ກອງປະຊຸມສະພາປະຊາຊົນນະຄອນຫຼວງວຽງຈັນສຸມ​ໃສ່ 7 ບັນ​ຫາ​ສຳ​ຄັນ.

SA Game

ພາບ​: laoedaily.com.la

ຮັບ 7 ບັນຫາສໍາຄັນ ພິ​ຈາ​ລະ​ນາ​ໃນກອງປະຊຸມສະພາປະຊາຊົນນະຄອນຫຼວງວຽງຈັນ

ສະພາປະຊາຊົນນະຄອນຫຼວງວຽງຈັນໄດ້​ຈັດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂື້ນ ທີ່ນະຄອນຫຼວງວຽງຈັນ ເຊິງ​ເປັນຊຸດທີ I ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 28 ທັນວາ 2020 ແລະ ​ດໍາເນີນໄປເປັນເວລາ 3 ວັນ ໂດຍຈະສຸມໃສ່ໂອ້​ລົມຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ 7 ບັນຫາສໍາຄັນພື້ນຖານຂອງນະຄອນຫຼວງວຽງຈັນ.

ກອງປະຊຸມໄຂຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານ ສະພາປະຊາຊົນນະຄອນຫຼວງວຽງຈັນ (ສປນວ), ໂດຍການເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ, ມີສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 1 ນວ (ສສຊ), ສະມາຊິກ ສປນວ, ບັນດາທ່ານການນຳ, ອະດີດການນຳ ນວ, ອະດີດສະມາຊິກສະພາແຫ່ງຊາດ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.

SA Game
ພາບ​: laoedaily.com.la

ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້, ຈະດໍາເນີນເປັນເວລາ 3 ວັນ ເພື່ອສຸມໃສ່ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານ ຂອງ ນະຄອນຫຼວງວຽງຈັນ (ນວ) ດັ່ງນີ້:

1) ຮັບຟັງການຕີລາຄາໂດຍສັງເຂບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 5 ປີ (2016-2020), ຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2020 ແລະ ທິດທາງແຜນການ ປີ 2021.

2) ຮັບຟັງການສະເໜີທາບທາມ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງ ນວ (2021-2025).

3) ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານການເຄື່ອນໄຫວວຽກງານປີ 2020 ແລະ ທິດທາງແຜນການ ປີ 2021 ຂອງອົງການກວດສອບປະຈຳພາກກາງ, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານ ປີ 2019 ຂອງ ນວ.

4) ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2020 ແລະ ທິດທາງແຜນການເຄື່ອນໄຫວ ປະຈຳປີ 2021 ຂອງໄອຍະການປະຊາຊົນ ແລະ ສານປະຊາຊົນ ນວ.

5) ພິຈາລະນາ ແລະ ຮັບຮອງເອົາ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020), ປີ 2020 ຂອງ ສປນວ ຊຸດທີ I, ແຜນການເຖິງກອງປະຊຸມຄັ້ງປະຖົມມະລືກ ແລະ ຄາດຄະເນແຜນການ ປະຈຳປີ 2021 ຂອງ ສປນວ ຊຸດທີ II.

6) ຮັບຟັງການປະກອບຄຳເຫັນ ຂອງອົງການແນວລາວສ້າງຊາດ ນວ ຕໍ່ກັບການເຄື່ອນໄຫວວຽກງານຂອງ ສປນວ.

7) ຈະໄດ້ຮັບຟັງການຊີ້ແຈງບັນຫາສຳຄັນ ຂອງອົງການປົກຄອງ ນວ ດັ່ງນີ້:

  • ຮັບຟັງການຊີ້ແຈງກ່ຽວກັບການແກ້ໄຂບັນຫາຢາເສບຕິດ ໃນສະເພາະໜ້າ ຢູ່ ນວ.
  • ຮັບຟັງການຊີ້ແຈງກ່ຽວກັບ ການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ບັນຫາການຮົກເຮື້ອໃນຕົວເມືອງ ນວ.
  • ຮັບຟັງການຊີ້ແຈງກ່ຽວກັບ ການຄຸ້ມຄອງລາຄາສິນຄ້າຕາມທ້ອງຕະຫຼາດ ຢູ່ ນວ.
  • ຮັບຟັງການຊີ້ແຈງກ່ຽວກັບ ການແກ້ໄຂບັນຫາວຽກເຮັດງານທຳ ຂອງປະຊາຊົນຊາວ ນວ.

ນອກຈາກນີ້, ກອງປະຊຸມ ຍັງຈະໄດ້ຮັບຟັງການຊີ້ແຈງຈາກອົງການປົກຄອງນະຄອນຫຼວງວຽງຈັນ ຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ຊຸດທີ VIII ປະຈຳເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ I ອີກຈຳນວນໜຶ່ງ.

ໃນຕອນທ້າຍວາລະຂອງກອງປະຊຸມ, ຈະໄດ້ຮັບຟັງການເຜີຍແຜ່ເອກະສານເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ II ເພື່ອເປັນການເຊື່ອມຊຶມໃຫ້ພະນັກງານການນຳຫຼັກແຫຼ່ງ, ອຳນາດການປົກຄອງຂັ້ນຕ່າງໆ ຕະຫຼອດຮອດປະຊາຊົນ ຜູ້ມີສິດເລືອກຕັ້ງໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ການເລືອກຕັ້ງໃນຕົ້ນປີ 2021 ທີ່ຈະມາເຖິງນີ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: laoedaily.com.la