ການ​ຄຸ້ມ​ຄອງ​ລາ​ຄາ​ສິນ​ຄ້າ​ຄືບັນ​ຫາ​ທີ່​ການ​ຄ້າ​ນະ​ຄອນ​ຫລວງ​ພວມສ​ຸມ​ໃສ່

SA Game

ພາບ​: laoedaily.com.la

ນະຄອນຫຼວງວຽງຈັນເອົາ​ໃຈໃສ່ໃນການຄຸ້ມຄອງລາຄາສິນຄ້າຫລາຍ​ກວ່າ​ເກົ່າ.

ຈາກ​ທີ່​ລາ​ຄາ​ສິນ​ຄ້າ​ທີ່​ຂ​ື້ນໆ​ລົງໆ ແຕ່​ສ່ວນ​ຫລາຍ​ແມ່ນ​ຈະ​ຂື້ນ​ບໍ່​ຄ່ອຍ​ລົງ​ເນືອງ​ຈາກ​ສະ​ພາບ​ການ​ຕ່າງໆ ບໍ່​ວ່າ​ຈະ​ເປັນ​ການ​ນຳ​ເຂົ້າ, ຄ່າ​ຂອງ​ເງິນ​ຕາ​ຂອງ​ເງິນ​ກີບ​ລາວ​ຕົກ​ຕ່ຳ​ລົງ​ຫລາຍ​ຈົນ​ເຮັດ​ໃຫ້​ຫລາຍ​ຄົນ​ຕ້ອງ​ໄດ້​ຂື້ນ​ລາ​ຄາ​ສິນ​ຄ້າ​ດ້ວຍ​ເຫດ​ນີ້​ການ​ຄ້າ​ນະ​ຄອນ​ຫລວງ​ຈຶ່ງ​ຕ້ອງ​ໄດ້​ເນັ້ນ​ເປັນ​ພິ​ເສດ.

ເລີ່ມແຕ່ຕົ້ນປີ 2020 ຮອດປັດຈຸບັນປະເພດສິນຄ້ານໍາເຂົ້າໄດ້ມີການປັບລາຄາຂຶ້ນຢູ່ໃນລະຫວ່າງ 3 ຫາ 7%. ຂະນະທີ່ອັດຕາເງິນເພີ່ມຂຶ້ນຢູ່ໃນລະຫວ່າງ 3,63% ຫາ 6,94%. ຢ່າງໃດກໍຕາມເພື່ອເປັນການຄຸ້ມຄອງລາຄາສິນຄ້າໃຫ້ເປັນໄປຕາມທີ່ກໍານົດໄວ້ ທາງພະແນກ ອຄ.ນວ ໄດ້ລົງຕິດຕາມກວດກາສິນຄ້າຢ່າງຕໍ່ເນື່ອງ ທັງໃຊ້ມາດຕະການຢ່າງເຂັ້ມງວດ ຕໍ່ຜູ້ສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈ.

SA Game
ພາບ​: laoedaily.com.la

ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ (ອຄ.ນວ) ໄດ້ຂຶ້ນຊີ້ແຈ້ງກ່ຽວກັບການຄຸ້ມຄອງລາຄາສິນຄ້າຕາມທ້ອງຕະຫຼາດຢູ່ ນະຄອນຫຼວງວຽງຈັນໃນວາລະກອງປະຊຸມສະໄມສາມັນ ເທື່ອທີ 10 ສະພາປະຊາຊົນນະຄອນຫຼວງວຽງຈັນ (ສປນວ) ຊຸດທີ I ໃນວັນທີ 29 ທັນວາວ່າ: ການຄຸ້ມຄອງສິນຄ້າ ແລະ ຄ່າບໍລິການໄດ້ປະຕິບັດຕາມລາຄາທີ່ຖືກກຳນົດຕາມກົນໄກຕະຫຼາດ ທີ່ມີການຄຸ້ມຄອງດັດສົມຂອງລັດ, ລັດກຳນົດສິດໃນການກຳນົດລາຄາ ແລະ ການແຂ່ງຂັນທາງດ້ານລາຄາຂອງຜູ້ດຳເນີນທຸລະກິດຕາມລະບຽບກົດໝາຍ ນຳໃຊ້ມາດຕະການໃນການຄຸ້ມຄອງລາຄາ ຕາມຄວາມຈຳເປັນບົນພື້ນຖານຫຼັກການບໍ່ຈຳແນກປະຕິບັດ ແລະ ຄວາມໂປ່ງໃສ ຊຶ່ງໄດ້ນຳໃຊ້ມາດຕະການຄຸ້ມຄອງລາຄາໃນ 2 ຮູບແບບຄື: ມາດຕະການຄຸ້ມຄອງລາຄາ ແລະ ມາດຕະການຕິດຕາມການເໜັງຕີງຂອງລາຄາອີງຕາມມາດຕາ 6 ຂອງດໍາລັດ 474/ນຍ ການຄວບຄຸມລາຄາປະກອບມີ 8 ປະເພດສິນຄ້າຄື: ນໍ້າມັນເຊື້ອໄຟ, ອາຍແກັດ, ຊີ້ນໝູ, ປານິນກະຊັງ, ເຂົ້າກິນ ແລະ ຕິິດຕາມການເໜັງຕີງຂອງລາຄາບັນຊີ ຂ ລວມມີ 205 ລາຍການ.

