ຕ້ອນຮັບຫົວໜ້າຫ້ອງການທະນາຄານພັດທະນາອາຊີປະຈຳ ລາວ

SA Game

ກະຊວງການເງິນ

ຫົວໜ້າຫ້ອງການທະນາຄານພັດທະນາອາຊີ ປະຈຳ ລາວ ຢ້ຽມ​ຢາມ​ກະ​ຊວງ​ການ​ເງິນ

ທ່ານ ນາງ ໂຊໂນມິ ທານາກະ (Ms. Sonomi Tanaka) ຫົວໜ້າຫ້ອງການທະນາຄານ ພັດທະນາອາຊີ (ADB) ປະຈຳ ສປປ ລາວ ເຂົ້າ​ຢ້ຽມ​ຢາມ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ເພື່ອສະແດງຄວາມຍິນດີ ແລະ ຊົມເຊີຍໃນໂອກາດທີ່ທ່ານໄດ້ຮັບໜ້າທີ່ເປັນລັດຖະ ມົນຕີກະຊວງການເງິນຄົນໃໝ່. ພ້ອມທັງຂໍທິດຊີ້ນໍາບາງວຽກງານ ເປັນຕົ້ນ ສະພາບການພັດທະນາເສດຖະກິດຂອງ ສປປ ລາວ; ແຜນການຮ່ວມມືລະຫວ່າງສປປ ລາວ ແລະ ADB

ແຜນການຊ່ວຍເຫລືອ ປີ 2023-2024, ແຜນການສະໜັບສະໜູນໂຄງການການຫັນເປັນທັນສະໄໝ ການຄຸ້ມຄອງການເງິນພາກລັດໃຫ້ແກ່ກະຊວງການເງິນ, ການຊ່ວຍເຫລືອດ້ານວິຊາການ, ການຈັດກອງປະຊຸມແລກປ່ຽນການຄຸ້ມຄອງໜີ້ສິນສາທາລະນະໃນປີ 2023, ການ ກະກຽມສໍາລັບຍຸດທະສາດການຮ່ວມມືລະຫວ່າງ ສປປ ລາວ ກັບ ADB ປີ 2024-2028, ການລາຍງານການ ສໍາເລັດແຜນການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງການເງິນພາກລັດ.

SA Game
ກະຊວງການເງິນ

ໂອກາດດັ່ງກ່າວ, ທ່ານລັດຖະມົນຕີກະຊວງການເງິນ ໄດ້ສະແດງຄວາມຂອບໃຈ ADB ທີ່ໄດ້ຊ່ວຍແກ້ ໄຂບັນຫາຄົງຄ້າງ ແລະ ຊ່ວຍໃຫ້ການຮ່ວມມືລະຫວ່າງ ສປປ ລາວ ກັບ ADB, ສໍາລັບສະພາບການພັດທະນາເສດ ຖະກິດຂອງ ສປປ ລາວ ໂດຍລວມປີ 2022 ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວ ຢູ່ໃນລະດັບ 4,4%.

ໃນນັ້ນ, ຂະແໜງກະສິກໍາຂະຫຍາຍຕົວເພີ່ມ 3,4%, ອຸດສາຫະກໍາ 4,4% ແລະ ການ ບໍລິການ 5%, ອັດຕາເງິນເຟີ້ເພີ່ມຂຶ້ນສະເລ່ຍສູງເຖິງ 23% ຍ້ອນການເພີ່ມຂຶ້ນຂອງລາຄານໍ້າມັນຕະຫລາດໂລກ, ລາຄາສິນຄ້ານໍາເຂົ້າສູງຂຶ້ນຍ້ອນການຜັນຜວນຂອງຄ່າເງິນ ແລະ ກະທົບໃຫ້ທຸກໝວດສິນຄ້າທີ່ບໍລິໂພກ, ອຸປະໂພກ ແລະ ຕົ້ນທຶນການຜະລິດເພີ່ມຂຶ້ນຢ່າງຫລີກລ້ຽງບໍ່ໄດ້.

ປັດຈຸບັນ, ລັດຖະບານ ໄດ້ມີມາດຕະການຈຸດສຸມໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນການແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ(2021-2023) ໂດຍສຸມໃສ່ການຜະລິດເປັນທ່າແຮງ ເພື່ອທົດແທນການ ນໍາເຂົ້າ, ສົ່ງເສີມການຜະລິດສິນຄ້າກະສິກໍາ ເພື່ອສົ່ງອອກຜ່ານທາງລົດໄຟລາວ-ຈີນ, ເປີດການທ່ອງທ່ຽວລົດໄຟລາວ-ຈີນ ສົ່ງເສີມການຂົນສົ່ງໂດຍສານ ແລະ ສິນຄ້າ; ສຸມໃສ່ສ້າງສະຖຽນລະພາບດ້ານເງິນຕາ ໂດຍປັບປຸງກົນໄກການສະ ໜອງເງິນຕາຕ່າງປະເທດຂອງລະບົບທະນາຄານ ແລະ ນະໂຍບາຍອື່ນໆ.

ນອກນັ້ນ, ຍັງມີບັນດາແຜນງານຈຸດສຸມ ສ້າງໂຄງລ່າງພື້ນຖານ, ເພື່ອສົ່ງເສີມການຜະລິດອຸດສາຫະກໍາສົ່ງອອກ ແລະ ສົ່ງເສີມໃຫ້ພາກເອກະຊົນມີສ່ວນ ຮ່ວມໃນການດໍາເນີນທຸລະກິດກະສິກໍາຫລາຍຂຶ້ນ ແລະ ຄາດຄະເນ GDP ໃນປີ 2023 ຈະໃຫ້ຂະຫຍາຍຕົວຢູ່ ໃນລະດັບ 4,%; ອັດຕາເງິນເຟີ້ສະເລ່ຍໝົດປີບໍ່ເກີນ 9%; ຄາດຄະເນລາຍຮັບງົບປະມານ 16,42% ຂອງ GDP ແລະ ລາຍຈ່າຍ 18,58% ຂອງ GDP.

SA Game
ກະຊວງການເງິນ

ປັດຈຸບັນກະຊວງການເງິນ ກໍາລັງສຸມໃສ່ການຫັນເປັນທັນສະໄໝ ໃຫ້ມີລະບົບຖານຂໍ້ມູນທີ່ລວມສູນ, ປັບ ປຸງລະບົບພື້ນຖານໂຄງລ່າງເຄືອຂ່າຍ ແລະ ຄວາມປອດໄພ ເພື່ອສາມາດເພີ່ມການຈັດເກັບລາຍຮັບ ແລະ ຫລຸດ ຜ່ອນລາຍຈ່າຍ, ຈຶ່ງເຫັນວ່າໂຄງການການຫັນເປັນທັນສະໄໝ ການຄຸ້ມຄອງການເງິນພາກລັດທີ່ ADB ສະເໜີເຂົ້າ ແຜນການຮ່ວມມືແມ່ນສອດຄ່ອງກັບຄວາມຕ້ອງການຫັນທັນສະໄໝ ຂອງກະຊວງການເງິນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກະຊວງການເງິນ