ປະຖົມມະເລີກ ແລະ ປະຖົມມະລືກ ຄຳໃດຖືກຕ້ອງໃນພາສາລາວ?

SA Game

DooDiDo

ຄໍາວ່າ ປະ​ຖົມ​ມະ​ເລີກ ແລະ ປະ​ຖົມ​ມະ​ລືກ ​ຄື​ກັນ ຫລື ຕ່າງ​ກັນ​?

​​ການ​ທີ່​ຈ​ະ​ເປີດ​ພິ​ທີ​ໃດ​ໜຶ່ງ​ ຫລື ບໍ່​ວ່າ​ຈະ​ເປັນ​ງານ​ລ້ຽງ​ງານ​ສ້າງ​ສັນ​ໃດໆ​ກໍ​ຕາມ​ເຮົາ​ມັກ​ຈະ​ມີ​ຜູ້​ທີ່​ມາ​ເປີດ​ພິ​ທີ່​ໃຫ້​ກ່ອນ​ງານ​ຈະ​ດຳ​ເນີນ​ຕໍ່​ໄປ​ ມີ​ຫລາຍ​ຄົນ​ທີ່​ໃຊ້​ຄຳ​ເຫລົ່າ​ນີ້​ແຕກ​ຕ່າງ​ກັນ​ແລ້ວ​ແຕ່​ວ່າ​ບຸກ​ຄົນ​ໃດ​ຈະ​ໃຊ້​ຄຳ​ໃດ ລະ​ຫວ່າງ ປະ​ຖົມ​ມະ​ເລີກ ແລະ ປະ​ຖົມ​ມະ​ລືກ ​ເຮົາ​ຈະ​ມາ​ຮູ້​ຈັກ ແລະ ເວົ້າ​ລ​າຍ​ລະ​ອຽດ​ພ້ອມ​ຍົກ​ຕົວ​ຢ່າງ​ໃຫ້​ເຫັນ​ໄປ​ນຳ​ກັນດັ່ງ​ນີ້.

ໃນພາສາລາວ ປະຖົມມະເລີກ, ເປັນຄຳສັບທາງການທີ່ໃຊ້ກັບການກະທຳເລີ່ມຕົ້ນຄັ້ງຍິ່ງໃຫຍ່ຂອງຊາດ ເຊັ່ນ ກອງປະຊຸມຄັ້ງປະຖົມມະເລີກສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ, ແຂ່ງຂັນກິລາຄັ້ງປະຖົມມະເລີກຂອງຂອງ​ໂຮງ​ຮຽນ ແລະ ອື່ນໆ​ເຊິງ​ເຮົາ​ຈະ​ເວົ້າ​ລາຍ​ລະ​ອຽດ​ດັ່ງ​ຕໍ່​ໄປ​ນີ້.

SA Game
DooDiDo

ຄຳ​ວ່າ ປະ​ຖົມ​ມ​ເລີກ.

ມີ​ຄວາມ​ໝາຍ​ວ່າ ຄັ້ງທຳອິດ, ເທື່ອຫົວທີ ເປັນຄຳສັບທາງການທີ່ໃຊ້ກັບການກະທຳເລີ່ມຕົ້ນ ຫລື ໃຊ້ກັບການເລີ່ມຕົ້ນອັນໃດໜຶ່ງ

ຄຳ​ວ່າ ປະ​ຖົມ​ມະ​ລືກ.

ມີ​ຄວາມ​ໝາຍ​ອັນ​ດຽວ​ກັນ​ກັບ​ ປະ​ຖົມ​ມະ​ເລີກ ຕ່າງ​ກັນ​ພຽງ​ແຕ່​ຄຳ​ລົງ​ທ້າຍ ເລີກ ແລະ ລືກ ໃນ​ການ​ສະ​ກົດ​ຄຳ ແລະ ການ​ອອກ​ສຽງ​ເທົ່າ​ນັ້ນ.

ຄຳວ່າ “ເລີກ” ກັບ “ລືກ” ແມ່ນຄວາມໝາຍດຽວກັນ ມີເຄົ້າມາຈາກພາສາສັນສະກິດ “ຣືກ” ແປວ່າ ຍາມ, ເວລາ.

ສ່ວນຄຳ​ວ່າ ປະຖົມ ຫຼື ປະຖະມາ ແປວ່າ ເລີ່ມ, ແຮກ,​ ຫົວທີ.

ຕົວ​ຢ່າງ.

ເປີດກອງ​ປະ​ຊຸມ​ປະ​ຖົມ​ມະ​ລືກ​ເລືອກ​ຕັ້ງ​ຜູ້​ແທນ

ມື້​ນີ້​ເປັນ​ມື້​ສັນ​ວັນ​ດີ ຂໍ​ຮຽນ​ເຊີນ​ທ່ານ​ເຈົ້າ​ເມືອງ​ຂຶ້ນ​ມາ​ເປີດ​ພິ​ທີ​ປະ​ຖົມ​ມະ​ເລີກ​ໃຫ້​ບັນ​ດາ​ປະ​ຊາ​ຊົນ.

ສະຫຼຸບ.

ຄຳ​ວ່າ ປະ​ຖົມ​ມ​ເລີກ ແລະ ປະ​ຖົມ​ມະ​ລືກ ສອງ​ຄຳ​ນີ້​ມີ​ຄວາມ​ໝາຍ​ອັນ​ດຽວ​ກັນ​ສາ​ມາດ​ໃຊ້​ຄຳ​ໃດ​ກໍ​ໄດ້​ແຕ່​ແນະ​ນຳ​ຢາກ​ໃຫ້​ໃຫ້​ຄຳ​ວ່າ ປະ​ຖົມ​ມະ​ລືກ ຈະ​ດີກວ່າ​ໃນ​ຄວາມ​ໝາຍ​ຂອງ​ຄຳ​ໃນ​ການ​ປະ​ກອບ​ກັນ ເຊິງ​ສອງ​ຄຳ​ນີ້ ມີ​ຄວາມ​ໝາຍ​ວ່າ ຄັ້ງທຳອິດ, ເທື່ອຫົວທີ ເປັນຄຳສັບທາງການທີ່ໃຊ້ກັບການກະທຳເລີ່ມຕົ້ນ ຫລື ໃຊ້ກັບການເລີ່ມຕົ້ນອັນໃດໜຶ່ງ, ສ່ວນ​ຫລາຍ​ຈະ​ໃຊ້​ກັບ​ງານ​ ຫລື ກອງ​ປະ​ຊຸມ​ທີ່ໃຫຍ່ອາດ​ຈະ​ແມ່ນ​ລ​ລະ​ດັບແຂວງ ຫລື ລະ​ດັບ​​ຊາດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo