ມອບອຸປະກອນການຜະລິດສະບູ ໃຫ້ບ້ານເປົ້າໝາຍ ເມືອງທ່າແຂກ

SA Game

ຂປລ.

ໂຄງການຫລຸດຜ່ອນຜົນກະທົບພະຍາດໂຄວິດ-19 ມອບອຸປະກອນການຜະລິດໃຫ້ 3 ບ້ານເປົ້າໝາຍ

ໂຄງການຫລຸດຜ່ອນຜົນ ກະທົບ ຈາກການແພ່ລະບາດພະຍາດໂຄວິດ-19 ໂດຍຊຸມຊົນເປັນເຈົ້າການ ໄດ້ນໍາເອົາອຸປະກອນການຜະລິດສະບູ, ການຜະລິດຜ້າອັດປາກ-ດັງ ແລະ ພາຊະນະຮັບໃຊ້ໃນການລ້າງມື, ລວມມູນຄ່າທັງໝົດ 100 ກວ່າລ້ານກີບ ມອບໃຫ້ 3 ບ້ານເປົ້າໝາຍຂອງໂຄງການຄື: ບ້ານ ໂພນເຍຍນ້ອຍ, ນາໂດນ ແລະ ໜອງຫ່າງ ເມືອງທ່າແຂກໃນວັນທີ 6 ເມສາ 2023 ນີ້,

ຕາງໜ້າ ມອບໂດຍ ທ່ານ ນາງ ສີສະຫວ່າງ ດໍາລືຊາ ຫົວໜ້າໂຄງການຫລຸດຜ່ອນຜົນກະທົບ ພະຍາດໂຄວິດ-19 ໂດຍຊຸມ ຊົນເປັນເຈົ້າການ ແລະ ຕາງໜ້າຮັບໂດຍ ທ່ານ ສີຫງວນ ອິນທະລາດ ຮອງເຈົ້າເມືອງທ່າແຂກ.

ໂຄງການຫລຸດຜ່ອນຜົນກະທົບ ຈາກການແພ່ລະບາດພະຍາດໂຄວິດ-19 ໂດຍຊຸມຊົນເປັນເຈົ້າການ ໄດ້ດໍາ ເນີນການເຄື່ອນໄຫວຊ່ວຍເຫລືອຮັບໃຊ້ສັງຄົມ ຢູ່ ແຂວງຄໍາມ່ວນ ເລີ່ມແຕ່ປີ 2022 ເປັນຕົ້ນມາ ເຊິ່ງມີຈໍານວນ 5 ບ້ານເປົ້າໝາຍທີ່ໄດ້ຮັບການຊ່ວຍເຫລືອ, ໃນນີ້ມີ 2 ບ້ານ ທີ່ຂຶ້ນກັບເມືອງ ຄູນຄໍາ ແລະ ອີກ 3 ບ້ານ ທີ່ຂຶ້ນກັບເມືອງທ່າແຂກ.

SA Game
ຂປລ.

ສໍາລັບກິດຈະກໍາຫລັກຂອງໂຄງການ ປະກອບມີ: ການຝຶກອົບຮົມເພີ່ມຄວາມອາດສາມາດ ໃນການສະກັດ ກັ້ນວິກິດການ, ການຫລຸດຜ່ອນ ແລະ ການປັບຕົວໃນຂັ້ນພື້ນຖານຊຸມຊົນ, ໃຫ້ການຊ່ວຍເຫລືອ ທາງດ້ານເສດຖະ ກິດ ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກການລະບາດພະຍາດໂຄວິດ-19 ໃນການດໍາລົງຊີວິດ

ໂດຍສະເພາະ ການໃຫ້ຄວາມຮູ້ກ່ຽວກັບການຄ້ຳປະກັນສະບຽງອາຫານ, ການຜະລິດກະສິກໍາແບບຍືນຍົງ, ການຜະລິດນໍ້າສະກັດຊີ ວະພາບ, ການປູກສາລີ, ການປູກເຫັດ, ການທອດກ້ວຍກອບ, ການປູກຜືດພັກ, ການປູກໝາກເຂືອ, ໝາກເຜັດ, ເຕັກນິກລ້ຽງໄກ່, ເຕັກນິກລ້ຽງປາ, ວິທີການລ້ຽງກົບ, ການເຮັດປາສົ້ມ, ການປູກເຫັດເຟືອງ ແລະ ອື່ນໆ. ດ້ວຍງົບປະມານໂຄງການ 430.000 ໂດລາສະຫະລັດ.

ໃນນີ້, ໄດ້ຮັບການຊ່ວຍເຫລືອ ຈາກກອງທຶນຊ່ວຍເຫລືອ ຂອງຢີປຸ່ນ ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ພ້ອມຮັບການປ່ຽນແປງຂອງອາຊີ-ປາຊີຟິກ 380.000 ໂດລາ ແລະ ຈາກກອງທຶນຫລຸດຜ່ອນຄວາມທຸກຍາກ ແລະ ການຮ່ວມມືໃນພາກພື້ນແຫ່ງ ສປ ຈີນ 50.000 ໂດລາສະຫະລັດ

ໂດຍຜ່ານທະນາຄານພັດທະນາອາຊີ, ໄລຍະປະຕິບັດໂຄງການ ເລີ່ມແຕ່ມື້ອະນຸມັດຈາກກະຊວງການຕ່າງປະເທດ ຈົນເຖິງ 21 ພະຈິກ 2023.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.