ຕ້ອງດີຂື້ນ! ກະຊວງການເງິນເລັງພັດທະນາອົງກອນວຽກງານກວດກາ

SA Game

ຂປລ

ກອງປະຊຸມເຜີຍແຜ່ວຽກງານກວດກາ ໃຫ້ຄວາມຮູ້ວຽກງານກວດກາ ກະຊວງການເງິນ

ກົມງົບປະມານແຫ່ງລັດກະຊວງການເງິນ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານກວດກາ ຫລັງການຈ່າຍງົບປະມານຂອງລັດ ແລະ ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາລັດ ໃຫ້ແກ່ພະນັກງານພາຍໃນກົມງົບປະມານແຫ່ງລັດ ໃນວັນທີ 27 ພຶດສະພາ 2022, ໂດຍການເປັນປະທານຂອງທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ, ມີຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງກົມງົບປະມານແຫ່ງລັດເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ພູວົງ ກິດຕະວົງ ໃຫ້ຮູ້ວ່າ: ການຈັດກອງປະຊຸມໃນຄັ້ງນີ້ ເພື່ອສ້າງຄວາມເຂົ້າໃຈ ໃຫ້ແກ່ພະນັກງານພາຍໃນກົມງົບປະມານແຫ່ງລັດ ໃຫ້ເຂົ້າໃຈລະອຽດກ່ຽວກັບການຈັດຕັ້ງປະຕິບັດວຽກງານກວດກາຫລັງການຈ່າຍ ແລະ ວຽກງານກວດກາລັດ ເພື່ອກະກຽມຄວາມພ້ອມລົງກວດກາຫລັງຈ່າຍ ຢູ່ 8 ກະຊວງ, ອົງການຂັ້ນສູນກາງ ຄື:

SA Game
ຂປລ

ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ກະຊວງສຶກສາທິການ ແລະ ກິລາ, ກະ ຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງສາທາ ລະນະສຸກ ແລະ ມະຫາວິທະຍາໄລແຫ່ງຊາດ. ພ້ອມນັ້ນ, ທ່ານຍັງໃຫ້ຮູ້ຕື່ມວ່າ: ວຽກງານກວດກາຫລັງຈ່າຍແມ່ນວຽກງານໜຶ່ງ ທີ່ສໍາຄັນໃນການຄຸ້ມຄອງງົບປະມານແຫ່ງລັດ ແນໃສ່ເພື່ອເຮັດໃຫ້ການນໍາໃຊ້ງົບປະ ມານຂອງລັດ ມີຄວາມໂປ່ງໃສ, ກວດສອບໄດ້, ຖືກຕ້ອງຕາມເປົ້າໝາຍ ແລະ ບູລິມະສິດລາຍຈ່າຍ, ຖືກຕ້ອງຕາມແຜນທີ່ສະພາແຫ່ງຊາດຮັບຮອງ ພ້ອມທັງມີການປະຢັດ ແລະ ມີປະສິດທິຜົນ, ລາຍຈ່າຍໃດທີ່ຖອນໄດ້ແຕ່ບໍ່ນໍາໃຊ້ ຫລື ນໍາໃຊ້ບໍ່ໝົດຕ້ອງມອບຄືນເຂົ້າງົບປະມານຂອງລັດ ຕາມແຈ້ງການຂອງກະ ຊວງການເງິນ ສະບັບເລກທີ 0846/ກງ, ລົງວັນທີ 23 ມີນາ 2020.

SA Game
ຂປລ

ກອງປະຊຸມ ຍັງໄດ້ມີການນໍາສະເໜີນິຕິກຳກ່ຽວກັບການຈັດຕັ້ງປະຕິບັດວຽກງານກວດກາ ຫລັງຈ່າຍ ແລະ ສະເໜີກ່ຽວກັບຫລັກການພື້ນຖານ ໃນການກວດກາການເງິນ ຊື່ງໄດ້ນຳສະເໜີໂດຍນັກວິທະ ຍາກອນຈາກກົມກວດກາ ກະຊວງການເງິນ, ທັງມີການແລກປ່ຽນຄວາມຄິດຄວາມເຫັນ ຢ່າງກົງໄປກົງມາ ເພື່ອໃຫ້ເຂົ້າໃຈທຸກບັນຫາກ່ຽວກັບການກວດກາການເງິນ ກວດກາລັດ ໂດຍສົມທຽບກັບການກວດກາຫລັງຈ່າຍຢ່າງຈະແຈ້ງກ່ອນຈະລົງຊຸກຍູ້, ຈັດຕັ້ງປະຕິບັດວຽກງານກວດກາຫລັງຈ່າຍຕົວຈິງ ເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ສຳເລັດໄດ້ຕາມແຜນການວາງໄວ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: ປະເທດລາວ Pathedlao