ຄະນະຜູ້ແທນຈາກ ຫວຽດນາມຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

SA Game

ຂປລ

ສປປ ລາວ ຕ້ອນຮັບການມາຢ້ຽມຢາມຂອງຄະນະຜູ້ແທນນະຄອນໂຮ່ຈີມິນ

ບັນດາການນໍາຂັ້ນສູງຂອງ ສປປ ລາວ  ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ, ທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະ ມົນຕີ, ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະ ພາແຫ່ງຊາດ ແລະ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານແນວລາວສ້າງຊາດ

ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຫງວຽນ ວັນເນນ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກນະ ຄອນໂຮ່ຈີມິນ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 26 ພຶດສະພາ 2022 ຢູ່ນະຄອນຫລວງວຽງຈັນ

ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບການນຳນະຄອນຫລວງວຽງຈັນ ແຕ່ວັນທີ 25-27 ພຶດສະພາ 2022ນີ້, ການນໍາຂັ້ນສູງລາວ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫລວງວຽງຈັນ ຂອງຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈີມິນຄັ້ງນີ້, ໃນທ່າມກາງທີ່ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ ກຳລັງກະກຽມສະເຫລີມສະຫລອງ 2 ວັນປະຫວັດສາດ ລາວ-ຫວຽດນາມ ຄື:

SA Game
ຂປລ

ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ໃຫ້ເຕັມໄປດ້ວຍຄວາມໝາຍ ຄວາມສຳຄັນ ເຊິ່ງການມາຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈີມິນ ໃນຄັ້ງນີ້ ເປັນກິດຈະກຳໜຶ່ງທີ່ນອນຢູ່ໃນການສະເຫລີມສະຫລອງສອງວັນປະຫວັດສາດດັ່ງກ່າວ ທີ່ການນຳຂັ້ນສູງນະຄອນຫລວງວຽງຈັນ ແລະ ນະຄອນໂຮ່ຈີມິນ ຈະໄດ້ທົບທວນຄືນຕີລາຄາຜົນສຳເລັດການຮ່ວມມືສອງຝ່າຍໃນຜ່ານມາ ແລະ ສືບຕໍ່ປຶກສາຫາລືການພົວພັນຮ່ວມມືໃນປີຕໍ່ໆໄປ.

ພ້ອມນີ້, ການນຳຂັ້ນສູງ ຍັງໄດ້ຊຸກຍູ້ໃຫ້ການນຳສອງນະຄອນ ສືບຕໍ່ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນສະພາບທີ່ສອງປະເທດ ກຳລັງປະເຊີນໜ້າກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການລະບາດຂອງພະຍາດໂຄວິດ-19

ພ້ອມທັງຝາກຄວາມຢ້ຽມຢາມຖາມຂ່າວໄປຍັງການນຳຂັ້ນສູງຫວຽດນາມ ກໍຄື ຄູ່ຮ່ວມຕຳແໜ່ງ ແລະ ອວຍພອນໃຫ້ຄະນະຜູ້ແທນນະຄອນໂຮ່ຈີມິນ ຈົ່ງປະສົບຜົນສຳເລັດໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້.

SA Game
ຂປລ

ໃນໂອກາດດຽວກັນ, ທ່ານ ຫງວຽນ ວັນເນນ ກໍໄດ້ຕາງໜ້າຄະນະ ສະແດງຄວາມຂອບອົກຂອບໃຈ ມາຍັງການນໍາຂັ້ນສອງຂອງລາວ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານຜົນສຳເລັດ ຂອງການພົບປະກັບການນຳຂັ້ນສູງ ນະຄອນຫລວງວຽງຈັນ ທີ່ມີຫລາຍແຜນວຽກ ແລະ ຫລາຍກິດຈະກຳ ທີ່ສອງຝ່າຍໄດ້ຕົກລົງສືບຕໍ່ຮ່ວມມືກັນ

ເພື່ອເຮັດໃຫ້ການພົວພັນຮ່ວມມື ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໂດຍສະເພາະການຮ່ວມມື ລະຫວ່າງ ນະຄອນໂຮ່ຈີມິນ ແລະ ນະຄອນຫລວງວຽງຈັນ ທີ່ມີມາດົນນານແລ້ວນັ້ນ ໃຫ້ນັບມື້ແຕກດອກອອກຜົນ ຂຶ້ນໄປເລື້ອຍໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: ປະເທດລາວ Pathedlao