ມະຫາວິທະຍາໄລແຫ່ງຊາດມອບ-ຮັບຫ້ອງຮຽນໃໝ່ ພາກວິຊາພາສາຍີ່ປຸ່ນ

SA Game

ຂປລ

ພິທີມອບ-ຮັບ ຫ້ອງຮຽນໃໝ່ ຂອງພາກວິຊາພາສາຍີ່ປຸ່ນ ຄະນະອັກສອນສາດ

ໃນວັນທີ 21 ທັນວາ 2020, ໄດ້​ມີ​ການ​ຈັດພິທີມອບ-ຮັບ ຫ້ອງຮຽນໃໝ່ ສຳລັບພາກວິຊາພາສາຍີ່ປຸ່ນຢູ່ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ (ມຊ), ເປັນອາຄານ 2 ຊັ້ນ, ມີຫ້ອງຮຽນ 3 ຫ້ອງ ແລະ ມີອຸປະກອນຄົບຊຸດ ໂດຍໄດ້ຮັບການຊ່ວຍເຫລືອລ້າຈາກ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ, ຕາງໜ້າມອບໂດຍ ທ່ານ ທະເກະອິ ຊຸງຊຸເກະ ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ, ຕາງໜ້າຮັບໂດຍ ທ່ານ ອຸດົມ ພອນເພັງ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ໂດຍມີ ທ່ານນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ໂຄບະຢະ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ເຂົ້າຮ່ວມ.

ທ່ານ ທາເກະອິ ຊຸງຊຸເກະ ໄດ້ກ່າວວ່າ: ພາກວິຊາພາສາຍີ່ປຸ່ນ ຄະນະອັກສອນສາດ ມະຫາວິທະ ຍາໄລແຫ່ງຊາດ ໄດ້ມີບົດບາດທີ່ສຳຄັນໃນຂະແໜງການສຶກສາ ນັບຕັ້ງແຕ່ປີ 2003, ພາກວິຊາດັ່ງກ່າວໄດ້ສະໜອງການສຶກສາພາສາຍີ່ປຸ່ນ ທີ່ມີຄຸນະພາບສູງ ເພື່ອເຮັດໃຫ້ຄົນລາວຈຳນວນຫລາຍໄດ້ບັນລຸຜົນ ສຳເລັດຢ່າງດີເດັ່ນ ໃນແຕ່ລະຂະແໜງວິຊາຂອງພວກເຂົາ ທີ່ກ່ຽວພັນກັນກັບລະດັບພາສາຍີ່ປຸ່ນ.

SA Game
ຂປລ

ຂ້າພະ ເຈົ້າຫວັງວ່າຫ້ອງຮຽນເພີ່ມຕື່ມທີ່ໄດ້ຈາກໂຄງການດັ່ງກ່າວ, ຈະຍົກສູງສະພາບແວດລ້ອມທາງດ້ານການສຶກສາໃຫ້ດີຂຶ້ນ, ສົ່ງເສີມໃຫ້ມີນັກສຶກສາທີ່ຮຽນພາສາຍີ່ປຸ່ນຫລາຍຂຶ້ນກວ່າເກົ່າ ເພື່ອເພີ່ມພູນລະດັບພາສາຂັ້ນສູງໃນການສຶກສາລະດັບສູງ ຢູ່ທີ່ ສປປ ລາວ.

ໂອກາດນີ້, ທ່ານ ອຸດົມ ພອນເພັງ ໄດ້ຕາງໜ້າໃຫ້ຄະນະນຳຂອງມະຫາວິທະຍາໄລແຫ່ງຊາດ ສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເຫັນເຖິງຄວາມສຳຄັນຂອງການສຶກສາຮ່ຳຮຽນ ໂດຍສະເພາະ ພາກວິຊາພາສາຍີ່ປຸ່ນ, ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ເພື່ອເຮັດໃຫ້ນັກສຶກສາມີຫ້ອງຮຽນທີ່ດີ, ພ້ອມທັງຢືນຢັນວ່າ ຈະປົກປັກຮັກສາຫ້ອງຮຽນທີ່ໄດ້ຮັບໃນ ຄັ້ງນີ້ໄດ້ເປັນຢ່າງດີ ແລະ ຈະນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດຕໍ່ການສຶກສາຮ່ຳຮຽນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.