ອອປສ ວາງກະຕ່າດອກໄມ້ ລຳ​ລືກ​ເຖິງ​ ປະທານ ໄກສອນ ພົມວິຫານ

SA Game

ອອປສ

ຄະນະນຳ ອອປສ ວາງກະຕ່າດອກໄມ້ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ

ໃນຕອນເຊົ້າຂອງວັນທີ 9 ມັງກອນ 2023 ນີ້, ໄດ້​ມີ​ພິ​ທີ​ການ​ວາງ​ກະ​ຕ່າ​ດອກ​ໄມ້​ທີ​ອະ​ນ​ຸ​ສາ​ວະ​ລີ​ຂອງ ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຜູ້ນຳທີ່​ໄດ້ອຸທິດຕົນ ໃນພາລະກິດປະຕິວັດ ໃຫ້​ແກ່​ປະ​ເທດ​ຊາດ ກໍ​ຄື​ພໍ່​ແມ່​ພີ​ນ້ອງ​ປະ​ຊາ​ຊົນ​ຊາວ​ລາວ​ຂອງ​ພວກ​ເຮົາ, ເນື່ອງໃນໂອກາດວັນສ້າງຕັ້ງ ອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ຄົບຮອບ 33 ປີ (9/1/1990-9/1/2023).

  ທ່ານ ໄຊຊະນະ ໂຄດພູ ທອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ) ພ້ອມດ້ວຍບັນດາຄະນະພັກ-ຄະນະນຳ, ພະນັກງານຫລັກແຫລ່ງ ອົງການໄອຍະການປະຊາຊົນສູງສຸດ, ຄະນະນຳອົງການໄອຍະການປະຊາຊົນພາກກາງ, ອົງການໄອຍະການປະຊາຊົນນະ ຄອນຫລວງວຽງຈັນ, ອົງການໄອຍະການປະຊາຊົນ 4 ເຂດ ນະຄອນຫລວງວຽງຈັນ ແລະ ຄະນະນຳອົງການໄອຍະການທະຫານຂັ້ນສູງ ໄດ້ວາງກະຕ່າດອກໄມ້ ທີ່ອະນຸສາວະລີ ຮູບຫລໍ່ປະທານ ໄກສອນ ພົມວິຫານ

SA Game
ອອປສ

ເພື່ອເປັນການສະແດງຄວາມເຄົາລົບຮັກ ແລະ ຮູ້ບຸນຄຸນ ຢ່າງເລິກເຊິ່ງ ເຖິງຜົນງານ, ການເສຍສະຫລະ ແລະ ຄຸນງາມຄວາມດີ ຂອງ ປະທານ ໄກສອນ ພົມວິຫານ ນັກຮົບປະຕິວັດ, ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ໄດ້ອຸທິດຕົນ ໃນພາລະກິດປະຕິວັດ

ໄດ້ສຸມທຸກສະຕິປັນຍາ ແລະ ຄວາມຮູ້ ຄວາມສາມາດຂອງຕົນ ເຂົ້າໃນພາລະກິດປົດປ່ອຍຊາດ ຕະຫລອດຫລາຍທົດສະວັດອັນຍືດເຍື້ອຍາວນານ ຈົນສາມາດຍາດໄດ້ໄຊຊະນະຢ່າງສົມບູນ, ນຳພາປະຊາຊົນ ປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ມີຜົນສຳເລັດ.

ຄະນະພັກ-ຄະນະນຳ ກໍຄືຄົນຮຸ່ນໃໝ່ໃນຂົງເຂດອົງການໄອຍະການປະຊາຊົນ, ພະນັກງານ ອົງ ການໄອຍະການທະຫານ ແລະ ປະຊາຊົນບັນດາເຜົ່າ ໄດ້ຈົດຈໍາລໍ້າລຶກ, ກະຕັນຍູຮູ້ບຸນຄຸນ ຢ່າງເລິກເຊິ່ງ ແລະ ຈະພ້ອມກັນສືບທອດພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ

SA Game
ອອປສ

ສືບທອດພາລະກິດຂອງພັກ, ພາລະກິດຂອງລັດ ແລະ ຂອງປະຊາຊົນ ໂດຍເຮັດທຸກຢ່າງ ເພື່ອພັກ, ເພື່ອລັດ ແລະ ເພື່ອປະຊາຊົນ ປະກອບສ່ວນນໍາພາປະເທດຊາດ ກ້າວເດີນສູ່ຈຸດໜາຍສັງຄົມນິຍົມ ຢ່າງມີໄຊ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ອອປສ