ່ນອ້ອມອື່ນໆ.

ສຳລັບປີ 2017-2021 ຍ້ອນຜົນກະທົບຈາກສະພາບການພະ ຍາດໂຄວິດ-19 ເຮັດໃຫ້ການປະຕິບັດບັນດາໂຄງການຫລ້າຊ້າ, ປັດຈຸບັນ ໂຄງການການມີຄວາມຄືບໜ້າປະມານ 80% ແລະ ຄາດວ່າຈະໃຫ້ສໍາເລັດໃນປີ 2022.

SA Game

ໂອກາດນີ້ ສະຫາຍເລຂາຄະນະພັກນະຄອນຫລວງຮ່າໂນ້ຍ ກໍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ຄະນະພັກ-ຄະນະນຳ ກະຊວງການເງິນ ທີ່ໄດ້ເອົາໃຈໃສ່ໂຄງການພັດທະນາພື້ນຖານໂຄງລ່າງສະຖາບັນການເງິນ-ການບັນຊີ ເຊິ່ງເປັນໂຄງການທີ່ມີລັກສະນະຕົວຈິງເປັນຮູບປະທໍາ ແລະ ຫວັງຢ່າງຍິ່ງວ່າ ພະນັກງານຄູ-ອາຈານ ແລະ ນັກສຶກສາສະຖາບັນແຫ່ງນີ້ ຈະສືບຕໍ່ເສີມຂະຫຍາຍຍົກສູງປະສິດທິພາບໃນການສິດສອນ, ສ້າງສະຖາບັນໃຫ້ກາຍເປັນບ່ອນບໍາລຸງສ້າງນັກສຶກສາທີ່ດີເດັ່ນ ສະໜອງແຫລ່ງຊັບພະ ຍາກອນມະນຸດການເງິນທີ່ມີຄຸນນະພາບ ມີລະດັບວິຊາສະເພາະ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃນການພັດທະນາໃນໄລຍະໃໝ່ ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ກະຊວງການເງິນ