7 ໂຄງການເຂື່ອນໄຟຟ້ານໍ້າຕົກ ຕາມລໍານໍ້າອູ​ສ້າງສໍາເລັດແລ້ວ

SA Game

laoedaily.com.

ສໍາເລັດການ​ສ້າງເຂື່ອນໄຟຟ້ານໍ້າຕົກ ຕາມລໍານໍ້າອູ 7 ໂຄງການແລ້ວ.

ມາ​ໃນ​ຮູບ​ແບບ​ໃໝ່​ກັບ​ພິ​ທີ​ການ, ເຊິງໄດ້​ມີ​ການ​ຈັດ​ພິ​ທີສະເຫຼີມສະຫຼອງຜົນສໍາເລັດການກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າຕົກທັງໝົດ 7 ເຂື່ອນຕາມລໍານໍ້າອູດ້ວຍຮູບແບບທັງອ໋ອນລາຍ ແລະ ອັອຟລາຍ ໃນວັນທີ 28 ກັນຍາ 202ຜ່ານມາ, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການຕ່າງໆທີ່ກ່ຽວຂ້ອງຂອງແຂວງ.

ພິທີໄດ້ຈັດຂຶ້ນຫຼາຍແຫ່ງພ້ອມກັນ ໂດຍການເຂົ້າຮ່ວມຂອງ ທ່ານ  ດາວວົງ ພອນແກ້ວ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່, ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວໆ ຫຼວງພະບາງ, ທ່ານ ຫຼີຈື້ກົງ (Mr.LI ZHI GONG) ຫົວໜ້າກົງສູນໃຫຍ່ ສປ. ຈີນ ປະຈໍານະຄອນຫຼວງພະບາງ, ທ່ານ ຫວັງປິງ (Mr.WANG BIN) ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດ PowerChina, ທ່ານ ເສີ້ງຢູ້ໝິງ (Mr.SHENG YU MING) ປະທານ ບໍລິສັດພາວເວີໄຊນາຣີສອສ໌ (POWERCHINA RESOURCES LIMITED).

SA Game
laoedaily.com.

ເຂື່ອນໄຟຟ້ານ້ຳຕົກຕາມລຳນ້ຳອູເປັນໂຄງການເຂື່ອນໄຟຟ້ານ້ຳຕົກແບບຂັ້ນໄດທົ່ວລຳນ້ຳແຫ່ງທຳອິດທີ່ວິສາຫະ ກິດຈີນລົງທຶນພັດທະນາຢູ່ຕ່າງປະເທດ. ນ້ຳອູເປັນສາຂາແມ່ນ້ຳຂອງທີ່ໃຫຍ່ທີ່ສຸດຢູ່ດິນແດນລາວ, ມີພະລັງງານນ້ຳທີ່ມີຄຸນນະພາບດີ ທັງເປັນໜຶ່ງໃນບັນດາແຫຼ່ງຊັບພະຍາກອນພະລັງງານນ້ຳທີ່ລັດຖະບານ ພວມຕັ້ງໜ້າຊຸກຍູ້ພັດທະນາຢູ່.

ສຳລັບໂຄງການພັດທະນາເຂື່ອນໄຟຟ້າ ຕາມສາຍນໍ້າອູ ທີ່ແມ່ນໂຄງການພັດທະນາອຸດສາຫະກໍາໄຟຟ້າທີ່ສໍາຄັນ, ມີລັກສະນະຍຸດທະສາດ ຊຶ່ງປະກອບດ້ວຍ 7 ເຂື່ອນ, ໃນນີ້ສະເພາະຢູ່ແຂວງຜົ້ງສາລີມີ 4 ເຂື່ອນຄື: ເຂື່ອນໄຟຟ້ານໍ້າອູ 4, 5, 6 ແລະ 7 ໂດຍແມ່ນບໍລິສັດ Power China ຈາກ ສ.ປ ຈີນ ເປັນຄູ່ຮ່ວມພັດທະນາ ກັບລັດຖະ ບານ ສປປ ລາວ ແລະ ໄດ້ແບ່ງການພັດທະນາໂຄງການອອກເປັນ 2 ໄລຍະຄື :

SA Game
laoedaily.com.

– ໄລຍະທີ 1 ລວມມີ  ໂຄງການນໍ້າອູ 2-5-6 ໄດ້ເຊັນສັນຍາສໍາປະທານໃນປີ 2012, ຊຶ່ງທັງ 3 ເຂື່ອນລວມມີກໍາລັງຕິດຕັ້ງທັງໝົດ540 MW. ສາມາດຜະລິດກະແສໄຟຟ້າໄດ້ 2.290 Gwh/y ແລະ ໄດ້ເລີ່ມຕົ້ນດໍາເນີນການຜະລິດມາແຕ່ວັນທີ 1 ມັງກອນ 2017 ເປັນຕົ້ນມາ.
– ໄລຍະທີ 2 ແມ່ນໂຄງການນໍ້າອູ 1-3-4-7 ໄດ້ເຊັນສັນຍາສໍາປະທານໃນປີ 2015 ຊຶ່ງທັງ 4 ເຂື່ອນລວມມີກໍາລັງຕິດຕັ້ງ 732 MW. ສາມາດຜະລິດກະແສໄຟຟ້າໄດ້ 2.893 Gwh/y ແລະ 3 ໂຄງການໄດ້ສໍາເລັດ ເລີ່ມດໍາເນີນການຜະລິດມາແຕ່ຕົ້ນປີ 2020 ເປັນຕົ້ນມາ, ສ່ວນນໍ້າອຸ 7 ແມ່ນໄດ້ກໍ່ສ້າງສໍາເລັດແລ້ວໂດຍພື້ນຖານ, ປັດຈຸບັນພວມຢູ່ໃນຂັ້ນຕອນທົດລອງຜະລິດ.

SA Game
laoedaily.com.

ໂຄງການພັດທະນາເຂື່ອນໄຟຟ້າຕາມລໍານໍ້າອູ ໄດ້ຖືກກໍານົດຢູ່ໃນແຜນຍຸດທະສາດການພັດທະ ນາອຸດສາຫະກໍາພະລັງງານຢູ່ ສປປ ລາວ, ແມ່ນໂຄງການພັດທະນາອຸດສາຫະກໍາພະລັງງານ ທີ່ມີລັກສະນະຍືນຍົງ, ເປັນມິດກັບສິ່ງແວດລ້ອມ ແລະ ມີປະສິດທິຜົນທາງຂ່າວ: ແສງຄຳ ສາລີວັນ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com