ກອງປະຊຸມກາງສະໄໝສະຫະພັນແມ່ຍິງໜ່ວຍພັກຮາກຖານເຊກອງ

SA Game

ຂປລ.

ກອງປະຊຸມກາງສະໄໝ ຄັ້ງທີ IX ຂອງໜ່ວຍພັກ ໃນໄລຍະ 2 ປີ (2020-2023) ແຂວງເຊກອງ

ໃນວັນທີ 5 ເມສາ 2023 ກອງປະຊຸມກາງສະໄໝຂອງໜ່ວຍພັກຮາກຖານສະຫະພັນແມ່ຍິງ (ສຍ) ແຂວງເຊກອງ ໄດ້​ສິ້ນ​ສຸດ​ລົງ ໂດຍການເປັນປະທານຂອງສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ, ສະຫາຍ ນາງ ວິໄລວັນ ດາລາສິນ ກຳມະການພັກແຂວງ, ເລຂາໜ່ວຍພັກຮາກຖານ, ປະທານ ສຍ ແຂວງ ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍ ເຂົ້າ ຮ່ວມ.

ສະຫາຍ ນາງ ວິໄລວັນ ດາລາສິນ ໄດ້ຕີລາຄາຜົນສໍາເລັດ ການຈັດຕັ້ງປະຕິບັດມະຕິ ກອງປະຊຸມກາງສະໄໝ ຄັ້ງທີ IX ຂອງໜ່ວຍພັກ ໃນໄລຍະ 2 ປີ (2020-2023) ວ່າ: ໜ່ວຍພັກຮາກຖານ ສຍ ແຂວງ ເປັນໜ່ວຍພັກໜຶ່ງ ທີ່ຂຶ້ນກັບຄະນະບໍລິຫານງານພັກແຂວງ, ສາຍຕັ້ງຂຶ້ນກັບການຊີ້ນໍາໂດຍກົງຂອງ ສູນກາງສະຫະພັນແມ່ຍິງລາວ, ສາຍ ຂວາງຂຶ້ນກັບການຊີ້ນໍາ-ນໍາພາຂອງຄະນະປະຈໍາພັກແຂວງ.

SA Game
ຂປລ.

ຜ່ານມາຄະນະໜ່ວຍ ໄດ້ເອົາໃຈໃສ່ສຶກສາອົບຮົມການ ເມືອງນຳພາແນວຄິດ ແລະ ເຕົ້າໂຮມຄວາມສາມັກຄີ ພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຢ່າງເປັນປະຈຳ ແລະ ຕໍ່ເນື່ອງ ເປັນຕົ້ນ ໄດ້ນຳເອົາເອກະສານສຳຄັນຕ່າງໆ

ໂດຍສະເພາະ ມະຕິຕ່າງໆຂອງພັກ ແລະ ລະບຽບກົດ ໝາຍຂອງລັດ, ຂອງສະຫະພັນແມ່ຍິງມາຈັດຕັ້ງເຜີຍແຜ່, ຄົ້ນຄວ້າຮ່ຳຮຽນ, ຝຶກກອົບຮົມ, ສຳມະນາ ແລະ ຈັດຕັ້ງການປາຖະກະຖາ.

ພ້ອມກັນນີ້, ໜ່ວຍພັກຮາກຖານ ສຍ ແຂວງ ຍັງໄດ້ເຂົ້າຮ່ວມເຊື່ອມຊຶມມະຕິ ແລະ ເອກະສານສຳຄັນຕ່າງໆ ຂອງພັກ-ລັດ ນຳຄະນະພັກ-ອົງການປົກຄອງຈັດຂຶ້ນຢ່າງເປັນປະຈໍາ, ເອົາໃຈໃສ່ນໍາພາ-ຊີ້ນໍາ ດຳເນີນຮ່ວມຊີວິດພັກ ປົກກະຕິ ເພື່ອເປັນການຕໍານິຕິຊົມ ແລະ ກໍ່ສ້າງຊ່ວຍເຫລືອເຊິ່ງກັນ ແລະ ກັນ ເຮັດໃຫ້ສະມາຊິກພັກທຸກສະຫາຍ ມີສະຕິ ຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກໍາລັງປໍລະປັກ

SA Game
ຂປລ.

ປະກອບສ່ວນເຂົ້າໃນການກໍ່ສ້າງຮາກຖານການ ເມືອງຂອງພັກ, ຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ອະນຸລັກຮັກສາຮີດຄອງປະເພນີອັນດີງາມ ຂອງ ຊາດຂອງເຜົ່າ, ຊຶ່ງສາມາດຈັດປະເພດສະມາຊິກພັກແຂງ ໄດ້ 13 ສະຫາຍ, ຍິງ 12 ສະຫາຍ, ກາງ 3 ສະຫາຍ, ຍິງ 3 ສະຫາຍ, ໄດ້ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 3 ປີຊ້ອນ.

ໂອກາດນີ້, ເລຂາໜ່ວຍພັກ ສຍ ຍັງໄດ້ຜ່ານທິດທາງແຜນການໄລຍະ 2 ປີເຄິ່ງ ທ້າຍສະໄໝ (2024-2025), ຜ່ານຮ່າງແຜນດຳເນີນງານກອງປະຊຸມໃຫຍ່ຄັ້ງທີ IX ແລະ ຜ່ານບົດສໍາຫລວດການ ນໍາພາ-ຊີ້ນໍາລວມ ຂອງຄະນະພັກ ໃນໄລຍະຜ່ານມາຕື່ມອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.