ລາວ-ໄທ ຈັດ​ກອງປະຊຸມສຳມະນາແລກປ່ຽນຂໍ້ມູນຂ່າວສານ ການລາຍງານຂ່າວ

SA Game

ຂ​ປ​ລ

ຮ່ວມມືແລກປ່ຽນຂໍ້ມູນຂ່າວສານຂອງສະມາຄົມນັກຂ່າວລາວ-ໄທ ໃນ​ການລາຍງານຂ່າວ

ໄດ້ມີ​ການຈັດກອງປະຊຸມສຳມະນາແລກປ່ຽນຂໍ້ມູນຂ່າວສານ ການລາຍງານຂ່າວ ໃນວັນທີ 14 ກັນຍາ 2022, ທີ່ສະມາຄົມນັກຂ່າວ ແຫ່ງປະເທດໄທ ໂດຍການເປັນປະທານຮ່ວມ ຂອງທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງສປປ ລາວ ແລະ ທ່ານ ຊາວະລົງ ລິບປັດທຳມະປານີ ປະທານສະພາການໜັງສືພິມ ແຫ່ງປະເທດໄທ ພ້ອມຄ້ວຍຄະນະ ແລະ ຜູ້ອາວຸໂສຈາກ ສະມາຄົມນັກຂ່າວ ແຫ່ງປະເທດໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຊາວະລົງ ລິບປັດທຳມະປານີ ປະທານກອງປະຊຸມ ໄດ້ລາຍງານໃຫ້ຮູ້ວ່າ ການຈັດກອງປະຊຸມໃນຄັ້ງນີ້ ເພື່ອສົ່ງເສີມ ແລະ ຂະຫຍາຍຄວາມສໍາພັນການຮ່ວມມືທີ່ດີຕໍ່ກັນ ແລະ ທັງເປັນການຕີລາ ຄາຄືນໝາກຜົນຂອງການຈັດຕັ້ງປະຕິບັດວຽກງານຜ່ານມາ, ພ້ອມທັງຕິດຕາມຄວາມຄືບໜ້າໃນການຈັດກິດຈະກໍາຕ່າງໆ ໃນການຈັດຊຸດຝືກອົບຮົມໃຫ້ສື່ມວນຊົນລາວ ຢູ່ເມືອງວັງວຽງ ແຂວງວຽງຈັນ ຮ່ວມກັບສະມາ ຄົມນັກຂ່າວແຫ່ງ ສປປ ລາວ ແລະ ສະມາຄົມນັກຂ່າວນັກໜັງສືພິມ ແຫ່ງປະເທດໄທ.

SA Game
ຂ​ປ​ລ

ພ້ອມນີ້ ຍັງມີຄວາມເຫັນເປັນເອກກະພາບຮ່ວມກັນ ທີ່ຈະພັດທະນາຮ່ວມມືຮອບດ້ານ ກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານໃນປັດຈຸບັນ ແລະ ອະນາຄົດ, ພ້ອມກັນພັດທະນາ ນຳເອົາຜົນປະໂຫຍດມາສູ່ປະຊາຊົນຢ່າງແທ້ຈິງ ແລະ ສອງຝ່າຍ ເຫັນດີເປັນເອກະພາບໃນການສືບຕໍ່ ເລັ່ງປັບປຸງເນື້ອໃນປຶ້ມຄູ່ມືສື່ມວນຊົນ ລາວ-ໄທ ແລະ ໄທ-ລາວ ໂດຍຜະລິດໃນຮູບແບບ E-book ເຜີຍແຜ່ທາງເວັບໄຊ ຫລື Facebook ຂອງແຕ່ລະສະມາຄົມ ພ້ອມມີການປັບປຸງໃຫ້ທັນສະໄໝເປັນແຕ່ລະໄລຍະ ຕາມຄວາມເໝາະສົມ.

ໂອກາດດັ່ງກ່າວ ຜູ້ເຂົ້າຮ່ວມກອງປະຊຸມໄດ້ມີການສົນທະນາແລກປ່ຽນ ຄວາມຄິດເຫັນຮ່ວມກັນ ໂດຍສະເພາະຊຸກຍູ້ໃຫ້ມີການເຄື່ອນໄຫວ ແລກປ່ຽນຂໍ້ມູນຂ່າວສານໃຫ້ຫລາຍຂຶ້ນ ເພື່ອເຮັດໃຫ້ປະຊາຊົນໄດ້ຮັບຂໍ້ມູນຄວາມຈິງທີ່ຖືກຕ້ອງ ແລະ ມີຄວາມເຂົ້າໃຈແຈ້ງໃນການລາຍງານຂ່າວ.

ພ້ອມດຽວກັນນີ້ ທ່ານ ນາງ ຈິຣັດ ຊາຍາ ອັກຄະຣາຊະທູດໄທ ປະຈຳສປປ ລາວ ກ່າວວ່າ:

ເປັນສິ່ງທີ່ພາກພູມໃຈທີ່ສຸດ ຄືໄດ້ເຫັນການພົວພັນ ແລະ ສາຍສຳພັນ ທີ່ແໜ້ນແຟ້ນລະຫວ່າງສອງສະມາ ຄົມນັກຂ່າວລາວ-ໄທ, ໄທ-ລາວ ຊຶ່ງບໍ່ພຽງແຕ່ເປັນລັກຊະນະວິຊາການເທົ່ານັ້ນ ແຕ່ຍັງເປັນເພື່ອນມິດ ເປັນພີ່ເປັນນ້ອງທີ່ເປັນພື້ນຖານທີ່ດີທີ່ສຸດ ແລະ ມີຄວາມເຊື່ອໝັ້ນກັນ ສາມາດເສີມຂະຫຍາຍການຮ່ວມມືໃຫ້ດີຍິ່ງຂຶ້ນ ແລະ ເປັນໜ້າທີ່ຂອງພວກເຮົາຕ້ອງໄດ້ໃຫ້ຄວາມຮູ້ ໃຫ້ຂໍ້ມູນທີ່ຖືກຕ້ອງແກ່ສັງຄົມ

SA Game
ຂ​ປ​ລ

ສິ່ງດັ່ງກ່າວເປັນເປົ້າໝາຍດຽວກັນຂອງສະຖານທູດ ຂອງສະມາຄົມນັກຂ່າວ ແລະ ຂອງສື່ມວນຊົນພວກເຮົາ, ຖ້າມີການຮ່ວມມືກັນທີ່ດີ ຍິ່ງເກີດປະໂຫຍດສູງ ແລະ ທາງສະຖານທູດຍິນດີໃຫ້ການຊ່ວຍເຫລືອ ສະໜັບສະໜູນແບບນ້ຳເພິ່ງເຮືອ ເສືອເພິ່ງປ່າ ແລະ ຖືວ່າສະມາຄົມນັກຂ່າວ ລາວ-ໄທຫົວໃຈດຽວກັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.