ເລີ່ມແຕ່ເດືອນມັງກອນປີ 2020 ຮອດປັດຈຸບັນ ເຫັນວ່າສະພາບລາຄາສິນຄ້າມີການເໜັງຕີງຂຶ້ນ ແລະ ລົງຕາມກົນໄກຂອງເສດຖະກິດຕະຫຼາດ ມີບາງສິນຄ້າຄື: ພືດຜັກ, ຊີ້ນ, ໝາກໄມ້ ທີ່ເໜັງຕີງໄປຕາມລະດູການ; ໄດ້ມີການຄຸ້ມຄອງລາຄາສິນຄ້າຕາມໂຄງປະກອບຂອງລາຄາສິນຄ້າເຊັ່ນ: ເຂົ້າກິນ ສູງສຸດບໍ່ເກີນ 7.400 ກີບຕໍ່ກິໂລ, ປານິນກະຊັງ ບໍ່ເກີນ 20 ພັນກີບຕໍ່ກິໂລ,ຊີ້ນໝູ ແມ່ນໄດ້ປັບລາຄາຂຶ້ນ 2 ຄັ້ງ ສາເຫດຍ້ອນວ່າເພີ່ມຕົ້ນທຶນການປ້ອງກັນພະຍາດໝູຫູກໍ່າ ຕົ້ນທຶນໃນການນຳເຂົ້າສ່ວນປະກອບຫົວອາຫານເພີ່ມຂຶ້ນ, ອັດຕາແລກປ່ຽນເງິນຕາເພີ່ມຂຶ້ນ, ກໍານົດລາຄາຄັ້ງສຸດທ້າຍ ຊີ້ນໝູຂາຍຍ່ອຍລູກຂຽງ ປະເພດ 1 ລາຄາສູງສຸດບໍ່ເກີນ 44 ພັນກີບຕໍ່ກິໂລ; ປະເພດ 2 ບໍ່ເກີນ 41 ພັນກີບຕໍ່ກິໂລ; ປະເພດສິນຄ້ານໍາເຂົ້າໄດ້ມີການປັບລາຄາຂຶ້ນຢູ່ໃນລະຫວ່າງ 3 ຫາ 7% ສາເຫດທີ່ມີການປັບຂຶ້ນແມ່ນອີງຕາມອັດຕາເງິນເຟີ້ໃນປີ 2020 ຢູ່ລະຫວ່າງ 3,63% ຫາ 6,94%.

ສໍາລັບປັດໄຈທີ່ພາໃຫ້ເກີດການເໜັງລາຄາສິນຄ້າ ແມ່ນມີ 2 ປັດໄຈຄື: ປັດໄຈພາຍນອກ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ການຂົນສົ່ງສິນຄ້າມີຄ່າໃຊ້ຈ່າຍເພີ່ມຂຶ້ນເປັນຕົ້ນ ສິນຄ້າປະເພດວັດຖຸດິບ, ອຸປະກອນມາຮັບໃຊ້ການຜະລິດຍ້ອນນໍາເຂົ້າຈາກຕ່າງປະເທດ, ການຜະລິດພາຍໃນຍັງອ່ອນນ້ອຍກະແຈກກະຈາຍແນວພັນ ແລະ ສິນຄ້າສ່ວນໃຫຍ່ມີການນຳເຂົ້າຈາກຕ່າງປະເທດ. ພ້ອມນັ້ນ, ອັັດຕາແລກປ່ຽນການກໍມີການຂຶ້ນລົງເຮັດໃຫ້ມີຜົນຕໍ່ການສັ່ງຊື້ສິນຄ້າ, ອຸປະກອນຊິ້ນສ່ວນການຜະລິດມາຮັບໃຊ້ການຜະລິດ ຈາກຕ່າງປະເທດ.

