ສສ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ 

SA Game

Media Laos

ແຂວງອຸດົມໄຊ ຕ້ອນ​ຮັບການ​ນຳ​ແຂວງ ເຊີນລາ ສສ ຫວຽດນາມ

ການນຳຂັ້ນສູງແຂວງເຊີນລາ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ນຳໂດຍທ່ານ ຮວາງ ກັວກ ແຄງ ຮອງເລຂາພັກແຂວງ ປະທານຄະນະປະຊາຊົນແຂວງເຊີນລາ ສສ ຫວຽດນາມ ພ້ອມດ້ວຍ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ມີບັນດາຫົວໜ້າພະແນກການເຂົ້າຮ່ວມ, ເຊີ່ງພິທີຕ້ອນຮັບຢ່າງໄປທາງການແມ່ນໄດ້ຈັດຂື້ນທີ່ ຫ້ອງວ່າການ ແຂວງອຸດົມໄຊໃນວັນທີ່ 1 ເມສາ 2023 ນີ້

ໂດຍແມ່ນທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆອຸດົມໄຊ, ແຫ່ງ ສປປລາວ ພ້ອມດ້ວຍ ທ່ານ ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ ກຳມະການພັກແຂວງ ຫົວໜ້າພະແນກ ທີ່ກ່ຽວຂ້ອງເຂົ້າຮ່ວມນຳ.

ໂອກາດນີ້ ຜູ່ແທນທັງສອງຝ່າຍ ກໍ່ໄດ້ພົບປະແລກປ່ຽນບົດຮຽນບາງດ້ານເຊີ່ງກັນ ແລະ ກັນ ໂດຍສະເພາະແມ່ນທາງດ້ານ ການຊີ້ນຳ- ນຳພາຂອງ ພັກ-ລັດ ໃນຂົງເຂດວຽກງານ ການພັດທະນາເສດຖະກິດ-ສັງຄົມ, ການພັດທະນາ ພື້ນຖານໂຄ່ງລ່າງ ແລະ ດ້ານອື່ນໆແຂວງແຂວງເຊີນລາ

SA Game
Media Laos

ສຳລັບແຂວງອຸດົມໄຊ ແລະ ແຂວງເຊີນລາ ໄລຍະຜ່ານມາທັງສອງແຂວງ ແມ່ນໄດ້ພົວພັນຮ່ວມມື ແລະ ໃຫ້ການຊ່ວຍເຫຼືອກັນໃນຫຼາຍດ້ານ ໂດຍສະເພາະແມ່ນທາງດ້ານການສຶກສາ, ດ້ານກະສິກຳ ແລະ ອຸດສາຫະກຳ, ດ້ານສາທາລະນະສຸກ ແລະ ດ້ານການກໍ່ສ້າງຊັບພະຍາກອນມະນຸດ ເຊີ່ງຕະຫຼອດໄລຍະຜ່ານມາ ແຂວງເຊີນລາ ໄດ້ຊ່ວຍເຫຼືອກໍ່ສ້າງພະນັກງານລຸ້ນສືບທອດໃຫ້ແກ່ແຂວງອຸດົມໄຊຈຳນວນຫຼາຍ, ນອກນີ້ຍັງໄດ້ໃຫ້ທຶນຊ່ວຍເຫຼືອໃນການພັດທະນາພື້ນຖານໂຄງລ່າງດ້ານການສຶກສາ, ຊ່ວຍເຫຼືອດ້ານແນວພັນສັດ (ງົວ) ແລະ ອື່ນໆໃຫ້ແກ່ແຂວງອຸດົມໄຊ.

SA Game
Media Laos

ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງຂອງແຂວງເຊີນລາ ມາເຄື່ອນໄຫວເຮັດວຽກ ຢູ່ແຂວງອຸດົມໄຊຄັ້ງນີ້ ຍັງໄດ້ຖຶໂອກາດນີ້ອວຍພອນໃຫ້ການນຳລາວ ຕະຫຼອດຮອດປະຊາຊົນບັນດາເຜົ່າໃນທົ່ວແຂວງ ເນື່ອງໃນໂອກາດປິໃຫມ່ລາວ ຈົ່ງມີແຕ່ສຸຂະພາບແຂງແຮງ ປາສະຈາກໂລກໄພໄຂເຈັບ ສຶບຕໍ່ຊີ້ນຳ-ນຳພາ ສ້າງສາພັດທະນາບ້ານເມືອງໃຫ້ຈະເລີນຫຍີ່ງໆຂື້ນ, ພ້ອມດຽວກັນນີ້ ການນຳແຂວງອຸດົມໄຊ ກໍ່ໄດ້ຈັດພິທີບາສີສູ່ຂັວນຕາມຮິດຄອງປະເພນີຂອງລາວ ໃນວັນບຸນປີໃໝ່ ອວຍພອນເຊີ່ງກັນແລະ ກັນຕື່ມອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Media Laos