ກອງປະຊຸມປືກສາຫາລືວຽກງານ 5G ໃນການນຳໃຊ້ຢູ່ໃນ ສປປ ລາວ

SA Game

ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ

ພິທີ່ການ ສຳມະນາເຕັກໂນໂລຊີການສື່ສານ 5G ເພື່ອການຫັນເປັນດິຈິຕ໋ອນຢູ່ ສປປ ລາວ

ໃນວັນທີ 27 ພຶດສະພາ 2022, ທີ່ໂຮງແຮມ ດອນຈັນ ພາເລດ, ນະຄອນຫຼວງວຽງຈັນ ກົມຄື້ນຄວາມຖີ່ວິທະຍຸສື່ສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ ຫົວເຫວີຍ ແລະ ບັນດາບໍລິສັດຜູ້ໃຫ້ການບໍລິການດ້ານໂທລະຄົມມະນາຄົມ ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບ ເຕັກໂນໂລຊີການສື່ສານ 5G ເພື່ອການຫັນເປັນດິຈິຕ໋ອນຢູ່ ສປປ ລາວ

ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ບັນດິດ ສາດສະດາຈານ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຫົວໜ້າຫ້ອງການ, ບັນດາຫົວໜ້າກົມ, ສູນ, ສະຖາບັນ, ອຳນວຍການ, ຮອງອຳນວຍການຂອງບັນດາບໍລິສັດຜູ້ສະໜອງ ແລະ ໃຫ້ການບໍລິການດ້ານໂທລະຄົມມະນາຄົມ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

SA Game
ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ

ຈຸດປະສົງຂອງການຈັດກອງປະຊຸມສຳມະນາຄັ້ງນີ້ ແມ່ນເພື່ອເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຂອງການພັດທະນາເຕັກໂນໂລຊີ 5G, ລະບົບຄວາມປອດໄພຂອງລະບົບ 5G ຂອງຫຼາຍປະເທດ ລວມທັງແຜນການຈັດສັນຄື້ນຄວາມຖີ່ ແລະ ບັນດານະໂຍບາຍຕ່າງໆໃນການຊຸກຍູ້ການນຳໃຊ້ການສື່ສານ 5G.

ພ້ອມກັນນັ້ນ, ການສຳມະນາຄັ້ງນີ້ຍັງເປັນເວທີເພື່ອລະດົມຄວາມຄິດຄວາມເຫັນໃນການກຳນົດແຜນພັດທະນາລະບົບ 5G ໃຫ້ສອດຄ່ອງກັບລະບຽບສາກົນ, ສອດຄ່ອງກະກັບສະພາບຕົວຈິງຢູ່ ສປປ ລາວ ເພື່ອເຮັດໃຫ້ສາມາດກຳນົດທິດທາງແຜນການ, ຂອບເຂດພື້ນທີ່, ໄລຍະເວລາ, ຮູບແບບການໃຫ້ບໍລິການ, ມາດຕະຖານເຕັກນິກ, ແຜນຄື້ນຄວາມຖີ່ສຳລັບເຕັກໂນໂລຊີການສື່ສານ 5G

ເພື່ອຮັບປະກັນການນຳໃຊ້ຊັບພະຍາກອນຄື້ນຄວາມຖີ່ໃຫ້ມີປະສິດທິພາບ ປະສິດທິຜົນສູງ ແລະ ປະຢັດງົບປະມານໃນການກໍ່ສ້າງພື້ນຖານໂຄງລ່າງເຄືອຂ່າຍເຕັກໂນໂລຊີການສື່ສານ 5G.

ໃນການສໍາມະນາໃນຄັ້ງນີ້ຈະເປັນບາດກ້າວໃໝ່ອັນສໍາຄັນ ເພື່ອການຫັນເປັນທັນສະໄໝ ຕາມແຜນພັດທະນາເສດຖະກິດດິຈິຕ໋ອນ ແຫ່ງຊາດ ໄລຍະ 5 ປີ (2021-2025) ຂອງລັດຖະບານ ແລະ ເພື່ອເຮັດໃຫ້ການຄຸ້ມຄອງ, ການນໍາໃຊ້, ມາດຕະຖານເຕັກນິກ ແລະ ຄຸນນະພາບ ຂອງການບໍລິການເຕັກໂນໂລຊີການສື່ສານ 5G ຂອງ ສປປ ລາວ ໃຫ້ດີຍິ່ງຂຶ້ນ ໃຫ້ຄຽງຄູ່ກັບການພັດທະນາເຕັກໂນໂລຊີໃໝ່ຂອງສາກົນ.

SA Game
ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ

ພ້ອມດຽວກັນນີ້, ໃນກອງປະຊຸມສຳມະນາດັ່ງກ່າວ ບັນດາບໍລິສັດຜຸ້ສະໜອງ ແລະ ໃຫ້ການບໍລິການດ້ານໂທລະຄົມມະນາຄົມ ຍັງໄດ້ນຳສະເໜີແຜນທຸລະກິດ ແລະ ແຜນການບໍລິການການສື່ສານ 5G ຂອງຕົນ, ຊຶ່ງໃນໄລຍະຜ່ານມາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ອະນຸຍາດນຳໃຊ້ຄື້ນຄວາມຖີ່ C-band ແລະ 2600 MHz ໃຫ້ກັບບັນດາບໍລິສັດບໍລິການດ້ານໂທລະຄົມມະນາຄົມທົດລອງເພື່ອນຳໃຊ້ເຕັກໂນໂລຊີ 5G ຊຶ່ງໄດ້ຮັບຜົນສຳເລັດໃນລະດັບໜຶ່ງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