ເປີດນໍາໃຊ້ ແອັບລາວແຊັດ ສຳລັບຕິດຕໍ່ສື່ສານຢ່າງ​ເປັນ​ທາງ​ການ​ແລ້ວ

SA Game

ຂ​ປ​ລ

ເປີດພິທີນຳໃຊ້ ແອັບລາວແຊັດ (LoudChat) ສຳລັບຕິດຕໍ່ສື່ສານຢ່າງ​ເປັນ​ທາງ​ການ​

ໃນວັນທີ 11 ເມສາ 2022ນີ້, ໄດ້​ມີພິທີເປີດນຳໃຊ້ ແອັບລາວແຊັດ (LoudChat) ເຊິ່ງເປັນແອັບສຳລັບການຕິດຕໍ່ສື່ສານ ໂດຍມີ ທ່ານ ສຸວອນ ເລືອງບຸນມີ ຮອງ ປະທານສະພາແຫ່ງຊາດ, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທັງນີ້ກໍເພື່ອປະຕິບັດຕາມທິດຫັນເປັນທັນສະໄໝຂອງລັດຖະບານ ໂຄງການພັດທະນາລະບົບແອັບ ລາວແຊັດ ແລະ ລະບົບລະຫັດສຸຂະພາບ Lao Green Code ເຊິ່ງເປັນໂຄງການຮ່ວມມືລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບໍລິສັດ ສິຣິຈະເລີນໄຊ ຈໍາກັດ ໂດຍຈັດຕັ້ງປະຕິບັດຕາມ MOU ສະບັບວັນທີ 27 ສິງຫາ 2021 ເຊິ່ງບໍລິສັດ ສາມາດພັດທະນາແອັບລາວແຊັດ ໄດ້ສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ, ໂດຍໄດ້ມີການທົດລອງນຳໃຊ້ແອັບຕົວຈິງໃນຕົ້ນເດືອນ ກຸມພາ 2022 ທີ່ຜ່ານມາ.

ແອັບລາວແຊັດ (LoudChat) ເປັນແອັບພລິເຄເຊີນ ສໍາລັບການຕິດຕໍ່ສື່ສານກັນ (Instant Messaging App) ແອັບທໍາອິດຂອງ ສປປ ລາວ ທີ່ມີ ການເຮັດວຽກຄ້າຍຄືກັບແອັບອື່ນໆ ເປັນຕົ້ນ “Whatsapp”; “WeChat”… ທີ່ມີຟັງເຊີນພື້ນຖານໃນການຮັບສົ່ງ ຂໍ້ຄວາມເປັນໂຕໜັງສື, ຂໍ້ຄວາມສຽງ, ຮູບພາບ ແລະ ວີດີໂອ, ສາມາດໂທດ້ວຍສຽງ, ໂທວີດີໂອ ແລະ ໂທສົນທະນາແບບເປັນກຸ່ມ, ສາມາດແບ່ງປັນເອກະສານ (File Sharing) ແລະ ສະຖານທີ່ຕັ້ງ (Share Location).

SA Game
ຂ​ປ​ລ

ນອກນັ້ນ, ກໍຍັງມີລະບົບລະຫັດສຸຂະພາບ (Lao creen code) ເຊິ່ງເປັນ mini app ທີ່ນອນໃນ ແອັບ LoudChat, ລະບົບດັ່ງກ່າວແມ່ນຖືກນໍາໃຊ້ ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19 ຄ້າຍຄືກັບລະບົບທີ່ນໍາໃຊ້ຢູ່ໃນຫລາຍປະເທດ ເຊັ່ນ:

ລະບົບ TraceTogether ຂອງປະເທດສິງກະໂປ ແລະ ລະບົບ Green Code ໃນແອັບ Wechat ຂອງ ສປ ຈີນ.

ໃນໂອກາດດຽວກັນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບໍລິສັດ ສິຣິຈະເລີນໄຊ ກໍໄດ້ເຊັນສັນຍາ ໂຄງການພັດທະນາລາວແຊັດ ແລະ ລະບົບລະຫັດສຸຂະພາບ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ ສຶກສາຄວາມເປັນໄປໄດ້ໃນການພັດທະ ນາສູນກາງການແລກປ່ຽນຂໍ້ມູນຂ່າວສານຂອງພາກລັດ ພາຍໃນປະເທດ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ພູຂົງ ຈິດຮູບໂລກ, ຫົວໜ້າຫ້ອງການ, ກຕສ ແລະ ທ່ານ ສຸລິໄຊ ໄຊຍະສານ ຜູ້ອໍານວຍການໃຫຍ່ ບໍລິສັດ ສິຣິຈະເລີນໄຊ ຈຳກັດ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ພູຂົງ ຈິດຮູບໂລກ ໄດ້ກ່າວວ່າ: ວຽກຫັນເປັນທັນສະໄໝ ແມ່ນວຽກງານໜຶ່ງທີ່ພັກ ແລະ ລັດຖະບານ ໃຫ້ຄວາມສຳຄັນ ເຊິ່ງວຽກງານເຕັກໂນໂລຊີ ແລະ ການສື່ສານ ໄດ້ກາຍເປັນຂະແໜງການປາຍແຫລມປີ່ນອ້ອມໃຫ້ແກ່ວຽກງານໃນທຸກຂະແໜງການ, ໄລຍະຜ່ານມາ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມີການຮ່ວມມືກັບຫລາຍພາກ ສ່ວນເພື່ອຊຸກຍູ້, ສົ່ງເສີມການພັດທະນາວຽກງານດັ່ງກ່າວ ລວມທັງການຮ່ວມມືກັບ ບໍລິສັດ ສິຣິຈະເລີນໄຊ ຈຳກັດ ໃນການພັດທະນາ ແອັບພລິເຄເຊີນ ລາວແຊັດ ເຊິ່ງຖືໄດ້ວ່າເປັນວຽກບູລິມະສິດໜຶ່ງ ຂອງການຫັນເປັນທັນສະໄໝຂອງລັດຖະບານ ແລະ ການບໍລິການຂອງພາກລັດ ສູ່ສັງຄົມ ແລະ ປະຊາຊົນລາວ.

ນອກຈາກການນຳໃຊ້ໃນການສື່ສານ ແລະ ແລກ ປ່ຽນຂໍ້ມູນຂ່າວສານກັນແລ້ວ ຍັງສາມາດເຊື່ອມໂຍງຂໍ້ມູນ ແລະ ການບໍລິການຂອງຂະແໜງ ການຕ່າງໆຂອງພາກລັດໃນອະນາຄົດ ເປັນຕົ້ນ ການເຂົ້າຫາລະບົບລະຫັດສຸຂະພາບ ສາ ມາດເຊື່ອມໂຍງຂໍ້ມູນຂະແໜງສາທາລະນະສຸກຜ່ານແອັບ LaoKYC, ການເສຍພາສີທີ່ດິນ, ການຂຶ້ນທະບຽນແຮງງານຕ່າງດ້າວ, ການຂົນສົ່ງ ແລະ ການບໍລິການອື່ນໆ.

ພ້ອມນັ້ນ, ທ່ານ ສຸລິໄຊ ໄຊຍະສານ ຍັງໃຫ້ຮູ້ວ່າ: ແອັບລາວແຊັດ ຈະເປັນ ແອັບຕິດຕໍ່ສື່ສານທີ່ເປັນຂອງຄົນລາວເອງ ເພື່ອຫລຸດຜ່ອນການເພິ່ງພາການນໍາໃຊ້ແອັບຂອງຕ່າງປະເທດ ທີ່ມີຖານຂໍ້ມູນຢູ່ຕ່າງປະເທດ.

SA Game
ຂ​ປ​ລ

ໃນຕໍ່ໜ້າ ບໍລິສັດ ຈະພັດທະນາ ແລະ ເພີ່ມການບໍລິການຕ່າງໆໃນແອັບລາວແຊັດໃຫ້ຫລາຍຂຶ້ນ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ຊົມໃຊ້ ເປັນຕົ້ນ ການຈອງໂຮງແຮມ, ຮ້ານອາຫານ, ຈອງປີ້ລົດເມ-ປີ້ຍົນ, ລົງ ທະບຽນເພື່ອຮັບບັດແຮງງານ, ຊຳລະຄ່າສິນຄ້າ ແລະ ບໍລິການຕ່າງໆ ແລະ ບໍລິການ ອື່ນໆທີ່ຄົບຖ້ວນໃນແອັບດຽວ ແນໃສ່ອຳນວຍຄວາມສະດວກໃຫ້ປະຊາຊົນ ສາມາດເຂົ້າເຖິງການບໍລິການຂອງພາກລັດໃຫ້ມີຄວາມວ່ອງໄວ ແລະ ທັນສະໄໝ.

ບໍລິສັດມີຄວາມເຊື່ອໝັ້ນວ່າ ໃນອານາຄົດ ແອັບລາວແຊັດ ຂອງພວກເຮົາ ຈະສາມາດພັດທະນາທຽບເທົ່າກັບແອັບສາກົນ ທີ່ນໍາໃຊ້ໃນປະເທດອື່ນໆ ເຊັ່ນ: Whatsapp, Line ແລະ WeChat ເຊິ່ງຈະເປັນຄວາມພູມໃຈໜຶ່ງຂອງຄົນລາວ ໃນການພັດທະນາທາງດ້ານເຕັກໂນໂລຊີດີຈີຕອນ ຕາມທິດທາງຫັນເປັນທັນສະໄໝຂອງລັດຖະບານ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