SA Game
ພາບ​: laoedaily.com.la

ສ່ວນປັດໄຈພາຍໃນ ການຜະລິດພາຍໃນຍັງມີຕົ້ນທຶນສູງ ມີຄວາມຈຳກັດເຮັດໄດ້ຕາມລະດູການ ພາກສ່ວນທຸລະກິດຈຳນວນໜຶ່ງມີລາຍຈ່າຍເພີ່ມຂຶ້ນເນື່ອງຈາກການປ້ອງກັນໂຄວິດ-19, ສິນຄ້າທີ່ນໍາເຂົ້າຈໍານວນໜຶ່ງຍັງບໍ່ມີການຕິດສະຫຼາກ, ຊາວຄ້າຂາຍຈໍານວນໜຶ່ງຍັງມີແນວຄິດ ສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈໃນເທສະການຕ່າງໆ ຫຼື ໄລຍະທີ່ມີການສະໜອງສິນຄ້າບໍ່ພຽງພໍ.

ດັ່ງນັ້ນ, ເພື່ອເປັນການຄຸ້ມຄອງລາຄາສິນຄ້າໃຫ້ເປັນໄປຕາມທີ່ກໍານົດໄວ້ ທາງພະແນກ ອຄ.ນວ ໄດ້ວາງມາດຕະການດ້ວຍການລົງຕິດຕາມກວດກາສິນຄ້າຢ່າງຕໍ່ເນື່ອງ ທັງໃຊ້ມາດຕະການຢ່າງເຂັ້ມງວດ ໃນກໍລະນີພົບເຫັນຜູ້ສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈ ໂດຍຈະປັບໄໝຕາມລະບຽບການ, ຖ້າບໍ່ຕິດປ້າຍລາຄາສິນຄ້າມີໂທດປັບໄໝ 5 ແສນ ຫາ 1 ລ້ານກີບຕໍ່ຄັ້ງ, ແຈ້ງຂໍ້ມູນເທັດກ່ຽວກັບໂຄງປະກອບລາຄາ ຫຼື ຄັງແຮສໍາຮອງ ບໍ່ແຈ້ງໂຄງປະກອບລາຄານຳເອົາສິນຄ້າທີ່ມີໄວ້ໃນຄັງແຮອອກຈຳໜ່າຍໂດຍບໍ່ໄດ້ຮັບອະນຸຍາດ, ຢຸດປະຕິເສດ ຫຼື ແກ່ຍາວເວລາການຈໍາໜ່າຍ ຫຼື ການບໍລິການໂດຍບໍ່ມີເຫດຜົນເມື່ອມີຄໍາສັ່ງຄຸ້ມຄອງລາຄາ ປັບໄໝ 1 ລ້ານ ຫາ 3 ລ້ານກີບຕໍ່ຄັ້ງ ແລະ ນໍາໃຊ້ໂຄງປະກອບລາຄາໂດຍບໍ່ໄດ້ຮັບອະນຸຍາດປັບໄໝ 1 ລ້ານ ຫາ 5 ລ້ານກີບຕໍ່ຄັ້ງ.

ພ້ອມດຽວກັນນັ້ນ, ທ່ານຫົວໜ້າພະແນກ ອຄ.ນວ ຍັງໄດ້ຮຽກຮ້ອງໃຫ້ຊາວຄ້າຂາຍໃຫ້ປະຕິບັດໂຄງປະກອບລາຄາທີ່ໄດ້ກຳນົດໄວ້, ສ່ວນຜູ້ບໍລິໂພກ ຫາກພົບເຫັນການຂຶ້ນລາຄາສິນຄ້າສາມາດໂທແຈ້ງ 1510 ຫຼື ເຂົ້າໄປແຈ້ງໄດ້ທີ່ຫ້ອງການຈັດສັນຢູ່ພາຍໃນຕະຫຼາດໂດຍກົງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: laoedaily.com.la